ຄະນະ​ກຳມະການ​ເອີ​ລົບ (EC) ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍIUU

11:13 | 21/10/2023

ຍສໝ - ຄະນະ​ຜູ້​ແທນ​ EC ສືບ​ຕໍ່​ສະ​ເໜີ​ໃຫ້ ຫວຽດນາມ ຕ້ອງ​ມີ​ບັນດາ​ມາດ​ຕະການປັບໄໝ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ທ້ອງ​ຖິ່ນ, ບຸກຄົນ​ທີ່​ບໍ່​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ; ວິສາຫະກິດທຳມາຫາກິນທີ່ຜິດກົດໝາຍ.

ລົງໂທດຢ່າງເຂັ້ມງວດກໍລະນີ​ຫາ​ປາ​ທີ່​ລະ​ເມີດ IUU ລົງໂທດຢ່າງເຂັ້ມງວດກໍລະນີ​ຫາ​ປາ​ທີ່​ລະ​ເມີດ IUU
ຕ້ານ​ການ​ຂຸດ​ຄົ້ນ IUU, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງກອງ​ກ່ຳ​ປັ່ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ຕ້ານ​ການ​ຂຸດ​ຄົ້ນ IUU, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງກອງ​ກ່ຳ​ປັ່ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

ແບ່ງປັນໝາກຜົນເບື້ອງຕົ້ນພາຍຫຼັງການກວດກາຄັ້ງທີ 4 ໂດຍຄະນະກວດກາຂອງຄະນະກຳມາທິການເອີຣົບ (EC) (ແຕ່ວັນທີ 10 – 18 ຕຸລາ 2023) ກ່ຽວກັບການຕ້ານການຂຸດຄົ້ນອາຫານທະເລທີ່ຜິດກົດໝາຍ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ (IUU), ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ທ່ານ ຟຸ່ງດຶກ​ຕ໋ຽນ ຖື​ວ່າ, ຕາມນັ້ນແລ້ວ, ຄະນະກຳມະການເອີຣົບ (EC) ຕີລາຄາສູງຕໍ່ຄວາມຕັດສິນໃຈດ້ານການເມືອງ, ຄວາມເອົາໃຈໃສ່, ການຊີ້ນຳຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ IUU.

ຄະນະ​ຜູ້​ແທນ​ສືບ​ຕໍ່​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຕໍ່ສູ້​ກັບ​ການ​ຂຸດຄົ້ນອາຫານທະເລທີ່ຜິດກົດໝາຍ IUU, ພິ​ເສດ​ແມ່ນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ, ຄວາມ​ເອົາ​ໃຈ​ໃສ່ ​ແລະ ທິດ​ທາງ​ຂອງ​ລັດຖະບານ ​ແລະ ທ່ານ​ນາຍົກລັດຖະມົນຕີ.

ຄະນະ​ກຳມະການ​ເອີ​ລົບ (EC) ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍIUU

ຄະນະ​ກຳມະການ​ເອີ​ລົບ (EC) ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍIUU

ຄະນະກຳມະການກວດກາໄດ້ຕີລາຄາຕໍ່ຄວາມຄືບໜ້າຢ່າງຕັ້ງໜ້າ, ຖືກທິດ ແລະ ການຊີ້ນຳທີ່ໃກ້ຊິດຂອງລັດຖະບານ ຫວຽດນາມ. ຄະນະກຳມະການກວດກາກໍມີຄວາມເຫັນດີເຫັນພ້ອມກັບທັດສະນະຂອງລັດຖະບານ ຫວຽດນາມ ກ່ຽວກັບການຫັນຈາກອາຊີບຫາປາ ຂອງປະຊາຊົນ ມາເປັນອາຊີບຫາປາຢ່າງມີຄວາມຮັບຜິດຊອບ ແລະ ການຫັນປ່ຽນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນສະພາບການຕົວຈິງ ກໍໄດ້ໄປຕາມທິດທາງດັ່ງກ່າວ.

ໄປຄຽງຄູ່ກັນນັ້ນ, ຄະນະກຳມະການກວດກາ ກໍສະເໜີແນະໃຫ້ ຫວຽດນາມ ມີວິທີການແກ້ໄຂຢ່າງເຂັ້ມງວດສຳລັບອົງການ, ສ່ວນບຸກຄົນຢູ່ທ້ອງຖິ່ນຕ່າງໆ ທີ່ບໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ; ສະເໜີໃຫ້ບັນດາທ້ອງຖິ່ນສຸມໃສ່ປະຕິບັດບັນດາຂໍ້ກຳນົດ, ກົດໝາຍກ່ຽວກັບສິນໃນນ້ຳ, ສິນທະເລຢ່າງເຂັ້ມງວດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟຸ່ງ​ດຶກ​ຕ໋ຽນ ໃຫ້​ຮູ້​ວ່າ, ຄະນະ​ຜູ້​ແທນ​ຍັງ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ຜັນ​ແປ​ໃນ​ແງ່​ດີ, ດຳ​ເນີນ​ໄປ​ໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ ແລະ ທິດ​ທາງ​ອັນ​ໃກ້​ຊິດ​ຂອງ​ລັດ​ຖະ​ບານ​ສູນ​ກາງ​ຫວຽດ​ນາມ. ຄະນະ​ຜູ້​ແທນ​ຍັງ​ເຫັນ​ດີ​ກັບ​ຫວຽດນາມ​ວ່າ: ການ​ຫັນປ່ຽນ​ຈາກ​ການ​ຫາ​ປາ​ເອກະ​ຊົນ​ໄປ​ຫາ​ປາ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ.

ກ່ຽວ​ກັບ​ຂອບ​ເຂດ​ກົດໝາຍ, ຄະນະ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ໂດຍ​ພື້ນຖານ​ກ່ຽວ​ກັບ​ຮ່າງ​ດຳລັດ 2 ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ຄື: ດຳ​ລັດ 26/2019/ND-CP ຂອງ​ລັດຖະບານ ​ໄດ້​ລາຍ​ລະອຽດ​ບັນດາ​ມາດຕາ ​ແລະ ມາດ​ຕະການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ອາຫານ​ທະ​ເລ ສະບັບ​ເລກທີ 42/ນຍ ປີ 2019/ND-CP ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ລົງ​ໂທດ​ຕໍ່​ການ​ລະ​ເມີດ​ທາງ​ບໍ​ລິ​ຫານ​ຂະ​ແໜງ​ການ​ປະ​ມົງ.

ຄະນະ​ຜູ້​ແທນ​ EC ສືບ​ຕໍ່​ສະ​ເໜີ​ໃຫ້ ຫວຽດນາມ ຕ້ອງ​ມີ​ບັນດາ​ມາດ​ຕະການປັບໄໝ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ທ້ອງ​ຖິ່ນ, ບຸກຄົນ​ທີ່​ບໍ່​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ; ວິສາຫະກິດທຳມາຫາກິນທີ່ຜິດກົດໝາຍ.

ຄຳຮຸ່ງ

Tags: IUU

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.