ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປຶກສາຫາລື ແລະ ກໍ່ສ້າງສັນຍາດິຈິຕອນທົ່ວໂລກ

15:21 | 02/02/2023

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງຢ່າງ ​ໃຫ້​ຮູ້​ວ່າ ນອກຈາກ​ບັນດາ​ຜົນ​ປະ​ໂຫຍ​ດ, ຍຸກ​ດີ​ຈີ​ຕອນ​ກໍ່ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ແກ້​ໄຂ.

ການໝູນໃຊ້ດິຈິຕອນເພື່ອນໍາໝາກລິ້ນຈີ່ຖ່ຽວ ຫວຽດນາມ ໄປສູ່ທົ່ວໂລກ ການໝູນໃຊ້ດິຈິຕອນເພື່ອນໍາໝາກລິ້ນຈີ່ຖ່ຽວ ຫວຽດນາມ ໄປສູ່ທົ່ວໂລກ
ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ

​ໃນ​ການ​ສົນທະນາ, ຄວາມ​ຄິດ​ເຫັນ​ສ່ວນ​ຫຼາຍ​ກ່າວ​ວ່າ ຄວນ​ມີ GDC ທີ່​ກຳນົດບັນດາ​ຫຼັກການ ​ແລະ ​ເປົ້າ​ໝາຍ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ການ​ຄຸ້ມ​ຄອງ​ດິຈິ​ຕອນ​ທົ່ວ​ໂລກ ​ເພື່ອ​ຮັບປະກັນ​ຄວາມ​ຍຸຕິ​ທຳ ​ແລະ ຜົນ​ປະ​ໂຫຍ​ດຂອງ​ທົ່ວ​ປະ​ເທດ.

ພິ​ເສດ, ຫຼາຍ​ປະ​ເທດ​ພວມ​ພັດທະນາ​ເນັ້ນ​ໜັກ​ວ່າ GDC ຕ້ອງ​ໝູນ​ໃຊ້​ທ່າ​ແຮງ​ຂອງ​ການປະຕິວັດ​ ແລະ ​ຫັນ​ເປັນ​ດີ​ຈີ​ຕອນ ​ເພື່ອ​ຊ່ວຍ​ຮັດແຄບ​ຊ່ອງ​ຫວ່າງ​ດີ​ຈີ​ຕອນ, ​ເຕັກ​ໂນ​ໂລ​ຢີ, ສ້າງ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ທົ່ວ​ໂລກ, ຜ່ານ​ນັ້ນ ກໍ່ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ ​ເພື່ອ​ຊຸກຍູ້​ການ​ປະຕິບັດບັນດາໂຄງການດຳເນີນງານການປຶກສາຫາລື 2030 ສໍາລັບການພັດທະນາແບບຍືນຍົງ (SDGs).

ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປຶກສາຫາລື ແລະ ກໍ່ສ້າງສັນຍາດິຈິຕອນທົ່ວໂລກ

ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປຶກສາຫາລື ແລະ ກໍ່ສ້າງສັນຍາດິຈິຕອນທົ່ວໂລກ

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງຢ່າງ, ຫົວໜ້າ​ຄະນະ​ປະຈຳ​ຫວຽດນາມ ປະຈຳ ສປຊ ​ໃຫ້​ຮູ້​ວ່າ: ນອກຈາກ​ບັນດາ​ຜົນ​ປະ​ໂຫຍ​ດທີ່ໄດ້ຮັບ​ແລ້ວ, ຍຸກ​ດີ​ຈີ​ຕອນ​ຍັງ​ສ້າງ​ຄວາມ​ທ້າ​ທາຍ​ຫຼາຍ​ຢ່າງ ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ດັ່ງນັ້ນ, ການສ້າງ GDC ແມ່ນມີຄວາມຈໍາເປັນ, ເພື່ອສົ່ງເສີມໂລກດິຈິຕອນທີ່ປອດໄພກວ່າ, ມີຄວາມສະເຫມີພາບ ແລະ ພັດທະນາສໍາລັບທຸກຄົນ.

ຕາມ​ນັ້ນ​ແລ້ວ, ຕ້ອງ​ຮັບປະກັນ​ເປົ້າ​ໝາຍ​ການ​ເຊື່ອມ​ຈອດທີ່ແຜ່ຫຼາຍທົ່ວໄປໃນທົ່ວ​ໂລກ​ ໃນ​ປີ 2030, ທຸກ​ຄົນ ໄດ້​ເຂົ້າ​ເຖິງ​ອິນ​ເຕີ​ເນັດ, ​ເຕັກ​ໂນ​ໂລ​ຢີດິ​ຈິ​ຕອນ ​ແລະ ການ​ບໍລິການ​ດ້ວຍ​ລາຄາ​ທີ່​ເໝາະ​ສົມ, ​ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ່​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ເຂົ້າ​ເຖິງ, ຂອງລະບົບ ແລະ ໂຄງລ່າງດິຈິຕອນ.

ກ່ຽວ​ກັບ​ທິດ​ທາງ​ການ​ສົນທະນາ​ທີ່​ຈະ​ມາ​ເຖິງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ໄດ້ເນັ້ນ​ໜັກ​ວ່າ: ເຖິງແມ່ນວ່າ GDC ​ແມ່ນ​ຂະ​ບວນການ​ລະຫວ່າງ​ລັດຖະບານ, ມີບົດບາດເປັນເຈົ້າພາທາງ​ໂດຍ​ບັນດາ​ປະ​ເທດ, ​ແຕ່​ຕ້ອງ​ສ້າງ​ເງື່ອນ​ໄຂ​ໃຫ້​ພາກ​ເອກະ​ຊົນ​ເຂົ້າ​ຮ່ວມ ​ເພື່ອ​ເຮັດ​ໃຫ້​ຂະ​ບວນການດຳເນີນ​ຮອບດ້ານດ້ວຍ​ການ​ປະກອບສ່ວນລະອຽດ ແລະ ມີ​ປະສິດທິ​ຜົນ.

ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປຶກສາຫາລື ແລະ ກໍ່ສ້າງສັນຍາດິຈິຕອນທົ່ວໂລກ
ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງຢ່າງ, ຫົວໜ້າ​ຄະນະ​ປະຈຳ​ຫວຽດນາມ ປະຈຳ ສປຊ

ນອກຈາກ​ນີ້, GDC ຕ້ອງ​ຮັບປະກັນ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ​ຕາມ​ນັ້ນ​ແລ້ວ ​ບັນດາ​ປະ​ເທດ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ຕ້ອງ​ປະຕິບັດຕາມອະທິປະ​ໄຕ​ແຫ່ງ​ຊາດ​ໃນ​ຂົງ​ເຂດອິນເຕີເນັດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນຂອງປະເທດ.

ດ້ວຍ​ຖານະ​ເປັນ​ປະ​ເທດ​ທີ່​ມີ​ປະສົບ​ການ ​ແລະ ບັນລຸຫຼາຍ​ຜົນສຳ​ເລັດ​ຢ່າງ​ກວ້າງຂວາງ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ການພັດທະນາ​ລັດຖະບານ​ເອ​ເລັກ​ໂຕ​ນິກ, ມຸ່ງ​ໄປ​ສູ່​ເສດຖະກິດ​ດີ​ຈີ​ຕອນ ​ແລະ ສັງຄົມ​ດີ​ຈີ​ຕອນ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຊຸກຍູ້​ການ​ປະຕິບັດ​ໂຄງການດຳເນີນງານ 2030 .

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.