ກວາງນິງ ມີຕື່ມ 5 ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

07:41 | 30/11/2023

ຍສໝ - ຕາມ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແລ້ວ, ກວາງ​ນິງ ມີ 5 ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸລະດັບຊາດ​ໄດ້​ຮັບການ​ຮັບ​ຮູ້.

ຄົ້ນຫາຄວາມໃຫຍ່ໂຕມະໂຫຖານ, ທຸລະກັນດານຂອງພູ ດາຈົ່ງ (ກວາງນິງ) ຄົ້ນຫາຄວາມໃຫຍ່ໂຕມະໂຫຖານ, ທຸລະກັນດານຂອງພູ ດາຈົ່ງ (ກວາງນິງ)
ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ

ລະອຽດ, 5 ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸລະດັບ​ຊາດ​ຂອງ​ແຂວງ ກວາງ​ນິງ ​ໄດ້​ຮັບ​ການ​ຮັບ​ຮູ້​ລວມມີ: ສິລະ​ປະການສະແດງພື້ນເມືອງຂັບ​ຮ້ອງ​ ຊ໋ອງກໍ້ ຂອງ​ຊາວ ສ໋ານຈີ; ສິລະ​ປະການສະແດງພື້ນເມືອງຂັບ​ຮ້ອງ​ເພງ ຊ້ອງໂກ່ ຂອງ​ຊາວ ສ໋ານຢິວ; ງານ​ບຸນສາລາ ເດີ​ມ​ຮ່າ (ຕົວເມືອງນ້ອຍ ເດີ​ມ​ຮ່າ, ເມືອງ​ ເດີ​ມ​ຮ່າ); ງານ​ບຸນສາລາ ວາ້ນນິງ (ຕາ​ແສງ ວາ້ນນິງ, ນະຄອນ ໝ໋ອງກ໋າຍ) ​ແລະ ​ໃນ​ງານ​ບຸນລົງ​ທົ່ງ​ນາ (​ຕາແສງ ຟ່ອງໂຄກ, ເທສະບານແຂວງ ກວາງອຽນ).

ກວາງນິງ ມີຕື່ມ 5 ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ
ບູນ​ແຂ່ງຂັນ​ດຳນາ ​ໄດ້​ດຳ​ເນີນ​ໄປ​ຢູ່​ເຂດ​ທົ່ງ​ນາ​ຕໍ່ໜ້າສາລາ ໂຄກ

ມາ​ຮອດ​ປະຈຸ​ບັນ, ​ແຂວງ ກວາງ​ນິງ ມີ 12 ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸລະດັບ​ຊາດ (7 ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸລະດັບຊາດ​ໃນ​ເມື່ອ​ກ່ອນທີ່​ໄດ້​ຮັບ​ການ​ຮັບ​ຮູ້​ລວມມີ: ພິທີກຳແທ່ນ ຂອງ​ຊາວ​ເຜົ່າ​ໄຕ, ນຸງ, ຜູ້ໄທ; ຂັບ ຍາເຕີ (ຂັບ​ປະຕູສາລາ); ງານ​ບຸນວິຫານ ເກຶ໋ອອົງ; ງານ​ບຸນ ​ຕ່ຽນ​ກົງ; ງານ​ບຸນສາລາ ຈາໂກ໋; ງານ​ບຸນສາລາ ກວານລ້ານ ແລະ ງານ​ບຸນ ແບັກດັງ). ນີ້​ແມ່ນ​​ຊັບ​ສົມບັດອັນ​ລ້ຳ​ຄ່າ​ໃນ​ຄັງສາງວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າທີ່​ດຳ​ລົງ​ຊີ​ວິດ​ຢູ່​ແຂວງ.

​ໂດຍ​ເຫັນ​ໄດ້ເຖິງ​ຄວາມ​ສຳຄັນ​ຂອງ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແຂວງ ກວາງ​ນິງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ​ໄດ້​ອຸທິດ​ແຫຼ່ງຊັບພະຍາກອນຫຼາຍ​ຢ່າງ​ໃຫ້​ແກ່​ວຽກງານອະນຸລັກ​ຮັກສາ, ຟື້ນຟູ, ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ​ຕິດ​ພັນ​ກັບ​ການ​ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ສະ​ເພາະຈາກວັດທະນະທຳ​.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 24 ຕຸລາ 2023, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໄດ້ເຊັນຂໍ້ຕົກລົງ​ເລກ​ທີ 1225/QD-TTg ກ່ຽວ​ກັບ​ຈັດອັນດັບຮ່ອງຮອຍປະຫວັດສາດແຫ່ງຊາດພິເສດສຳຫຼັບ 2 ຮ່ອງຮອຍຂອງ​ແຂວງ ກວາງ​ນິງ, ປະກອບມີ: ຮ່ອງຮອຍປະຫວັດສາດທ່າການຄ້າ ເວີນດົນ (ເມືອງ ເວີນດົນ); ຮ່ອງຮອຍສິລະປະສະຖາປັດ - ສິລະປະສາລາຈາໂກ໋ (ນະຄອນ ໝ໋ອງກ໋າຍ).

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.