ຊາວເຜົ່າກຶມມຸ. (ພາບ ອິນເຕີແນດ)
ກ່ອນນີ້ 100 ປີ, ຊາວເຜົ່າ ກຶມມຸ ເຄີຍອົບພະຍົບໄປຍັງບາງແຂວງໃນເຂດພູດອຍທາງພາກເໜືອ ຫວຽດນາມ ເຊັ່ນ: ເຊີນລາ, ລາຍເຈົາ, ແຕ່ຫຼາຍກວ່າໝູ່ແມ່ນຢູ່ທິດຕາເວັນຕົກແຂວງ ເງ້ອານ. ຕາມປະເພນີ, ຊາວເຜົ່າ ກຶມມຸ ເຄີຍສ້າງບ້ານຢູ່ຕາມເນີນພູ, ແຕ່ລະບ້ານມີເຮືອນນັບສິບຫຼັງ, ແລະ ມີສອງສາມວົງຕະກຸນດຳລົງຊີວິດຢູ່ຮ່ວມກັນ. ຕາມປະເພນີ, ຊົນເຜົ່ານີ້ເຄີຍເອົາຊື່ສັດ ແລະ ພືດເພື່ອຕັ້ງຊື່ວົງຕະກຸນຂອງຕົນ. ມີບາງວົງຕະກຸຍັງຖືສັດ, ນົກຫຼືພືດປະເພດໃດໜຶ່ງແມ່ນບັນພະບຸລຸດຜູ້ທຳອິດຂອງຕົນອີກດ້ວຍ, ດັ່ງນັ້ນເຂົາເຈົ້າຈຶ່ງຄະລຳບໍ່ຂ້າ ແລະ ບໍ່ກິນຊີ້ນສັດ, ພືດປະເພດເຫຼົ່ານັ້ນ.
ຊາວເຜົ່າ ກຶມມຸ ຖືເປັນສຳຄັນເລື່ອງປຸກສ້າງເຮືອນຊານທີ່ສຸດ. ໃນພິທີຂຶ້ນເຮືອນໃໝ່ແມ່ນໂອກາດມ່ວນທີ່ສຸດຂອງຄອບຄົວ ແລະ ທັງໝູ່ບ້ານ. ເຈົ້າຂອງເຮືອນເຄີຍຂ້າໝູເຊີນພໍ່ແມ່ປະຊາຊົນໃນບ້ານ. ນີ້ແມ່ນໂອກາດເພື່ອໃຫ້ຊາວບ້ານສະແດງລາຍການສິລະປະທີ່ມີລັກສະນະປະຊາຄົມ. ເຮືອນຂອງຊາວເຜົ່າ ກຶມມຸ ແມ່ນເຮືອນຮ້ານ, ເຄີຍມີສາມຫ້ອງ. ເບິ່ງທາງນອກກໍ່ເຫັນວ່າເຮືອນທຳມະດາງ່າຍດາຍ, ແຕ່ສະຖາປັດຕະຍະກຳຢູ່ພາຍໃນເຮືອນພັດເປັນລະບຽບຮຽບຮ້ອຍ. ພິເສດແມ່ນການຈັດວາງເຕົາໄຟ, ບ່ອນບູຊາເທວະດາເຕົາໄຟ. ນີ້ກໍ່ແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ກຶມມຸ. ປອ. ວີວັນອານ, ນັກຄົ້ນຄ້ວາວັດທະນະທຳຊົນເຜົ່າຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ:
“ຢູ່ ຫວຽດນາມ, ຊາວເຜົ່າ ກຶມມຸ ດຳລົງຊີວິດຫຼາຍທີ່ສຸດຢູ່ແຂວງ ເງ້ອານ,ນອກນັ້ນຊາວເຜົ່າ ກຶມມຸ ຍັງດຳລົງຊີວິດຢູ່ບັນດາແຂວງ: ເຊີນລາ, ລາຍເຈົາ, ເຫງັຍໂລ້ ແລະ ແທງຮ໋ວາ, ໜຶ່ງໃນບັນດາຈຸດທີ່ເປັນເອກະລັກເພາະທີ່ສຸດໃນການເຫຼື້ອມໃສເຊື່ອຖືຂອງຊາວເຜົ່າ ກຶມມຸ ແມ່ນກ່ຽວຂ້ອງເຖິງເຮືອນຊານ, ເຊິ່ງສະແດງອອກຜ່ານເຕົາໄຟໃນເຮືອນ. ຕາມປະເພນີດັ່ງກ່າວ, ເຕົາໄຟໃນເຮືອນບໍ່ໃຫ້ມອດ, ຄືແນວນັ້ນລູກຫຼານໃນຄອບຄົວຈຶ່ງມີຊີວິດຢູ່ເຢັນເປັນສຸກ. ເຕົາໄຟກໍ່ໄດ້ຮັບຖືວ່າແມ່ນສາຍສຳພັນລະຫວ່າງບັນພະບຸລຸດກັບລຸ້ນລູກລຸ້ນຫຼານ, ດັ່ງນັ້ນໄຟຕ້ອງລຸກຕະຫຼອດ”.
ຊາວເຜົ່າກຶມມຸ. (ພາບ ອິນເຕີແນດ)
ນັບແຕ່ດົນນານມາແລ້ວ, ຊາວເຜົ່າ ກຶມມຸ ໄດ້ມີຊີວິດຕິດພັນກັບພູຜາປ່າໄມ້, ທຳມະຊາດ, ເຂົາເຈົ້າປູກສາລີ, ມັນຕົ້ນ, ມັນດ້າງ… ເປັນຕົ້ນ. ໃນການປູກຝັງ, ຊາວເຜົ່າ ກຶມມຸ ເຄີຍໃຊ້ມີດ, ຂວານ. ນອກນັ້ນເຂົາເຈົ້າຍັງລ້ຽງສັດປີກ, ສັດລ້ຽງເພື່ອຮັບໃຊ້ໃນໂອກາດວັນບຸນ, ຕ້ອນຮັບແຂກ. ອາຊີບຖັກສານກໍ່ພັດທະນາ, ເຂົາເຈົ້າຖັກສານເຄື່ອງບັນຈຸທັນຍາຫານ, ເຄື່ອງໃຊ້ເພື່ອຂົນສົ່ງ... ສ່ວນອາຊີບຕ່ຳແຜ່ນແພບໍ່ພັດທະນາ, ດັ່ງນັ້ນເຂົາເຈົ້າຈຶ່ງຊື້ໂສ້ງເສື້ອ, ກະໂປ່ງຂອງຊາວເຜົ່າໄທດຳເພື່ອນຸ່ງ.
ປະຊາຄົມຊາວເຜົ່າ ກຶມມຸ ເອົາໃຈໃສ່ທີ່ສຸດເຖິງການສົມລົດ. ພໍ່ແມ່ເຄົາລົບຄວາມເຫັນຂອງລູກຫຼານ, ຍ້ອນເຫດນັ້ນຊີວິດຂອງຄອບຄົວຊາວເຜົ່າ ກຶມມຸ ຈຶ່ງມີຄວາມຜາສຸກບໍ່ເຄີຍຂາດຄວາມປອງດອງກັນ. ໃນຄອບຄົວຊາວເຜົ່າ ກຶມມຸ, ຜົວເມຍດຳລົງຊີວິດດ້ວຍຄວາມສະເໝີພາບ, ສັດຊື່ບໍລິສຸດ. ຊາວເຜົ່າ ກຶມມຸ ມີປະເພນີພາຍຫຼັງແຕ່ງງານເປັນເວລາໜຶ່ງປີແລ້ວຜົວຈຶ່ງຮັບເມຍມາຢູ່ໃນຄອບຄົວຂອງຕົນ. ເມື່ອຢູ່ໃນຄອບຄົວຂອງເມຍ, ຜູ້ເປັນຜົວຈະປ່ຽນນາມສະກຸນຕາມນາມສະກຸນຂອງເມຍ, ເມື່ອມີລູກແລ້ວ, ລູກຈະຖືນາມສະກຸນຂອງແມ່. ກົງກັນຂ້າມ, ເມື່ອມາຢູ່ໃນຄອບຄົວຂອງຜົວ ຜູ້ເປັນເມຍຈະປ່ຽນນາມສະກຸນຕາມຜົວ, ເມື່ອເກີດລູກແລ້ວ, ລູກຈະຖືນາມສະກຸນຂອງພໍ່.
ຊົນເຜົ່າ ກຶມມຸ ມີມູນເຊື້ອວັດທະນະທຳທາງຈິດໃຈອຸດົມສົມບູນທີ່ສຸດ ດ້ວຍຫຼາຍພິທີບູຊາ ແລະ ງານບຸນທີ່ສຳຄັນເຊັ່ນ: ບຸນປີໃໝ່, ບຸນເຂົ້າຈີ່, ບຸນອວຍພອນເຮືອນໃໝ່. ພິເສດບັນດາງານບຸນບູຊາ ສະແດງໃຫ້ເຫັນສີສັນພິເສດສະເພາະຂອງຊາວເຜົ່າ ກຶມມຸ ຢ່າງຈະແຈ້ງ. ທ່ານ ບຸ່ຍມິງເທ໋, ພະນັກງານຄົ້ນຄ້ວາວັດທະນະທຳຊົນເຜົ່າ ກຶມມຸ, ໃຫ້ຮູ້ວ່າ:
“ບັນດາຄອບຄົວຊາວເຜົ່າ ກຶມມຸ ທີ່ມີເງື່ອນໄຂດ້ານເສດຖະກິດເຄີຍຈັດຕັ້ງພິທີບູຊາປີລະສອງເທື່ອ. ພິທີບູຊາຕົ້ນປີເຄີຍດຳເນີນພາຍຫຼັງບຸນປີໃໝ່ປະຈຳຊາດ. ບັນດາຄອບຄົວຊາວເຜົ່າ ກຶມມຸ ກະກຽມເຫຼົ້າ, ຊີ້ນ ແລະ ເຕົ້າໂຮມລູກຫຼານມາບູຊາ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ແລະ ພາວະນາວ່າ ບັນພະບຸລຸດຈະດົນບັນດານໃຫ້ການທຳມາຫາກິນໃນປີໄດ້ຮັບຜົນດີ. ພິທີບູຊາທີສອງຖືກດຳເນີນໃນເດືອນ 6 (ໄລ່ຕາມຈັນທະປະຕິທິນ), ກົງກັບໂອກາດສຳເລັດການເກັບກ່ຽວເຂົ້າ, ຫຼືພາຍຫຼັງຕົກກ້າພືດແນວພັນໃໝ່ໃນທົ່ງນາຂອງຕົນ”.
ຊາວເຜົ່າກຶມມຸ. (ພາບ ອິນເຕີແນດ)
ຊາວເຜົ່າ ກຶມມຸ ມີຫຼາຍທຳນອງເພງພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນເຂດພູຜາປ່າໄມ້. ທຳນອງເພງທີ່ມີຫຼາຍຄົນຮູ້ຈັກ ແລະ ນິຍົມທີ່ສຸດນັ້ນແມ່ນຂັບ ເຕີມ. ທຳນອງເພງນີ້ ແມ່ນເຕັມໄປດ້ວຍອາລົມຈິດ ແລະ ຂັບຕາມແບບໂຕ້ຕອບກັນ. ຊາວເຜົ່າ ກຶມມຸ ມັກຟ້ອນແຊ, ເຄື່ອງດົນຕີແມ່ນໄດ້ຮັບການປະດິດສ້າງຈາກໄມ້ໄຜ່, ໄມ້ເຮ້ຍທີ່ມີຢູ່ໃນທຳມະຊາດຄື: ຂູ່ຍ, ປີ່...ຊາວເຜົ່າ ກຶມມຸ ຍັງມີຮີດຄອງປະເພນີແປກປະຫຼາດ ແລະ ອາຫານພິເສດສະເພາະຫຼາຍເຍື່ອງ. ຊາວເຜົ່າ ກຶມມຸ ມີຊື່ສຽງດ້ວຍຄວາມຮັກແພງແຂກຄົນ. ຖ້າໄປຢ້ຽມຢາມໝູ່ບ້ານຂອງຊາວເຜົ່າ ກຶມມຸ, ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈຕໍ່ສິ່ງດັ່ງກ່າວ ແລະ ນີ້ຈະເປັນອະນຸສອນຍາກທີ່ຈະລືມໄດ້.(ແຫຼ່ງຂໍ້ມູນ: vov5)