ການຮຽກສ່ຽວບ້ານຕໍ່ບ້ານ ເປັນການເຮັດໃຫ້ຄວາມສາມັກຄີ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ

15:39 | 17/09/2023

ໃນຫຼາຍປີທີ່ຜ່ານມາ ໄປພ້ອມໆກັບການສຸມໃສ່ຂຸດຄົ້ນຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພາບພົດຕົວເມືອງຊົນນະບົດເຂດຫ່າງໄກສອກຫຼີກໄດ້ຮັບການປ່ຽນແປງໂສມໜ້າໃໝ່, ເມືອງເຮືອງຮ້ວາ ແຂວງ ກວາງຈິ ຍາມໃດກໍໄດ້ເອົາໃຈໃສ່ເຮັດວຽກງານການທູດປະຊາຊົນຕໍ່ກັບເມືອງຕ່າງໆຂອງລາວ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນຜົນໃນຮູບແບບຮຽກສ່ຽວ (ແຮກສ່ຽວ) ລະຫວ່າງບ້ານຕໍ່ບ້ານຢູ່ລຽບຕາມຊາຍແດນນັ້ນ, ໄດ້ກາຍເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ.

ສະເໜີຄົ້ນຄວ້າສາຍທາງລົດໄຟເຊື່ອມຕໍ່ ຫວຽດນາມ-ລາວ ສະເໜີຄົ້ນຄວ້າສາຍທາງລົດໄຟເຊື່ອມຕໍ່ ຫວຽດນາມ-ລາວ
ພິທີເປີດເສັ້ນທາງ ນ້ຳດິກ - ຫ້ວຍເຮ້ຍ ເຂດຊາຍແດນ ຫວຽດນາມ-ລາວ ພິທີເປີດເສັ້ນທາງ ນ້ຳດິກ - ຫ້ວຍເຮ້ຍ ເຂດຊາຍແດນ ຫວຽດນາມ-ລາວ
ການຮຽກສ່ຽວບ້ານຕໍ່ບ້ານ ເປັນການເຮັດໃຫ້ຄວາມສາມັກຄີ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ

ຈາກຄູ່ບ້ານທຳອິດທີ່ຮຽກສ່ຽວກັນ

ທ່ານປະທານຄະນະກຳມະການປະຊາຊົນເທດສະບານ ລາວບາວ ເລບາຮຸ່ງ ໃຫ້ຮູ້ວ່າ: ບ້ານກາຕັງ ເປັນບ້ານເທດສະບານຂອງລາວບາວ ເມືອງເຮືອງຮ້ວາ ແຂວງກວາງຈິ ຂອງຫວຽດນາມ ແລະ ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດຂອງລາວ ມີເສັ້ນຊາຍແດນຕິດຈອດກັນ, ປະຊາຊົນທັງສອງບ້ານສ່ວນໃຫ່ຍເປັນເຜົ່າ ບຣູ ແລະ ເວິນກ່ຽວ ຊຶ່ງມີເຊື້ອສາຍລາຍລ່ອງ, ມີມູນເຊື້ອຄວາມສາມັກຄີ ໂອບເອື້ອອາລີ ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການເພີ່ມພູນຜະລິດຜົນ, ພ້ອມກັນຄຸ້ມຄອງ ປົກປັກຮັກສາເຂດນໍ້າແດນດິນ ອະທິປະໄຕ ແລະ ຄວາມສະຫງົບລຽບຕາມຊາຍແດນຂອງສອງຊາດ.

ສອງຝ່າຍໄດ້ພ້ອມກັນແກ້ໄຂບັນຫາຮີດຄອງປະເພນີ, ທີ່ຢູ່ອາໄສ, ການແຕ່ງດອງ ແລະ ບັນຫາຄອບຄົວ, ແລກປ່ຽນຂໍ້ມູນຂ່າວສານໃນວຽກງານປ້ອງກັນເຂດແດນດິນ ແລະ ຄວາມສະຫງົບລຽບຕາມຊາຍແດນ, ຕ້ານ ແລະ ກັດກັ້ນພວກອາດຊະຍາກຳ ແລະ ໄພສັງຄົມ, ປົກປັກຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍລຽບຕາມຊາຍແດນ.

ບ້ານກາຕັງ ແລະ ບ້ານແດນສະຫວັນເຊັນບົດບັນທຶກຊ່ວຍຈຳການເຄື່ອນໄຫວ 6 ເດືອນທ້າຍປີ 2023
ບ້ານກາຕັງ ແລະ ບ້ານແດນສະຫວັນເຊັນບົດບັນທຶກຊ່ວຍຈຳກ່ຽວກັບການເຄື່ອນໄຫວ 6 ເດືອນທ້າຍປີ 2023

ໂດຍປະຕິບັດຕາມແຜນການຂອງກອງບັນຊາການທະຫານຊາຍແດນ ແຂວງກວາງຈິ, ຄະນະກຳມະການປະຊາຊົນເມືອງ ເຮືອງຮ້ວາ ແລະ ປະຕິບັດຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງຟາກ, ວັນທີ 28 ເມສາ 2005 ບ້ານກາຕັງຂອງຫວຽດນາມ ແລະ ບ້ານແດນສະຫວັນຂອງລາວ ໄດ້ຈັດພິທີລົງນາມຮຽກສ່ຽວກັນເປັນຄູ່ບ້ານທຳອິດ ຊຶ່ງມີເນື້ອໃນບົດບັນທຶກຊ່ວຍຈຳ 12 ຂໍ້.

ຜ່ານໄລຍະເວລາ 17 ປີໃນການຈັດຕັ້ງປະຕິບັດຮູບແບບຮຽກສ່ຽວຂອງສອງບ້ານດັ່ງກ່າວ, ກໍໄດ້ປ່ຽນຜຽນກັນເຮັດໜ້າທີ່ຕາມແຕ່ລະໄຕມາດ. ສອງຝ່າຍໄດ້ມີການແລກປ່ຽນສະພາບຄວາມສະຫງົບລຽບຕາມຊາຍແດນເປັນປະຈຳ, ສົມທົບກັນໂຄສະນາ, ຂົນຂວາຍປະຊາຊົນຢູ່ລຽບຕາມຊາຍແດນທັງສອງຟາກຈັດຕັ້ງປະຕິບັດແນວທາງ,ແຜນນະໂຍບາຍຂອງສອງພັກ, ນະໂຍບາຍ ແລະ ກົດໝາຍຂອງສອງລັດໃຫ້ເປັນຢ່າງດີ. ໂດຍສະເພາະແມ່ນຕໍ່ກັບສົນທິສັນຍາ, ຂໍ້ກຳນົດວ່າດ້ວຍເສັ້ນຊາຍແດນຂອງສອງຊາດ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນທັງສອງຝ່າຍໄດ້ໄປມາຫາສູ່ຊຶ່ງກັນ ແລະ ກັນ, ຊ່ວຍເຫຼືອກັນພັດທະນາເສດຖະກິດ ແລະ ແລກປ່ຽນວັດທະນະທຳນຳກັນ.

ພິເສດສອງບ້ານດັ່ງກ່າວໄດ້ໄປມາຫາສູ່, ມອບຂອງຝາກຂອງຕ້ອນໃຫ້ຊຶ່ງກັນ ແລະ ກັນ ເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງສອງຊາດເຊັ່ນ: ຈັດຕັ້ງຢື້ຢາມຖາມຂ່າວກັນເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ ແລະ ປີໃໝ່ລາວ, ວັນສາມັກຄີທົ່ວປວງຊົນ, ວັນແມ່ຍິງ..., ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການຕ້ານ ແລະ ສະກັດກັ້ນພະຍາດລະບາດ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ. ປີ 2022 ບ້ານກາຕັງຂອງຫວຽດນາມ ໄດ້ຊ່ວຍເຫຼືອປະຊາຊົນບ້ານແດນສະຫວັນຂອງລາວ ເປັນເຂົ້າສານ 500 ກກ, ເຄື່ອງໃຊ້ທີ່ຈຳເປັນຫຼາຍຮ້ອຍຫໍ່, ຜ້າອັດປາກ-ດັງ 1.000 ອັນ, ນໍ້າດື່ມບໍລິສຸດ 500 ຂວດ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ລະບາດ ແລະ ຊ່ວຍຈຳໜ່າຍສິນຄ້າກະເສດ, ສ່ວນບ້ານແດນສະຫວັນໃຫ້ການຊ່ວຍເຫຼືອແກ່ບ້ານກາຕັງຂອງຫວຽດນາມລວມມີ: ເຂົ້າສານໜຽວ 150 ກກ, ໝູ 2 ໂຕ, ແນວພັນໄມ້ຊະນິດຕ່າງໆ 300 ເບ້ຍ.

ແຜ່ຂະຫຍາຍຮູບແບບຮຽກສ່ຽວໃຫ້ມີປະສິດທິຜົນ

ຈາກຜົນຕອບຮັບຂອງການຮຽກສ່ຽວບ້ານຕໍ່ບ້ານຄູ່ທຳອິດລະຫວ່າງບ້ານກາຕັງຂອງຫວຽດນາມ ແລະ ບ້ານແດນສະຫວັນຂອງລາວ ທີ່ໄດ້ຈັດນັບແຕ່ປີ 2005 ນັ້ນ, ມາເຖິງປັດຈຸບັນ ເມືອງ ເຮືອງຮ້ວາ ໄດ້ມີບ້ານຮຽກສ່ຽວເພີ່ມຂຶ້ນຕື່ມອີກ 19 ຄູ່ບ້ານ. ປີ 2005 ມີ 1 ຄູ່, ປີ 2006 ມີ 2 ຄູ່, ປີ 2007 ມີ 6 ຄູ່, 2008 ມີເພີ່ມອີກ 1 ຄູ່, ປີ 2009 ມີ 7 ຄູ່, ປີ 2011 ເພີ່ມອີກ 1 ຄູ່ ແລະ ປີ 2012 ເພີ່ມອີກ 1 ຄູ່.

ການນຳເມືອງເຮືອງຮ້ວາ ແລະ ເມືອງເຊໂປນໄດ້ຈັດພິທີເປີດດ່ານທ້ອງຖິ່ນ ລາໂກ- ຕ່າຣຸ່ງ ຄືນໃໝ່.
ການນຳເມືອງເຮືອງຮ້ວາ ແລະ ເມືອງເຊໂປນ ໄດ້ຈັດພິທີເປີດດ່ານທ້ອງຖິ່ນ ລະໂກ- ຕະຫຼຸງ ຄືນໃໝ່.

ເລຂາພັກເມືອງ ເຮືອງຫວຽດ ສະຫາຍ ໂຮ່ວັນວ໊ອງ ໃຫ້ຮູ້ວ່າ: ປີ 2007 ບ້ານກາຕັງ ຕາແສງເຮືອງຫວຽດ, ເມືອງເຮືອງຮ້ວາ ແຂວງ ກວາງຈິ ແລະ ບ້ານ ອາເວຍ ກຸ່ມບ້ານ ລະໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີຮຽກສ່ຽວບ້ານຕໍ່ບ້ານ ນຳກັນ ໂດຍມີເນື້ອໃນບົດບັນທຶກຊ່ວຍຈຳ 12 ຂໍ້ ແລະ ມີຄອບຄົວປະຊາຊົນເຂົ້າຮ່ວມ 100%.

ຕະຫຼອດໄລຍະ 15 ປີຜ່ານມາ, ບ້ານຮຽກສ່ຽວລຽບຕາມຊາຍແດນຂອງສອງຝ່າຍໄດ້ຈັດຕັ້ງການເຄື່ອນໄຫວແລກປ່ຽນຊຶ່ງກັນ ແລະ ກັນໄດ້ເປັນຢ່າງດີ. ສອງຝ່າຍໄດ້ຈັດຕັ້ງບັ້ນໂຄສະນາຮ່ວມກັນ 50 ຄັ້ງ, ເຜີຍແຜ່, ສຶກສາທາງດ້ານກົດໝາຍກ່ຽວກັບອະທິປະໄຕຜືນແຜ່ນດິນ, ເສັ້ນຊາຍແດນລະຫວ່າງຊາດ ແລະ ຂໍ້ກຳນົດກົດໝາຍຂອງແຕ່ລະປະເທດໃຫ້ປະຊາຊົນຄູ່ບ້ານຮຽກສ່ຽວນຳກັນດ້ວຍຫຼາຍກວ່າ 2.000 ເທື່ອຄົນເຂົ້າຮ່ວມ, ເຂົ້າຮ່ວມກັບເຈົ້າໜ້າທີ່ວິຊາສະເພາະຂອງແຕ່ລະຝ່າຍລາດຕະເວນ, ປົກປັກຮັກສາຫຼັກໝາຍຊາຍແດນໄດ້ 52 ຄັ້ງ ມີຜູ້ເຂົ້າຮ່ວມ 780 ເທື່ອຄົນ.

ປະຊາຊົນສອງບ້ານຮຽກສ່ຽວໄດ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ແລກປ່ຽນບົດຮຽນໃນການຜະລິດຜົນ, ແບ່ງປັນແນວພັນຕົ້ນໄມ້, ສັດລ້ຽງໃຫ້ກັນ, ແນະນຳໃຫ້ກັນວິທີປ້ອງກັນສັດຕູພືດ, ບົດຮຽນໃນການທຳມາຫາກິນ, ນຳໃຊ້ວິທະຍາສາດເຂົ້າໃນການຜະລິດ, ສ້າງເງື່ອນໄຂໃນການຈະລາຈອນສິນຄ້າ ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ລຽບຕາມຊາຍແດນໃຫ້ດີຂຶ້ນເປັນກ້າວໆ.

ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໃຫ້ຮູ້ວ່າ: 15 ປີຜ່ານມາ (2007-2022) ໄດ້ຈັດຕັ້ງການລາດຕະເວນ ແລະ ປົກປັກຮັກສາຫຼັກໝາຍຊາຍແດນໄດ້ 238 ຄັ້ງ ມີຜູ້ເຂົ້າຮ່ວມ 2.075 ເທື່ອຄົນ. ໂດຍປະຊາຊົນທັງສອງຟາກໄດ້ເຂົ້າຮ່ວມການໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ 6.314 ເລື່ອງ ໃນນັ້ນມີ 2.843 ເລື່ອງເປັນຂໍ້ມູນທີ່ເປັນປະໂຫຍດ ພົວພັນກັບການຄ້າຂາຍຢາເສບຕິດ ເຊັ່ນ: ປີ 2021 ປ້ອມປ້ອງກັນຊາຍແດນ ເຮືອງເລີບ ໄດ້ສົມທົບກັບກອງກຳລັງປ້ອງກັນຊາຍແດນ ແລະ ປະຊາຊົນ ທັບມ້າງເຄືອຂ່າຍຂົນສົ່ງ ແລະ ຄ້າຂາຍຢາເສບຕິດຂ້າມຊາດ ຈາກລາວ ໄປຫວຽດນາມ ສາມາດຈັບເປົ້າໝາຍໄດ້ 3 ຄົນ ພ້ອມຫຼັກຖານຂອງກາງຢາເສບຕິດ 46 ກກ.

ສະຫຼຸບ 15 ປີຮຽກສ່ຽວບ້ານຕໍ່ບ້ານຂອງເທດສະບານລາວບາວ ເມືອງເຮືອງຮ້ວາ ແຂວງ ກວາງຈິ, ມອບຂອງຕ້ອນຂອງຝາກໃຫ້ກັບ 3 ບ້ານ, ແດນສະຫວັນ, ກາຕູບ ເມືອງເຊໂປນລາວ,
ສະຫຼຸບ 15 ປີຮຽກສ່ຽວລະຫວ່າງບ້ານຕໍ່ບ້ານຂອງເທດສະບານລາວບາວ ເມືອງເຮືອງຮ້ວາ ແຂວງ ກວາງຈິ, ມອບຂອງຂວັນໃຫ້ກັບ 3 ບ້ານ: ບ້ານເຟືອງ, ແດນສະຫວັນ, ກະຕູບ ເມືອງເຊໂປນ, ລາວ

ຮູບແບບຮຽກສ່ຽວບ້ານຕໍ່ບ້ານ ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນສອງຊາດລຽບຕາມຊາຍແດນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈດີຂຶ້ນເປັນກ້າວໆ. ພ້ອມດຽວກັນກໍໄດ້ຊ່ວຍເຫຼືອກັນຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ, ແກ້ໄຂຜົນກະທົບຈາກໄພພິບັດ, ຊ່ວຍເຫຼືອກັນໃນການກວດສຸຂະພາບ, ແລກປ່ຽນບົດຮຽນໃນການນຳພາຂອງພັກ, ລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນຢູ່ຂັ້ນຮາກຖານ.

ການເຄື່ອນໄຫວວຽກງານຊາຍແດນ ແລະ ການທູດປະຊາຊົນໄດ້ຮັບການຍົກສູງ ແລະ ເປີດກວ້າງທັງຮູບການ ແລະ ເນື້ອໃນ. ຈັດຕັ້ງການຢື້ຢາມຖາມຂ່າວ, ແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີ ຊຶ່ງກັນ ແລະ ກັນເປັນປະຈຳ ໄດ້ເປັນການປະກອບສ່ວນຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ, ປົກປັກຮັກສາສີສັນວັດທະນະທຳຂອງປະຊາຊົນບັນດາເຜົ່າສອງຊາດຢູ່ລຽບຕາມຊາຍແດນໄດ້ເປັນຢ່າງດີ.

ໃນຄວາມເປັນຈິງແລ້ວ ຮູບການຮຽກສ່ຽວບ້ານຕໍ່ບ້ານຂອງສອງຟາກຝັ່ງຊາຍແດນນັ້ນ ຖ້າເວົ້າຢ່າງໜຶ່ງກໍແມ່ນຂະບວນການຮຽກສ່ຽວກຸ່ມຊົນຂອງສອງຊາດລຽບຕາມຊາຍແດນ, ເຊິ່ງໄດ້ຢືນຢັນໃຫ້ເຫັນທີ່ຕັ້ງ, ພາລະບົດບາດທີ່ໃຫ່ຍຫຼວງຂອງມະຫາຊົນໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຂອງເສັ້ນຊາຍແດນແຫ່ງຊາດຂອງສອງປະເທດຫວຽດນາມ ແລະ ລາວ.

ຮູບແບບຂ້າງເທິງນີ້ ໄດ້ປະກອບສ່ວນປົກປັກຮັກສາຄວາມສະຫງົບທາງດ້ານການເມືອງຢູ່ຕາມເຂດຊາຍແດນ, ເພີ່ມທະວີຄວາມສຳພັນສາມັກຄີລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດທີ່ມີເສັ້ນຊານແດນຮ່ວມກັນ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາເສດຖະກິດ-ສັງຄົມຢ່າງເຂັ້ມແຂງ, ຍົກສູງສະຕິຂອງປະຊາຊົນ, ລົບລ້າງຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດລຽບຕາມຊາຍແດນໃຫ້ດີຂຶ້ນ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ເວົ້າລວມ, ການຮຽກສ່ຽວລະຫວ່າງແຂວງກວາງຈິ ສສ ຫວຽດນາມ ກັບແຂວງສະຫວັນຂອງ ສປປ ລາວ, ເມືອງເຮືອງຮ້ວາ ກັບບັນດາເມືອງຂອງລາວ ທີ່ມີຊາຍແດນຕິດຈອດກັນໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

ເມືອງເຮືອງຮ້ວາ ແຂວງກວາງຈິ ສສ ຫວຽດນາມ ມີເສັ້ນຊາຍແດນຕິດຈອດກັບເມືອງເຊໂປນ, ເມືອງນອງ ແຂວງສະຫວັນນະເຂດ, ເມືອງສະມ້ວຍ ແຂວງສາລະວັນ ຂອງສປປ ລາວ ມີຄວາມຍາວ 126,638 ກມ, ມີດ່ານສາກົນ ລາວບາວ ແລະ ບັນດາດ່ານທ້ອງຖິ່ນຈຳນວນໜຶ່ງ. ທົ່ວເມືອງມີພົນລະເມືອງທັງໝົດ 95.000 ຄົນ, ລວມມີ 3 ຊົນເຜົ່າໃຫ່ຍ: ເຜົ່າກິງ, ເຜົ່າເວິນກ່ຽວ, ເຜົ່າປາໂກ, ໃນນັ້ນຊົນເຜົ່າສ່ວນໜ້ອຍກວມເອົາເກືອບ 50%.

ລູກເມືອງພວນ

https://baodantoc.vn/ket-nghia-ban-ban-to-tham-them-tinh-doan-ket-viet-lao-1694675086754.htm