ນັກຮຽນຫວຽດນາມ ຍາດໄດ້ຜົນສຳເລັດສູງໃນການແຂ່ງຂັນໂອລີມປິກ ສິ່ງປະດິດ ແລະ ແນວຄິດສ້າງສັນ (WICO )2018

15:31 | 06/08/2018

ຍສໝ - ສິ່ງປະດິດອັນສ້າງສັນຂອງ ຄະນະນັກຮຽນຫວຽດນາມ ໄດ້ຮັບການຕີລາຄາສູງ ໃນການແຂ່ງຂັນ ສິ່ງປະດິດ ແລະ ແນວຄິດສ້າງສັນ (WICO )2018. ຜົນການແຂ່ງຂັນ ທີມຊາດຫວຽດນາມ 3 ທີມຍາດໄດ້ ຫຼຽນຄຳ ແລະ ອີກໜຶ່ງທີມ ໄດ້ຫຼຽນເງິນ.

ນັກຮຽນຫວຽດນາມ ຍາດໄດ້ຜົນສຳເລັດສູງໃນການແຂ່ງຂັນໂອລີມປິກ ສິ່ງປະດິດ ແລະ ແນວຄິດສ້າງສັນ (WICO )2018

ນັກຮຽນຊັ້ນມັດທະຍົມ ທີມຊາດຫວຽດນາມ ຍາດໄດ້ໝາກຜົນທີ່ໜ້າພາກພູມໃຈບົນເວທີການແຂ່ງໂອລີມປິກໂລກ(WICO) ປີ 2018.

ຄະນະນັກຮຽນຫວຽດນາມເຂົ້າຮ່ວມການແຂ່ງຂັນໂອລິມປິກ ສິ່ງປະດິດ ແລະ ແນວຄິດສ້າງສັນ ໂລກ (WICO) ປີ 2018 ແມ່ນສາມາດຍາດໄດ້ ຜົນສຳເລັດສູງ ໂດຍສາມທີມຍາດໄດ້ ຫຼຽນຄຳ ແລະ ອີກໜື່ງທີມໄດ້ຫຼຽນງເິນ. ນີ້ແມ່ນການແຂ່ງຂັນກ່ຽວກັບສິ່ງປະດິດ ແລະ ແນວຄິດສ້າງສັນ ທີ່ມີລັກສະນະເປັນຈິງ, ສະເໜີ ແລະ ພັດທະນາ ໂດຍກຸ່ມນັກຮຽນມັດທະຍົມ.

ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນ WICO 2018 ຄັ້ງນີ້ປະກອບມີ: ນັກຮຽນ 16ຄົນ, ຄົ້ນຄວ້າໃນ 4 ສາຂາທີ່ແຕກຕ່າງກັນ. ໂດຍການເປັນຫົວໜ້າຄະນະຂອງ ທ່ານ ຫງວ໋ຽນທິທຸ່ຍຈາງ ຮອງສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາແນວຄິດສ້າງສັນ, ປອ. ຫງວຽ໋ນແກັ້ງຮ່ວາງ ແລະ ປອ​. ຮ່ວາງທູຮ່າ ເປັນທີ່ປືກສາ ດ້ານວິທະຍາສາດຮ່ວມກັບບັນດາຄູອາຈານແຕ່ລະສາຂາ.

ບັນດາຫົວຂໍ້ທີ່ຄະນະນັກຮຽນຫວຽດນາມ ມີລັກສະນະນຳມາໃຊ້ໄດ້ໃນຊີວິດຈິງສູງ , ສຸມໃສ່ວິທະຍາສາດ ແລະ ປ້ອງກັນສະພາບແວດລ້ອມ ເປັນຫົວຂໍ້ທີ່ສັງຄົມ ແລະ ແວດວົງວິທະຍາສາດກຳລັງໃຫ້ຄວາມສົນໃຈ ແລະ ໄດ້ຮັບການຕີລາສູງຈາກຄະນະກຳມະການສາກົນ.

ນີ້ເປັນຄັ້ງທຳອິດໃນ 7 ປີ ທີ່ເຂົ້າຮ່ວມການແຂ່ງຂັນ WICO ຄະນະນັກຮຽນຫວຽດນາມ ມີຄວາມພາກພູມໃຈຮ່ວມກັບ ຄະນະນັກຮຽນຂອງ ອິນໂດເນເຊຍ ແບ່ງປັນລາງວັນສູງສຸດໃນການແຂ່ງຂັນ (Semi Grand Award); ແລະ ກໍ່ເປັນຄັ້ງທຳອິດທີ່ນັກຮຽນທີມຊາດຫວຽດນາມ ໄດ້ຮັບລາງວັນ ຜູ້ນຳດີເລີດທີ່ສຸດ (Best leading Innovation award).

ການແຂ່ງຂັນໂອລີມປິກ ສິ່ງປະດິດ ແລະ ແນວຄິດສ້າງສັນ ໂລກ ປີ 2018 ຈັດຂື້ນແລະດຳເນີນມາຕັ້ງແຕ່ວັນທີ 1 ຫາ 5 ສິງຫາ 2018 ໂດຍມີ 288 ທີມ ເຂົ້້າຮ່ວມ ປະກອບມີ: ນັກຮຽນ 1.100 ຄົນ ມາຈາກ 30 ປະເທດໃນທົ່ວໂລກ ແລະ ພາກພື້ນເຂົ້າຮ່ວມໃນນັ້ນປະກອບມີປະເທດຍັກໃຫຍ່ຄື: ປະເທດຈີນ, ອາເມລິກາ, ຢີປຸ່ນ, ເກຼັກ, ໄທເປ, ອິນເດຍ, ອີຣານ, ມາເລຍເຊຍ, ລັດເຊຍ , ອີຢີບ, ໂຣມາເນຍ, ການາດາ, ມາເກົ້າ, ຮົ່ງກົງ, ການາ, ປາກີສະຖານ, ອ໋ອດສະເຕເລຍ, ນິວຊີແລນ, ຕຸລາກີ....

ການແຂ່ງຂັນໂອລີມປິກ ສິ່ງປະດິດ ແລະ ແນວຄິດສ້າງສັນ (World Invention Creativity Olympic) ແມ່ນການແຂ່ງຂັນປະຈຳປີ ຈັດໂດຍ ສະຫະພັນ ສິ່ງປະດິດສ້າງສັນ ສາກົນ ໂດຍ ມະຫາວິທະຍາໄລ ເຊອູນຈັດ ແລະ ສະໜັບສະໜູນ ໂດຍສະພາແຫ່ງຊາດ ເກົາຫຼີໃຕ້. WICO ໃຫ້ຄະແນນໂດຍຄະນະກຳມະການສາກົນ, ດ້ວຍມາດຖານທີ່ເຂັ້ມຂຸ້ນ ຂອງນັກວິທະຍາສາດອັນດັບຕົ້ນໆຂອງໂລກເປັນຜູ້ກວດ. ນີ້ແມ່ນການແຂ່ງຂັນກ່ຽວກັບສິ່ງປະດິດ ແລະ ແນວຄິດສ້າງສັນ ທີ່ມີລັກສະນະເປັນຈິງ, ສະເໜີ ແລະ ພັດທະນາ ໂດຍກຸ່ມນັກຮຽນມັດທະຍົມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.