"ຊ່ວຍນ້ອງໆໄປໂຮງຮຽນ" ສຳລັບນັກຮຽນລາວ ທີ່ປະສົບກັບຄວາມຫຍຸ້ງຍາກ

11:15 | 10/10/2023

ຊ່ວຍນ້ອງໄປໂຮງຮຽນ ໃຫ້ ນັກຮຽນລາວປະສົບກັບຄວາມຫຍຸ້ງຍາກ

ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ
ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ວັນທີ 7 ຕຸລາ, ຢູ່ຫຼັກໝາຍຊາຍແດນທີ 311 ເຂດຊາຍແດນຫວຽດນາມ - ລາວ, ປ້ອມທະຫານຊາຍແດນຈຸງລີ (ທະຫານຊາຍແດນແຂວງ ແທັງຮວ໊າ) ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ແກ່ ທ້າວ ໂອ, ຢູ່ບ້ານນາຮາມ, ເມືອງວຽງໄຊ, ແຂວງ ຫົວພັນ, ປະເທດລາວ.

ທ້າວ ໂອ ເປັນນັກຮຽນ ປໍ 3, ເຊິ່ງໄດ້ຮັບການອຸປະຖໍາຈາກປ້ອມທະຫານຊາຍແດນ ຈູງລີ ຕາມໂຄງການ “ຊ່ວຍນ້ອງໆໄປໂຮງຮຽນ” ແຕ່ປີ 2021. ຕາມຜູ້ຕາງໜ້າຄະນະຄຸ້ມຄອງ ບ້ານນາຮາມ ແລ້ວ, ຄອບຄົວຂອງ ທ້າວ ໂອ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ລາວເປັນຄົນຄຳຮູ້ ແລະ ມັກຮັກໃນການຮ່ຳຮຽນທີ່ສຸດ.

ປ້ອມທະຫານຊາຍແດນຈູງລີ ມອບລົດຖີບໃຫ້ແກ່ພວກນ້ອງນັກຮຽນ ໃນບໍລິເວນຕາແສງຈູງລີ ຕາມໂຄງການ “ພະນັກງານ, ນັກຮົບໃນກອງທັບຊ່ວຍນ້ອງໆໄປໂຮງຮຽນ”. ພາບ: ກວກຕວານ

ໃນໄລຍະຜ່ານມາ, ເພື່ອລະດົມກໍາລັງໃຈຕໍ່ຜົນການຮຽນຂອງ ທ້າວ ໂອ, ນອກຈາກການໜູນຊ່ວຍດ້ານລາຍຈ່າຍຈຳນວນ 4,5 ລ້ານດົ່ງຕໍ່ປີແລ້ວ, ປ້ອມທະຫານຊາຍແດນ ຈູງລີ ຍັງໄດ້ຈັດຕັ້ງການພົບປະກັບອຳນາດການປົກຄອງບ້ານ ນາຮາມ ແລະ ທະຫານຊາຍແດນຄໍານາງ ເພື່ອແລກປ່ຽນ, ກໍາແໜ້ນສະພາບການ, ຈາກນັ້ນ ມີການໜູນຊ່ວຍເພື່ອລະດົມກໍາລັງໃຈພວກນ້ອງ ແລະຄອບຄົວ.

ໃນໂອກາດນີ້, ກົມກອງ ຍັງໄດ້ຈັດຕັ້ງການມອບຂອງຂວັນ ໃຫ້ອຳນາດການປົກຄອງບ້ານນາຮໍາ ແລະ ຄ້າຍທະຫານຊາຍແດນຄໍານາງ (ລາວ).

ໃນວັນດຽວກັນ, ຄ້າຍທະຫານຊາຍແດນ ຈູງລີ ໄດ້ມອບລົດຖີບ 11 ຄັນ ແລະ ຂອງຂວັນອື່ນອີກໃຫ້ພວກນ້ອງ ໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຂອງຄ້າຍທະຫານຊາຍແດນ” ແລະ ໂຄງການ “ພະນັກງານ, ນັກຮົບໃນກອງທັບຊ່ວຍ ນ້ອງໄປໂຮງຮຽນ” ເພື່ອຊ່ວຍໃຫ້ພວກນ້ອງນັກຮຽນທີ່ມີປະສົບກັບຄວາມຫຍຸ້ງຍາກຢູ່ໃນບໍລິເວນ ບືນຕົວຂຶ້ນໃນການໃຊ້ຊີວິດ, ພະຍາຍາມຮໍ່າຮຽນໃຫ້ດີ, ຫຼໍ່ລ້ຽງຄວາມໃຝ່ຝັນຂອງຕົນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.