ນະຄອນເກີ່ນເທີ ປາຖະໜາການດຶງດູດທຶນການລົງທຶນຂອງ ອິນໂດເນເຊຍ

16:48 | 06/11/2023

ຍສໝ - ນະຄອນ​ເກີ່ນເທີ ປາດ​ຖະໜາ​ໃຫ້​ສະຖານກົງສຸນ ອິນ​ໂດ​ເນ​ເຊຍ ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງເສີມ, ເຜີຍແຜ່ຮູບພາບ​, ຄວາມສາມາດບົ່ມຊ້ອນ, ​ໂອກາດ​ລົງທຶນ, ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ ອິນ​ໂດ​ເນ​ເຊຍ ມາ​ລົງທຶນ​ຢູ່​ນະຄອນ. ທ່ານ ຫງວຽນ​ທຶກ​ຮ້ຽນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ ເກີ່ນເທີ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ Agustaviano Sofjan - ກົງ​ສຸນ​ໃຫຍ່ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ ໂຮ​ຈິ​ມິນ​ໃນ​ວັນ​ທີ 1 ພະຈິກ​ນີ້.

ຫວຽດນາມ - ອິນ​ໂດ​ເນ​ເຊຍ ທິດ​​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 15 ຕື້ USD ຫວຽດນາມ - ອິນ​ໂດ​ເນ​ເຊຍ ທິດ​​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 15 ຕື້ USD
ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ

ຕາມ​ທ່ານ ຫງວຽນທຶກຮ້ຽນ ແລ້ວ, ບັນດາ​ຂົງ​ເຂດ​ສຳຄັນ​ທີ່​ແຂວງ ເກີ່ນເທີ ປາດ​ຖະໜາ​ການ​ດຶງ​ດູດການ​ທຶນ​ລົງທຶນ​ຈາກ ອິນ​ໂດ​ເນ​ເຊຍ ຄື: ອຸດສາຫະກຳ​ປຸງ​ແຕ່ງ, ການ​ຮ່ວມ​ມື​ຜະລິດ​ກະສິກຳອົງຄະທາດ​, ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການທ່ອງທ່ຽວ, ​ໂຮງ​ແຮມ...

ນະຄອນຫວັງວ່າສະຖານ​ກົງສຸນ​ໃຫຍ່​ ອິນ​ໂດ​ເນ​ເຊຍ​ ປະຈຳ​ນະຄອນ ​ໂຮ່ຈິ​ມິນ ຈະສົມທົບ​ກັນເພື່ອແຈ້ງກ່ຽວກັບ​ບັນດາ​ຜູ້​ນຳ​ເຂົ້າ, ມາດຕະຖານ​ສິນຄ້າ, ບັນດາບູລິມະສິດດ້ານ​ພາສີ, ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ຮີດຄອງ​ປະ​ເພນີ, ວັດທະນະທຳການດຳເນີນ​ທຸລະ​ກິດ, ບັນດາເຫດການງານຕະຫຼາດນັດ ​ແລະ ວາງສະແດງ​ຢູ່​ອິນ​ໂດ​ເນ​ເຊຍ. ນະຄອນເກີ່ນເທີ ຈະແນະນຳຄວາມສາມາດບົ່ມຊ້ອນ ແລະ ໂອກາດລົງທຶນໃຫ້ແກ່ບັນດາວິສາຫະກິດ ແລະ ຈັດຕັ້ງຄະນະນັກທຸລະກິດຈາກນະຄອນໄປສຳຫຼວດຕະຫຼາດ ພ້ອມທັງເຂົ້າຮ່ວມບັນດາຮ້ານວາງສະແດງເພື່ອໂຄສະນາບັນດາຜະລິດຕະພັນໃຫ້ແກ່ຜູ້ບໍລິໂພກ ແລະ ຜູ້ນຳເຂົ້າ ອິນໂດເນເຊຍ.

ນະຄອນເກີ່ນເທີ ປາຖະໜາການດຶງດູດທຶນການລົງທຶນຂອງ ອິນໂດເນເຊຍ
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກທີ່ການຕ້ອນຮັບ.

ການນຳນະຄອນ ເກີ່ນເທີ ຫວັງວ່າ ສະຖານກົງສຸນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ຈະສືບຕໍ່ສົມທົບກັນເປັນປະຈຳ ເພື່ອຈັດຕັ້ງງານບຸນພົບປະແລກປ່ຽນວັດທະນະທຳ ແລະ ການຄ້າ ອິນໂດເນເຊຍ ຢູ່ ນະຄອນ ເກີ່ນເທີ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍໃຫ້ນັບມື້ນັບດີຂຶ້ນ.

ທ່ານ Agustaviano Sofjan - ກົງສຸນໃຫຍ່ ສາທາລະນະລັດ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງທີ່ຕັ້ງ ແລະ ບົດບາດໃຈກາງຂອງນະຄອນ ເກີ່ນເທີ ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະເປັນ​ຂົວ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ອິນ​ໂດ​ເນ​ເຊຍ ມາຍັງນະຄອນ ​ເກີນ​ເທີ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ລົງທຶນ.

ຫວ່າງ​ມໍ່ໆ​ມາ​ນີ້, ນະຄອນ ​ເກີ່ນ​ເທີ ​ແລະ ສະຖານ​ກົງ​ສູນ​ໃຫຍ່ ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ເຫດການ ​ແລະ ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ຢູ່​ນະຄອນ ​ເກີ່ນ​ເທີ. ຫວ່າງແລ້ວ​ນີ້ແມ່ນເຫດການເຊັ່ນ “ວັນ​ອິນ​ໂດ​ເນ​ເຊຍ ​ຢູ່​ນະຄອນ​ເກີ່ນ​ເທີ” ​ໄດ້​ຈັດ​ຂຶ້ນ​ໃນ​ປີ 2022, ຜ່ານ​ນັ້ນ ກໍ່​ໄດ້​ປະກອບສ່ວນ​ຊຸກຍູ້ ​ແລະ ເພີ່ມທະວີສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດຕື່ມອີກ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.