ຄະ​ນະ​ຜູ້​ແທນ 871, ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ​ນັກ​ຂ່າວ​ໃຫ້​ແກ່​ໜັງສືພິມ​ກອງທັບ​ປະ​ຊາ​ຊົນ​ລາວ

17:53 | 12/09/2023

ຍສໝ - ຕອນເຊົ້າວັນທີ 11 ກັນຍາ, ຢູ່ກຸ່ມ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາສະເພາະກ່ຽວກັບວຽກງານນັກຂ່າວໃຫ້ແກ່ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ.

GNI ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຜູ້​ອາສາ​ສະໝັກອຸ​ປະ​ຖຳ ເດັກ​ນ້ອຍ 122 ຄົນ GNI ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຜູ້​ອາສາ​ສະໝັກອຸ​ປະ​ຖຳ ເດັກ​ນ້ອຍ 122 ຄົນ
ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມ, ສະຫາຍພົນຈັດຕະວາ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອ, ພາລະບົດບາດ, ໜ້າທີ່ ແລະການກໍານົດທິດພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນໄລຍະຈະມາເຖິງ.

ຄະ​ນະ​ຜູ້​ແທນ 871, ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ​ນັກ​ຂ່າວ​ໃຫ້​ແກ່​ໜັງສືພິມ​ກອງທັບ​ປະ​ຊາ​ຊົນ​ລາວ

ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ພິທີ​ເປີດ​ຊຸດ​ອົບຮົມ​ນັກ​ຂ່າວ​ກອງທັບ​ປະຊາຊົນ​ລາວ ​ໄດ້​ຖ່າຍຮູບ​ທີ່​ລະນຶກ.

ສະຫາຍພົນຈັດຕະວາ ດວ່ານຊວນໂບະ ເນັ້ນໜັກວ່າ, ຜ່ານໄລຍະທາງ 73 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ມາຮອດປັດຈຸບັນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງແຂງແຮງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ຮັບການຊີ້ນໍາ, ລະດົມກໍາລັງໃຈຈາກພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະໄດ້ຮັບການຊ່ວຍເຫຼືອຈາກຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ; ບັນດາອົງການ, ກົມກອງໃນກອງທັບ ແລະການນຳ, ອຳນາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນໃນທົ່ວປະເທດ ແລະເພື່ອນມິດສາກົນ, ໃນນັ້ນມີການລະດົມກຳລັງໃຈເປັນພິເສດຈາກການນຳຂອງພັກ, ລັດ, ກອງທັບ ແລະປະຊາຊົນລາວ, ພິເສດແມ່ນເພື່ອນຮ່ວມງານຢູ່ໜັງສືພິມກອງທັບປະຊາຊົນລາວອ້າຍນ້ອງ.

ສ່ວນສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດລາວ ຍາມໃດກໍ່ເອົາໃຈໃສ່ເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະການພັດທະນາຂອງສື່ມວນຊົນ, ໜັງສືພິມກອງທັບປະຊາຊົນລາວ ຍາມໃດກໍ່ເອົາໃຈໃສ່ວຽກງານພັດທະນາຮອບດ້ານ, ພິເສດແມ່ນວຽກງານກໍ່ສ້າງຖັນແຖວນັກຂ່າວທີ່ມີລະດັບ, ມີຄວາມຮູ້, ຄວາມສາມາດປະຕິບັດສຳເລັດທຸກໜ້າທີ່ເປັນຢ່າງດີ, ໃນນັ້ນຕ້ອງໄດ້ເວົ້າເຖິງການຊ່ວຍເຫຼືອ, ການປະກອບສ່ວນອັນໃຫຍ່ຫຼວງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ແກ່ໜັງສືພິມກອງທັບປະຊາຊົນລາວ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນກົງກັບໂອກາດກະກຽມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ແມ່ນໂອກາດທີ່ດີເພື່ອໃຫ້ພະນັກງານໜັງສືພິມກອງທັບປະຊາຊົນລາວ ຮັບເອົາຄວາມຮູ້, ບົດຮຽນ, ປະສົບການດີໆຈາກໜັງສືພິມກອງທັບປະຊາຊົນຫວຽດນາມ ຕື່ມອີກ, ຈາກນັ້ນກໍ່ນຳໄປໝູນໃຊ້ເຂົ້າໃນວິວັດການໂຄສະນາໃຫ້ບັນລຸປະສິດທິຜົນຢ່າງສູງ, ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ.

ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ໄດ້ຢືນຢັນເຖິງຄວາມຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ຕັ້ງໃຈ, ພະຍາຍາມປະຕິບັດໜ້າທີ່ການຮ່ຳຮຽນ, ສຶກສາຄົ້ນຄວ້າ ເພື່ອໃຫ້ໄດ້ຮັບໝາກຜົນສູງສຸດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.