ນະ​ໂຍບາຍ​ຄ້ຳປະກັນຊີວິດ​ສັງຄົມ​ ໃຫ້​ຜູ້ອອກແຮງງານ ​ເຢຍລະ​ມັນ ​ແລະ ຄຸນຄ່າ​ການສໍາຫຼວດ ຕໍ່ກັບ​ຫວຽດນາມ

10:46 | 20/11/2023

ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນ ເກີນເທີ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນ Frideric Elbert ປະຈຳຫວຽດນາມ (ສາທາລະນະລັດ ສະຫະພັນ ເຢຍລະມັນ) ຈັດຕັ້ງກອງປະຊຸມສາກົນ “ນະໂຍບາຍການຄ້ຳປະກັນຊີວິດສັງຄົມໃຫ້ຜູ້ອອກແຮງງານ ເຢຍລະມັນ ໃນສະພາບການປະຕິວັດ ຄັ້ງທີ 4 ແລະ ຄຸນຄ່າ​ຄ່າ​ການສຳຫຼວດ ຕໍ່ກັບ​ຫວຽດ​ນາມ”.

ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ
ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ

ນະ​ໂຍບາຍ​ຄ້ຳປະກັນຊີວິດ​ສັງຄົມ​ ໃຫ້​ຜູ້ອອກແຮງງານ ​ເຢຍລະ​ມັນ ​ແລະ ຄຸນຄ່າ​ການສໍາຫຼວດ ຕໍ່ກັບ​ຫວຽດນາມ

- ວັນທີ 16 ພະຈິກ, ຢູ່ນະຄອນ ເກີນເທີ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນ Frideric Elbert ປະຈຳຫວຽດນາມ (ສາທາລະນະລັດ ສະຫະພັນ ເຢຍລະມັນ) ຈັດຕັ້ງກອງປະຊຸມສຳມະນາສາກົນ “ນະໂຍບາຍການຄ້ຳປະກັນຊີວິດສັງຄົມໃຫ້ຜູ້ອອກແຮງງານ ເຢຍລະມັນ ໃນສະພາບການປະຕິວັດ ຄັ້ງທີ 4 ແລະ ຄຸນຄ່າ​ຄ່າ​ການສຳຫຼວດ ຕໍ່ກັບ​ຫວຽດ​ນາມ”.

Quang cảnh hội thảo. ພາບກອງປະຊຸມ.
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບກອງປະຊຸມ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ຂໍ້​ມູນ​ກ່ຽວ​ກັບ​ນະ​ໂຍບາຍຄ້ຳປະກັນຊີວິດສັງຄົມ ​ຂອງ​ເຢຍລະ​ມັນ​ ໃນ​ປະຈຸ​ບັນ, ປະສົບ​ການ​ສ້າງ​ໂຄງການ​ຄ້ຳປະກັນຊີວິດ​ສັງຄົມ ​ຂອງ​ພັກ​ປະຊາທິປະ​ໄຕ ​ສັງຄົມ ​ເຢຍລະ​ມັນ, ​ບັນດາ​ຜົນ​ກະທົບ​ຂອງການປະຕິວັດຄັ້ງທີສີ່ ຕໍ່ກັບ​ຜູ້​ອອກ​ແຮງ​ງານ ​ແລະ ຄ້ຳປະກັນ​ຊີວິດ​ສັງຄົມຂອງ​ຜູ້​ອອກ​ແຮງ​ງານ, ການ​ພົວພັນ​ລະຫວ່າງ ລັດ ກັບທຸລະ​ກິດ - ອົງ​ການ​ຈັດ​ຕັ້ງ​ຜູ້ຕາງ​ຫນ້າ​ຜູ້​ອອກ​ແຮງ​ງານ ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການຄ້ຳປະກັນຊີວິດ​ສັງ​ຄົມ​.

ບັນດາ​ຜູ້​ແທນ​ກ່າວ​ວ່າ ນະ​ໂຍບາຍຄ້ຳປະກັນຊີວິດ​​ສັງຄົມ​ຂອງ​ເຢຍລະ​ມັນ​ ໄດ້​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ, ​ແກ້​ໄຂ​ບັນຫາທັງໝົດ​ຂອງ​ຜູ້​ອອກ​ແຮງ​ງານ​ເຊັ່ນ: ເຮືອນຢູ່​ອາ​ໄສ, ການຂາດ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​ຕ່ຳ, ພະຍາດ, ຄວາມທຸກ​ຍາກ...

Đại biểu quốc tế tham luận tại hội thảo. ບັນດາຜູ້ແທນສາກົນ ກ່າວຢູ່ທີ່ກອງປະຊຸມ.

ບັນດາຜູ້ແທນສາກົນ ກ່າວຢູ່ທີ່ກອງປະຊຸມ.

ຫວຽດນາມ, ບົນ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມ, ກຳນົດ​ທິດ​ພັດທະນາ​ເສດຖະກິດ ​ຕິດ​ພັນ​ກັບ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ສັງຄົມ. ສະ​ນັ້ນ, ຫວຽດນາມ ສາມາດ​ຄົ້ນ​ຄ້ວາ, ສຶກສາ ​ແລະ ສ້າງ​​ນະ​ໂຍບາຍຄ້ຳປະກັນຊີວິດ​ສັງຄົມ​ ໃຫ້​ເໝາະ​ສົມ​ກັບ​ສະພາບເງື່ອນ​ໄຂ​ຂອງ​ປະ​ເທດ.

ນັ້ນ​ແມ່ນ ​ນະ​ໂຍບາຍ​ສ້າງ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ ໂດຍ​ຜ່ານ​ນະໂຍບາຍການ​ຝຶກ​ອົບຮົມ​ທັກສະວິຊາ​ຊີບ ​ແລະ ນະ​ໂຍບາຍ​ສິນ​ເຊື່ອ. ນະ​ໂຍ​ບາຍຄ້ຳປະກັນຊີວິດ​ສັງ​ຄົມ ​ແນ​ໃສ່​ຊ່ວຍເຫຼືອ​ປະ​ຊາ​ຊົນ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ດ້ານ​ສຸ​ຂະ​ພາບ ໃນ​ເວ​ລາ​ເຈັບ​ປ່ວຍ, ອຸ​ປະ​ຕິ​ເຫດ, ເຖົ້າ​ແກ່...

ນະໂຍບາຍການຊ່ວຍເຫຼືອສັງຄົມ ເພື່ອຊ່ວຍເຫຼືອໄດ້ຢ່າງກະທັນຫັນ ແລະເປັນປົກກະຕິ ໃນເວລາທີ່ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກກະທັນຫັນ. ນະ​ໂຍບາຍ​ການ​ບໍລິການ​ສັງຄົມ​ໂດຍພື້ນຖານ ເພື່ອຢ່າງໜ້ອຍກໍ່ໃຫ້​ປະຊາຊົນ​ ໄດ້​ຮັບ​ການ​ບໍລິການ​ເຊັ່ນ: ສາທາລະນະ​ສຸກ, ການ​ສຶກສາ, ເຮືອນຢູ່​ອາ​ໄສ, ນ້ຳ​ສະອາດ, ຂໍ້​ມູນ​ຂ່າວສານ, ການ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ...

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.