ຈຸດເດັ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ

09:11 | 29/11/2023

ຈຸດເດັ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ

50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ
ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ໃນລະຫວ່າງວັນທີ 27 ຫາວັນທີ 30 ພະຈິກ, ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ແລະພັນລະຍາ ໄດ້ເດີນທາງໄປຢ້ຽມຢາມຍີ່ປຸ່ນ ຕາມຄໍາເຊື້ອເຊີນຂອງລັດ ຍີ່ປຸ່ນ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ, ຄວາມສໍາຄັນກໍຄືຄວາມຫວັງການຮ່ວມມືທີ່ຈະໄດ້ຮັບການຊຸກຍູ້ໃນການຢ້ຽມຢາມ.

ນັກຂ່າວ: ຮຽນສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ, ຄວາມສໍາຄັນຂອງການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ?

ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ: ນີ້ແມ່ນການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຄັ້ງທໍາອິດຂອງທ່ານປະທານປະເທດ ຫວໍວັນເຖືອງ, ເຊິ່ງໄດ້ດໍາເນີນໄປເນື່ອງໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21-9-1973 ຫາ 21-9-2023). ໃນການຢ້ຽມຢາມ, ທ່ານປະທານປະເທດ ຄາດວ່າຈະພົບປະກັບພະເຈົ້າຈັກກະພັດ ແລະພະ​ມະ​ເຫ​ສີຍີ່ປຸ່ນ, ພົບປະກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio, ກ່າວຄໍາປາໄສກ່ຽວກກັບນະໂຍບາຍຢູ່ສະພາແຫ່ງຊາດຍີ່ປຸ່ນ, ພົບປະ, ແລກປ່ຽນກັບການນໍາສະພາແຫ່ງຊາດ... ແລະໄປຢ້ຽມຢາມແຂວງ Fukuoka. ການຢ້ຽມຢາມຄັ້ງນີ້ແມ່ນເຫດການຈຸດເນັ້ນສໍາຄັນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດດ້ວຍ 3 ຄວາມໝາຍຕົ້ນຕໍ.

ຈຸດເດັ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ. ພາບ: ດວ່ານກາ

ທີໜຶ່ງ, ການຢ້ຽມຢາມຈະນໍາການພົວພັນສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຜ່ານການຍູ້ແຮງການຮ່ວມມືທີ່ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕະຫຼອດຮອດການຮ່ວມມືທ້ອງຖິ່ນ, ພົບປະແລກປ່ຽນປະຊາຊົນ, ພ້ອມທັງເປີດກວ້າງໄປສູ່ເຂດຮ່ວມມືໃໝ່, ສອດຄ່ອງກັບຜົນປະໂຫຍດຂອງທັງສອງປະເທດ.

ທີສອງ, ການຢ້ຽມຢາມໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງການນໍາຂັ້ນສູງສອງປະເທດ. ການຢ້ຽມຢາມຄັ້ງນີ້, ການນໍາຂັ້ນສູງຫວຽດນາມ ທັງ 4 ລ້ວນແຕ່ໄດ້ແລກປ່ຽນ, ພົບປະກັບການນໍາຍີ່ປຸ່ນໃນປີ 2023 (ແຕ່ຕົ້ນປີມາຮອດປະຈຸບັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໄກ-ເດືອນກຸມພາ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໂອ້ລົມເຈລະຈາກັບທ່ານນາຍົກລັດຖະມົນຕີ Kishida Fumio-ເດືອນພຶດສະພາ 2023); ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໂອ້ລົມເຈລະຈາກັບທ່ານປະທານສະພາສູງຍີ່ປຸ່ນ Otsuji Hidehisa-ເດືອນກັນຍາ 2023).

ທີສາມ, ໃນສະພາບທີ່ສະຖານະການສາກົນ, ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ການຢ້ຽມຢາມແມ່ນການຢັ້ງຢືນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ ສືບຕໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າ ແລະຍາວນານ, ປາດຖະໜາຢາກພ້ອມກັບຍີ່ປຸ່ນ ເສີມຂະຫຍາຍຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດເພື່ອການພັດທະນາຂອງແຕ່ລະປະເທດ ກໍ່ຄືໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ.

ນັກຂ່າວ: ພາຍຫຼັງ 50 ປີ ນັບແຕ່ສ້າງຕັ້ງການພົວພັນທາງການທູດ, ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ຮັບຜົນງານຫຼາຍຢ່າງ. ຕາມທ່ານຮອງລັດຖະມົນຕີແລ້ວ, ການຢ້ຽມຢາມຄັ້ງນີ້ຈະສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືສອງປະເທດຄືແນວໃດ, ຮຽນທ່ານ?

ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ: ສາມາດຢັ້ງຢືນໄດ້ວ່າ ການຮ່ວມມືລະຫວ່າງຫວຽດນາມ ແລະຍີ່ປຸ່ນ ພວມຢູ່ໃນໄລຍະອັນດີງາມ ແລະສະໜິດສະໜົມທີ່ສຸດໃນປະຫວັດສາດ, ແຕກດອກອອກຜົນ, ບັນລຸໄດ້ຫຼາຍຜົນງານອັນໃຫຍ່ຫຼວງໃນທຸກຂົງເຂດ. ສອງປະເທດຍາມໃດກໍ່ຖືກັນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນໃນຫຼາຍຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ, ການສຶກສາ-ບໍາລຸງສ້າງ, ການທ່ອງທ່ຽວ, ການຮ່ວມມືແຫຼ່ງຊັບພະຍາກອນມະນຸດ... ໃນນັ້ນ ການຮ່ວມມືດ້ານເສດຖະກິດແມ່ນຈຸດພົ້ນເດັ່ນດ້ວຍຫຼາຍຜົນງານພົ້ນເດັ່ນ. ຍີ່ປຸ່ນ ແມ່ນນັກສະໜອງທຶນ ODA ໃຫ້ ຫວຽດນາມ ຫຼາຍທີ່ສຸດ (ປະມານ 30 ຕື້ໂດລາສະຫະລັດ), ຄູ່ຮ່ວມມືທີ່ມີການຮ່ວມມືດ້ານແຮງງານທີ 2, ການທ່ອງທ່ຽວ ແລະລົງທຶນທີ 3 ແລະການຄ້າທີ 4 ຂອງຫວຽດນາມ. ສອງປະເທດກໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ນະວັດຕະກຳ, ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ຫັນປ່ຽນສີຂຽວ, ພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນກໍ່ມີການພັດທະນາຢ່າງຕັ້ງໜ້າ. ທີ່ເວທີປາໄສສາກົນ, ຄື: ອາຊຽນ, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ສະຫະປະຊາຊາດ... ສອງປະເທດຍາມໃດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນ, ຮ່ວມກັນແກ້ໄຂບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ບົນພື້ນຖານການຮ່ວມມືຢ່າງແໜ້ນແຟ້ນ, ເລິກເຊິ່ງກວ້າງຂວາງໃນບັນດາຂົງເຂດນັ້ນ, ຂ້າພະເຈົ້າຖືວ່າ ການຢ້ຽມຢາມຂອງທ່ານປະທານປະເທດ ຫວໍວັນເຖືອງ ຄັ້ງນີ້ຈະປະກອບສ່ວນເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການພົບປະ, ແລກປ່ຽນລະຫວ່າງການນໍາຂັ້ນສູງສອງປະເທດ ແລະການນໍາບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນກັບຄູ່ຮ່ວມມືຍີ່ປຸ່ນ. ຫວຽດນາມ ປາດຖະໜາຢາກໃຫ້ສອງປະເທດຜັນຂະຫຍາຍໂຄງການ ODA ລຸ້ນໃໝ່ຢ່າງມີປະສິດທິຜົນ, ສືບຕໍ່ຊຸກຍູ້ການຮ່ວມມືດຶງດູດທຶນກູ້ຢືມ ODA ຂອງຍີ່ປຸ່ນ ເຂົ້າໃນຂົງເຂດພື້ນຖານໂຄງລ່າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືລົງທຶນ, ດຶງດູດເງິນລົງທຶນລຸ້ນໃໝ່, ຄຸນນະພາບສູງຂອງວິສາຫະກິດຍີ່ປຸ່ນ; ສືບຕໍ່ຮັກສາທ່າເຕີບໂຕແບບຍືນຍົງຂອງວົງເງິນການຄ້າສອງຝ່າຍ; ສົມທົບກັນຍົກສູງການໝູນໃຊ້ ແລະຜັນຂະຫຍາຍບັນດາຂໍ້ຕົກລົງດ້ານເສດຖະກິດລະຫວ່າງສອງຝ່າຍ ຫຼືທີ່ສອງປະເທດລ້ວນແຕ່ແມ່ນສະມາຊິກ; ເພີ່ມທະວີການຮ່ວມມືດ້ານແຮງງານ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ການຢ້ຽມຢາມກໍ່ຈະປະກອບສ່ວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ນະວັດຕະກຳ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...; ຍູ້ແຮງ ແລະນໍາການຮ່ວມມືທ້ອງຖິ່ນ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນເຂົ້າສູ່ລວງເລິກ, ຜ່ານນັ້ນກໍ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ກໍ່ຄືອາລົມຈິດຄວາມຮັກແພງຂອງປະຊາຊົນຫວຽດນາມ ແລະຍີ່ປຸ່ນ, ປະກອບສ່ວນສ້າງພື້ນຖານທີ່ໝັ້ນແກ່ນເພື່ອຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ ແລະພາກພື້ນ, ຄື: ສປຊ, APEC, ອາຊຽນ...

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ບູນມີ

ເຫດການ
302 Found

Found

The document has moved here.