ຕ້ານ​ການ​ຂຸດ​ຄົ້ນ IUU, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງກອງ​ກ່ຳ​ປັ່ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

00:00 | 01/08/2023

ຍສໝ - ຕາມການຄາດຄະເນຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳສິນທະເລ ຫວຽດນາມ (VASEP), ວົງເງິນສົ່ງອອກສິນໃນນ້ຳ, ສິນທະເລ ຫວຽດນາມ ໄປຍັງບັນດາປະເທດໃນສະຫະພາບ ເອີຣົບ (ອີຢູ) ໃນປັດຈຸບັນ ແມ່ນເກືອບ 500 ລ້ານ USD ຕໍ່ປີ. ຖ້າຫາກວ່າລະເມີດຂໍ້ກຳນົດ, ຫວຽດນາມ ຈະຖືກຫ້າມສົ່ງອອກສິນໃນນ້ຳ, ສິນທະເລໄປຍັງຕະຫຼາດດັ່ງກ່າວ.

ລົງໂທດຢ່າງເຂັ້ມງວດກໍລະນີ​ຫາ​ປາ​ທີ່​ລະ​ເມີດ IUU ລົງໂທດຢ່າງເຂັ້ມງວດກໍລະນີ​ຫາ​ປາ​ທີ່​ລະ​ເມີດ IUU
ກວາງ​ຈິ ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ ກວາງ​ຈິ ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ

ຕາມການຄາດຄະເນຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳສິນທະເລ ຫວຽດນາມ (VASEP), ວົງເງິນສົ່ງອອກສິນໃນນ້ຳ, ສິນທະເລ ຫວຽດນາມ ໄປຍັງບັນດາປະເທດໃນສະຫະພາບ ເອີຣົບ (ອີຢູ) ໃນປັດຈຸບັນ ແມ່ນເກືອບ 500 ລ້ານ USD ຕໍ່ປີ. ຖ້າຫາກວ່າລະເມີດຂໍ້ກຳນົດ, ຫວຽດນາມ ຈະຖືກຫ້າມສົ່ງອອກສິນໃນນ້ຳ, ສິນທະເລໄປຍັງຕະຫຼາດດັ່ງກ່າວ.

ຕໍ່ໜ້າສະພາບການນີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕຽນ ຖືວ່າ:

“ຕ້ອງສຸມໃສ່ສະກັດກັ້ນກ່ຳປັ່ນຫາປາລ່ວງລ້ຳເຂດທະເລຕ່າງປະເທດຢ່າງຂ້ຽວຂາດ. ສິ່ງດັ່ງກ່າວ ມີຄວາມສຳຄັນ ແລະ ເປັນປັດໄຈຕັດສິນ. ກໍພ້ອມດຽວກັນນັ້ນ, ຕ້ອງຮັບປະກັນປະລິມານຂຸດຄົ້ນຢູ່ເຂດຕ່າງໆ, ທ້ອງຖິ່ນຕ່າງໆ ລ້ວນແຕ່ຊອກຄົ້ນຕົ້ນກຳເນີດ, ນັບແຕ່ການຈົດບັນທຶກປະຈຳວັນ, ຕະຫຼອດຮອດເຂດຂຸດຄົ້ນ… ລ້ວນແຕ່ມີຂໍ້ມູນຢ່າງຈະແຈ້ງ. ເມື່ອສົ່ງອອກ, ຕ້ອງມີເອກະສານຢ່າງຄົບຖ້ວນ, ນັບແຕ່ການຂຸດຄົ້ນ ຕະຫຼອດຮອດການສົ່ງອອກໄປຍັງຕະຫຼາດຕ່າງໆ.”

ຕ້ານ​ການ​ຂຸດ​ຄົ້ນ IUU, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງກອງ​ກ່ຳ​ປັ່ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕຽນ

​ເພື່ອ​ບັນລຸ​ຄາດໝາຍ​ດັ່ງກ່າວ, ​ແຕ່​ນີ້​ຮອດ​ເດືອນ​ພຶດສະພາ 2023, ບັນດາ​ກະຊວງ, ສາຂາ ​ແລະ ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ກວດກາ ​ແລະ ສັງ​ລວມສະຖິຕິ​ຈຳນວນ​ກຳ​ປັ່ນ​ຫາ​ປາ​ທ້ອງ​ຖິ່ນ​ໃຫ້​ສຳ​ເລັດ 100% ​ໃນ​ການ​ຂຶ້ນ​ທະບຽນ ​ແລະ ກວດກາ​ເຄື່ອງ​ໝາຍ​ກຳ​ປັ່ນ​ຫາ​ປາ, ມອບ​ໃບ​ອະນຸຍາດ​ຫາ​ປາ, ຕິດຕັ້ງ​ອຸປະກອນ​ໃຫ້. ຕິດຕາມການເດີນເຮືອຂອງເຮືອຫາປາຕາມລະບຽບ; ປັບປຸງ 100% ຂໍ້ມູນເຮືອຫາປາ ເຂົ້າໃນຖານຂໍ້ມູນການປະມົງແຫ່ງຊາດ (VNFishbase); ສ້າງບັນຊີລາຍການເຮືອຫາປາທີ່ບໍ່ເຂົ້າຮ່ວມການຫາປາ ແລະ ເຮືອທີ່ມີຄວາມສ່ຽງສູງຕໍ່ການລະເມີດການຫາປາ IUU ແລ້ວສົ່ງໃຫ້ອຳນາດການປົກຄອງ ແລະ ມອບໃຫ້ບັນດາໜ່ວຍງານ ແລະ ບຸກຄົນສະເພາະລົງຕິດຕາມ ແລະ ຄຸ້ມຄອງ; ສ້າງ​ລະບຽບ​ການ​ປະສານ​ງານ​ລະຫວ່າງ​ທ້ອງ​ຖິ່ນ​ເພື່ອ​ຄວບ​ຄຸມ​ກຳ​ປັ່ນ​ຫາ​ປາ​ຂອງ​ແຂວງ​ໃຫ້​ໄດ້ 100% ​ໃນ​ເຂດ​ນອກ​ແຂວງ; ຮັບປະກັນ 100% ເຮືອຫາປາທີ່ມີຄວາມຍາວສູງສຸດ 15 ແມັດຂຶ້ນໄປຕ້ອງເຂົ້າຈອດຢູ່ທ່າກຳປັ່ນທີ່ກຳນົດໄວ້, ນາຍເຮືອຕ້ອງແຈ້ງລ່ວງໜ້າ 01 ຊົ່ວໂມງ ເມື່ອເຂົ້າຈອດ ແລະ ບັນທຶກ ແລະ ສົ່ງບັນທຶກການຫາປາຕາມລະບຽບການ; ຢຸດຕິການເຄື່ອນໄຫວຫາປາຜິດກົດໝາຍຢູ່ເຂດນ່ານນໍ້າຕ່າງປະເທດ; ສືບສວນ-ສອບສວນ ແກ້ໄຂ 100% ຄະດີລັກລອບຫາປາ ຢູ່ຕ່າງປະເທດ ແລະ ຂໍ້ມູນຂ່າວສານ ສື່ມວນຊົນ...

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.