ເຊື່ອມຕໍ່ ແລະຮ່ວມສຳພັນການທ່ອງທ່ຽວກັບບັນດາແຂວງພາກເໜືອ

09:18 | 28/11/2023

ຍສໝ - ປີ​ທ່ອງ​ທ່ຽວ 2024, ພ້ອມ​ກັບ​ການ​ສ້າງໃໝ່ ​ແລະ ​ເພີ່ມ​ທະວີ​ບັນດາ​ຜະລິດ​ຕະພັນ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ​ແຂວງ ກວາງ​ບິ່ງ ໄດ້ສຸມ​ໃສ່​ເຊື່ອມ​ໂຍງ ​ແລະ ຮ່ວມສຳພັນ​ການທ່ອງທ່ຽວ​ກັບ​ບັນດາ​ແຂວງ​ພາກ​ເໜືອ (ລວມມີ 8 ​ແຂວງ, ນະຄອນ ຄື: ກວາງ​ນິງ, ຮ່າ​ໂນ້ຍ, ຫາຍ​ຟ່ອງ, ລາວ​ກາຍ, ນິງບິ່ງ, ກວາງບິ່ງ, ເງະອານ ແລະ ເທື່ອ​ທຽນ - ເຫ້ວ).

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ
ສ້າງແຜນການສະເໜີໂຄງການທາງລົດໄຟ ຫວູງອ໊າງ-ໝູ໊ຢາ ເຊື່ອມຕໍ່ ຫວຽດນາມ-ລາວ ສ້າງແຜນການສະເໜີໂຄງການທາງລົດໄຟ ຫວູງອ໊າງ-ໝູ໊ຢາ ເຊື່ອມຕໍ່ ຫວຽດນາມ-ລາວ

ທ່ານ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ ກວາງ​ບິ່ງ ຫງວຽນຫງອກກູຍ ໃຫ້​ຮູ້​ວ່າ: ປີ 2023, ພະແນກ ​ແລະ ບັນດາ​ແຂວງ​ພາກ​ເໜືອ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ, ກິດຈະກຳ​ຫຼາຍ​ຢ່າງ​ເພື່ອ​ຮັບ​ໃຊ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ. ຜ່ານ​ນັ້ນ, ກໍສ້າງ​ການຮ່ວມສຳພັນ​ການ​ພັດທະນາ​ການທ່ອງທ່ຽວ​ລະຫວ່າງ​ບັນດາ​ແຂວງ, ນຳ​ມາ​ເຊິ່ງບັນດາ​ຜະລິດ​ຕະພັນ​ທີ່​ດຶງ​ດູດ​ໃຈ, ສ້າງ​ຫຼາຍ​ທາງ​ເລືອກ​ໃຫ້​ນັກ​ທ່ອງ​ທ່ຽວ, ປະກອບສ່ວນ​ໂຄສະນາ​ວັດທະນະທຳ, ປຸງ​ແຕ່ງ​ອາຫານ ​ແລະ ທັດສະນີ​ຍະ​ພາບ​ຂອງ​ແຕ່ລະ​ທ້ອງ​ຖິ່ນ.

ເຊື່ອມຕໍ່ ແລະຮ່ວມສຳພັນການທ່ອງທ່ຽວກັບບັນດາແຂວງພາກເໜືອ

ພາບທັງໝົດຂອງ​ຕາ​ແສງ ເຕີນຮ່ວາ, ເມືອງ​ພູ​ດອຍ ມິງຮ໋ວາ - ສະ​ຖານ​ທີ່​ນີ້​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເຫມາະ​ສົມ

ນອກຈາກ​ນັ້ນ, ແຂວງ ກວາງ​ບິ່ງ ​ກໍ່ໄດ້​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ ​ແລະ ທ່ອງ​ທ່ຽວ​ຮ່ວມ​ກັບ​ບັນດາ​ທ້ອງ​ຖິ່ນ​ຄື: ກວາງ​ຈີ, ​ເທື່ອ​ທຽນ - ​ເຫ້ວ, ດາໜັງ, ກວາງ​ນາມ ​ແລະ ບັນດາ​ສູນ​ຂໍ້​ມູນ​ຂ່າວສານ​ໃນ​ທົ່ວ​ປະ​ເທດ; ຄົ້ນ​ຄ້ວາ ​ແລະ ຂຸດ​ຄົ້ນ​ບັນດາ​ທ້ອງຕະຫຼາດ​ລູກ​ຄ້າ​ຈາກ ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈິ​ມິນ ​ແລະ ຢູ່​ເຂດ​ເສດຖະກິດ​ສຳຄັນ​ຂອງ​ພາກ​ກາງ. ໃນ​ປີ 2023, ທົ່ວ​ແຂວງ​ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ບັນລຸ 4,5 ລ້ານ​ເທື່ອ​ຄົນ ( 2,2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2022), ດ້ວຍ​ຍອດ​ລາຍ​ຮັບ​ໄດ້​ປະມານ 5,085 ຕື້​ດົ່ງ.

ໃນໄລຍະຈະມາເຖິງ, ແຂວງຈະສຸມໃສ່ຊຸກຍູ້ການຫັນເປັນດິຈິຕອນໃນອຸດສາຫະກໍາການທ່ອງທ່ຽວ, ພັດທະນາແຜນທີ່ດິຈິຕອນຂຶ້ນກັບໂຄງການ "ສ້າງໂປຼແກຼມການຄົ້ນຫາຂໍ້ມູນສໍາລັບຮັບໃຊ້ການທ່ອງທ່ຽວໃນລະບົບນິເວດການທ່ອງທ່ຽວອັດສະລິຍະ" ໂດຍມີເນື້ອໃນອະທິບາຍ, ຮູບພາບ, ວີດີໂອ, ມີຊີວິດຊີວາທີ່ກ່ຽວຂ້ອງກັບສະຖານທີ່ທ່ອງທ່ຽວສະເພາະ. ພ້ອມນີ້, ແຂວງ ກໍ່ປະກາດບັນດາເຫດການ ແລະ ກິດຈະກຳທີ່ພົ້ນເດັ່ນທີ່ພວມດຳເນີນ ຫຼື ພວມຈະຈັດຂຶ້ນຢູ່ແຂວງ ເພື່ອສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ຢາກຊອກຮູ້ກ່ຽວກັບພູມສັນຖານທ້ອງຖິ່ນ.

ທ່ານ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ ກວາງ​ບິ່ງ ຕີ​ລາຄາ​ວ່າ ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ກຳລັງ​ແຮງ​ດ້ານ​ການທ່ອງທ່ຽວ​ໄດ້​ປັບປຸງ​ຄຸນ​ນະພາ​ບຈຸດປາຍມທາງ, ຮັບປະກັນ​ບັນດາ​ສິ່ງ​ອຳນວຍ​ຄວາມ​ສະດວກ ​ແລະ ຄຸນ​ນະພາ​ບການ​ບໍລິການ, ຊຸກຍູ້​ການ​ພັດທະນາ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ, ທ່າ​ໄດ້​ປຽບ​ໃນ​ການ​ແກ່ງແຍ້ງ... ດ້ວຍເປົ້າ​ໝາຍ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ​ມີ​ຈຸດ​ເດັ່ນ​ຂອງ​ຕົນ, ສ້າງ​ຮູບ​ພາບ​ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ; ພ້ອມ​ກັນ​ນັ້ນ, ກໍ່ສຸມ​ໃສ່​ບຳລຸງ​ສ້າງ ​ແລະ ບຳລຸງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ມີ​ນະ​ໂຍບາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ກັບ​ຄືນ​ມາ​ເຮັດ​ວຽກ, ​ເພີ່ມ​ທະວີ​ການ​ຫັນເປັນດີ​ຈີ​ຕອນ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ຟື້ນ​ຟູ​ການທ່ອງທ່ຽວ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຢູ່​ແຂວງ ກວາງ​ບິ່ງ ​ແລະ ບາງ​ທ້ອງ​ຖິ່ນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ຢູ່​ບັນດາ​ເຂດ​ທ່ອງ​ທ່ຽວ, ສະຖານ​ທີ່​ທ່ອງ​ທ່ຽວ​ຂອງ​ປະຊາຊົນ​ຈຳນວນ​ໜຶ່ງ​ຍັງ​ຖືກ​ຈຳກັດ; ສະພາບ​ການຍົວະ​ດຶງ​ນັກ​ທ່ອງ​ທ່ຽວ​ຍັງເກີດ​ຂຶ້ນ​ຢູ່​ບາງ​ບ່ອນ. ການຈັດຕັ້ງປະຕິບັດການຕິດລາຄາ ແລະ ຂາຍຕາມລາຄາທີ່ກຳນົດໄວ້ໃຫ້ຖືກຕ້ອງແມ່ນຍັງບໍ່ທັນເຂັ້ມງວດ, ຍັງມີສະພາວະການລັກໂລບໃນການຊື້-ຂາຍ, ໂດຍສະເພາະຢູ່ຮ້ານອາຫານ ແລະ ຮ້ານກິນດື່ມທີ່ບໍ່ໄດ້ມາດຕະຖານເພື່ອຮັບໃຊ້ນັກທ່ອງທ່ຽວ.

ມິງດຶກ

ເຫດການ
302 Found

Found

The document has moved here.