ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳຢູ່ ເປີນິງ, ຕາແສງລັງ, ແຂວງກວາງນາມ: ຕ້ອງມີກົນໄກອະນຸລັກສະເພາະ

09:16 | 07/09/2023

ຍສໝ - ອາຊີບຕ່ຳຜ້າ​ພື້ນເມືອງຫັດຖະກຳຕ້ອງ​ມີ​ກົນ​ໄກອະນຸລັກສະເພາະ. ຜູ້ທີ່ກຳລັງຮັກສາອາຊີບນີ້ ຢາກໃຫ້ລັດມີກົນໄກໜູນຊ່ວຍເພື່ອເຂົາເຈົ້າທັງສາມາດຮັກສາອາຊີບໄວ້ໄດ້ ແຕ່ຍັງດຳລົງຊີວິດຢູ່ກັບອາຊີບນີ້ໄດ້ນຳອີກ. ບັນດານະໂຍບາຍ, ເອກະສານລົງທຶນຕ່າງໆ ຄວນເຂົ້າສູ່ການດຳເນີນຊີວິດໂດຍໄວ. ຕ້ອງ​ພັດທະນາ​ການທ່ອງທ່ຽວ​ເພື່ອ​ໃຫ້​ຫຼາຍຄົນນັບ​ມື້​ນັບ​ໄດ້​​ຮູ້​ເຖິງ​ບັນດາ​ຜະລິດ​ຕະພັນ​ຕ່ຳແຜ່ນຂອງ ເປີນິງ... ນັ້ນ​ແມ່ນ​ຄວາມຫວັງ​ຂອງ​ຊາວເກີຕູ ຢູ່​ເປີ​ນິງໃນຮັກສາ​ອາຊີບ​ມູນເຊື້ອຫັດຖະກຳນີ້​.

ໂດຍ​ແມ່​ ແລະ ​ຍ່າ​ໄດ້​ສອນ​ການ​ຕ່ຳ​ຜ້າ​ມາ​ແຕ່​ອາຍຸ 16 ປີ, ນາງ ອາ ບີ່ງເຍິນ (ເກີດ​ໃນ​ປີ 1981) ຢູ່​ບ້ານ​ນາ, ຕາ​ແສງ ລັງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ແມ່​ຍິງ​ທີ່​ຕ່ຳ​ຜ້າເກັ່ງຢູ່​ໃນເຂດ​ດັ່ງກ່າວ. ທຸກໆມື້, ຫຼັງຈາກເຮັດໄຮ່ແລ້ວ, ໃນເວລາຫວ່າງນາງຈະຕ່ຳ​ຜ້າ​​. ດ້ວຍແຜ່ນຜ້າທຳມະດາທີ່ບໍ່ມີລວດລາຍປະດັບ, ນາງໄດ້ໃຊ້ເວລາພຽງແຕ່ເຊົ້າມື້ຫນຶ່ງເພື່ອຕ່ຳຜ້າໄດ້ 1 ແມັດ. ສໍາລັບຜ້າທີ່ມີລູກປັດ, ມີລວດລາຍມູນເຊື້ອຮູບດອກໄມ້, ຮົ້ວ, ຮູບວົງມົນ, ສີ່ລ່ຽມ... ໃນເຂົ້າໜຶ່ງ ຈະຕ່ຳໄດ້ພຽງແຕ່ປະມານ 20 ຊັງຕີແມັດ.

ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳຢູ່ ເປີນິງ, ຕາແສງລັງ, ແຂວງກວາງນາມ: ຕ້ອງມີກົນໄກອະນຸລັກສະເພາະ
ແມ່​ຍິງ​ຢູ່​ບ້ານ​ເປີ​ນິງ, ຕາ​ແສງ​ລັງ, ​ເມືອງ ​ໄຕ​ຢາງ, ​ແຂວງ ກວາງ​ນາມ ກັບອາຊີບ​ມູນເຊື້ອຕ່ຳຜ້າ.

“ຈຳນວນຜ້າຕ່າງໆນີ້ ພວກ​ຂ້າ​ພະ​ເຈົ້າ​ຈະຫຍິບເຮັດ​ເຄື່ອງ​ນຸ່ງ​ໃຫ້​ທຸກ​ຄົນ​ໃນ​ຄອບ​ຄົວ, ມອບ​ເປັນ​ຂອງ​ຂວັນ​ໃຫ້​ແຂກ ​ແລະ ​ມອບ​ໃຫ້​ຄົນ​ໃນ​ໝູ່​ບ້ານ​ໃນໂອກາດ​ວັນ​ບຸນ, ບາງ​ເທື່ອມີ​ລູກ​ຄ້າ​ຢູ່​ເຂດ​ທົ່ງ​ພຽງ​ມາ​ຂາຍເຄື່ອງ, ມີນັກ​ທ່ອງ​ທ່ຽວມາ ​ກໍ​ຂາຍ​ໄດ້ 2 ​ລ້ານດົງ/ຊຸດ” , ນາງ ອາ ບິ່ງເຍິນ ກ່າວ.

ອາຍຸ 26 ປີ, ອາລັງທິຢຸ່ງ (ຊົນເຜົ່າ ເກີຕູ) ແມ່ນໜຶ່ງໃນຜູ້ທີ່ອາຍຸນ້ອຍສຸດຂອງໝູ່ບ້ານ ເປີນິງ ໃນກຸ່ມຕ່ຳຜ້າ. ຍ້ອນຮັກອາຊີບມູນເຊື້ອຫັດຖະກຳ, ແມ່, ແມ່ຕູ້ຂອງຢຸ່ງ ກໍໄດ້ສອນການຕ່ຳຜ້າ. ຢຸ່ງແບ່ງປັນວ່າ: ຂ້າພະເຈົ້າມັກນຸ່ງຊຸດພື້ນເມືອງຂອງຊາວເຜົ່າເກີຕູ ໃນໂອກາດວັນບຸນ ແລະ ປີໃໝ່, ເມື່ອເຮືອນມີແຂກທີ່ຮັກແພງມາຢາມ. ຂ້າພະເຈົ້າຫວັງວ່າຂ້າ ພະເຈົ້າຈະເປັນຊ່າງຕ່ຳຜ້າທີ່ເກັ່ງ ເພື່ອແຜ່ນຜ້າຫັດຖະກຳຂອງຊົນເຜົ່າ ເກີຕູ ຈະໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນ”.

“ເສື້ອຜ້າ​ຊຸດ​ນີ້​ແມ່ນ​ເສື້ອຜ້າ​ອາພອນ​ຂອງ​ຊົນ​ເຜົ່າ ເກິຕູ ມາ​ແຕ່ສະໄໝກ່ອນ, ບໍ່​ສາ​ມາດ​ປະໄດ້, ຕ້ອງ​ເກັບ​ຮັກ​ສາ​ໄວ້​ເພື່ອ​ໃຫ້​ລູກ​ຫຼານ​ໄດ້​ຮູ້, ໄດ້ເຂົ້າ​ໃຈ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວເຂດຂອງ​​ປະ​ເທດ​ນີ້​ເພື່ອ​ໃຫ້​ທຸກ​ຄົນໄດ້​ຮູ້​ຈັກເຖິງ ​ແລະ ​ທຸກ​ຄົນ​ມັກຫຜ້າຫັດຖະກຳຂອງ ເກິຕູ​. ເພື່ອ​ໃຫ້​ຊົນ​ເຜົ່າເກິຕູ ບໍ່​ສູນ​ເສຍ​ອາຊີບ​ຕ່ຳຜ້າ​ພື້ນເມືອງ​ຫັດຖະກຳ”. ນັ້ນ​ແມ່ນ​ຄວາມ​ມຸ່ງຫວັງ​​ຂອງ​ປ້າ ບລີ່ງທິຕື (ອາຍຸ 63 ປີ) ເຊິ່ງເປັນ​ຄົນສອນ​ອາຊີບຕ່ຳຜ້າຫັດຖະກຳໃຫ້​ບັນດາ​ແມ່​ຍິງເກິຕູ. ປ້າ ຕື ເເມ່ນຄົນທີ່ມີ​ປະ​ສົບ​ການ​ຫຼາຍ​ກ​່​ວາ 30 ປີ​ໃນ​ອາຊີບຕ່ຳຜ້າ​ພື້ນເມືອງຫັດຖະກຳນີ້. ປ້າຮູ້ຕ່ຳຜ້າແຕ່ອາຍຸ 25 ປີ. ກ່ອນ​ໜ້າ​ນີ້, ການນຳ ເມືອງໄຕຢາງ ໄດ້​ເຊີນປ້າ ຕື ໄປ​ສອນ​ການ​ຕ່ຳຜ້ານີ້ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ທ້ອງຖິ່ນ.

ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳຢູ່ ເປີນິງ, ຕາແສງລັງ, ແຂວງກວາງນາມ: ຕ້ອງມີກົນໄກອະນຸລັກສະເພາະ
​ນາງ ອາບິງທິງງອກ ກຳລັງ​ຖັກແສ່ວເມັດໝາກຕຸ້ມ​ເທິງພື້ນຜ້າພື້ນເມືອງຫັດຖະກຳ​.

​ເວົ້າ​ເຖິງ​ອາຊີບຕ່ຳຜ້າ​ພື້ນເມືອງຢູ່​ບ້ານເປີ​ນິງ, ຕາ​ແສງ​ລັງ, ​ເມືອງ​ໄຕ​ຢາງ, ​ແຂວງກວາງ​ນາມ, ທ່ານ ບ​ລິງ​ຟາດ - ນາຍບ້ານ ​ເປີນິງ ​ໃຫ້​ຮູ້​ວ່າ: ໝູ່​ບ້ານ​ອາຊີບ​ມູນເຊື້ອຫັດຖະກຳ​​ໃນ​ປະຈຸ​ບັນ ​ລວມມີ: ຕ່ຳຜ້າ, ຄວັດແກະສະຫຼັກ,ຈັກສານ, ຫັດຖະກຳ... ເຖິງຢ່າງໃດກໍຕາມ, ຢູ່ທີ່ນີ້ຫາກໍຮັກສາໄດ້ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳ ແລະ ຈັກສານເທົ່ານັ້ນ. ສະເພາະກ່ຽວກັບການຕ່ຳຜ້າພື້ນເມືອງຫັດຖະກຳ ປະຈຸບັນນີ້ມີປະມານ 40 ຄອບຄົວ​ທີ່​ຮູ້​ວິທີ​ຕ່ຳ ​ແລະ ​ເຂົ້າ​ຮ່ວມ​ໃນ​ການ​ຕ່ຳຜ້າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ເອົາ​ໃຈ​ໃສ່​ໃນ​ອາຊີບຕ່ຳຜ້ານີ້ ​ເພາະ​ຢູ່ທີ່ນີ້​ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສ້າງ​ຕັ້ງໝູ່ບ້ານອາຊີບແບບຈິງຈັງເທື່ອ. ​ເຖິງ​ວ່າ​ບັນດາ​ໝູ່ບ້ານ​ຫັດຖະກຳ​ໄດ້​​ຮັບ​ຮູ້​ໃນ​ເມື່ອ​ກ່ອນ, ​ແຕ່​ລະດັບ​ການ​ລົງທຶນ​ຍັງ​ບໍ່​ທັນໄດ້ຮັບການ​ຮັບປະກັນ ​ແລະ ບໍ່​ເໝາະ​ສົມ​ກັບ​ຊີວິດ​ຂອງ​ປະຊາຊົນ. ປະຈຸ​ບັນ, ປະຊາຊົນ​ໄດ້​ຕ່ຳຜ້າ​ຢູ່​ເຮືອນເອງ. ສິ່ງ​ທີ່ເປັນໜ້າຍິນ​ດີ​ຢູ່​ທີ່​ນີ້​ແມ່ນ​ມີ​ການ​ຖ່າຍທອດ​ຈາກລຸ້ນຄົນນີ້ສູ່ລຸ້ນຄົນອື່ນ, ຜູ້​ເຂົ້າຮ່ວມການຕ່ຳ​ຜ້າກໍ​ໄດ້​ຫັນເປັນຄົນໄວໜຸ່ມຂຶ້ນ, ມີ​ຊາວ​ໜຸ່ມຫຼາຍຄົນ​ເຂົ້າ​ຮ່ວມ​ການອະນຸລັກ​ຮັກສາ​ອາຊີບນີ້.

ກ່ຽວກັບນະ​ໂຍບາຍອະນຸລັກ​ຮັກສາໝູ່​ບ້ານອາຊີບມູນເຊື້ອ​ຫັດຖະກຳ​ ໄດ້ຮັບການຜັນຂະຫຍາຍ, ​ແຕ່ບໍ່ໄດ້ຮັບການປະຕິບັດ​ຢ່າງຄົບຊຸດ. ຫ້ອງການເສດຖະກິດ ພື້ນຖານໂຄງລ່າງຂອງບ້ານ ໄດ້ຊ່ວຍເຫຼືອເຄື່ອງມືອຸປະກອນການຕ່ຳຜ້າ ລວມທັງຝ້າຍໄໝ ແລະ ອຸປະກອນຕັດຫຍິບຈຳນວນໜຶ່ງ ເພື່ອຮັບໃຊ້ຕາມຄວາມຮຽກຮ້ອງຕ້ອງການຂອງການຕັດຫຍິບເຄື່ອງນຸ່ງ. ​ ແຕ່ວ່າ, ຍ້ອນ​ບໍ່​ໄດ້​ກາຍ​ເປັນ​ສິນຄ້າ​ການ​ຄ້າ,ສະນັ້ນ ຕົ້ນຕໍ​ແມ່ນ​ສະໜອງຕາມ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ບໍ່​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ໃຫ້​ແກ່​ພໍ່ແມ່ປະຊາຊົນ.

“​ເຖິງ​ວ່າ​ສາມາດ​ຮັກສາ​ອາຊີບໄວ້​ໄດ້​ກໍ່ຕາມ, ​ແຕ່​ຊາວ​ໜຸ່ມ​ສ່ວນ​ຫຼາຍ​ບໍ່​ສົນ​ໃຈ​ໝູ່ບ້ານ​ອາຊີບມູນເຊື້ອຫັດຖະກຳນີ້​, ດັ່ງ​ນັ້ນ ຂ້າພະ​ເຈົ້າ​ຢາກ​ມີ​ກົນ​ໄກ​ອະນຸລັກ​ຮັກສາ. ຜູ້ທີ່ກຳລັງຮັກສາອາຊີບນີ້ ຫວັງວ່າລັດຈະມີກົນໄກຊ່ວຍເຫຼືອເພື່ອໃຫ້ເຂົາເຈົ້າສາມາດຮັກສາອາຊີບນີ້ໄວ້ໄດ້ ແຕ່ຍັງຄົງດຳລົງຊີວິດຢູ່ກັບອາຊີບ. ບັນດານະໂຍບາຍ ແລະ ເອກະສານການລົງທຶນ ຄວນຈະເຂົ້າສູ່ການດຳເນີນຊີວິດໃນໄວໆນີ້.".

ການຕ່ຳຜ້າພື້ນເມືອງຫັດຖະກຳຢູ່​ເປີ​ນິງ ​ແມ່ນລ້ວນແຕ່​ເຮັດດ້ວຍມື ແລະ ຄົບວົງປິດ, ນັັບເເຕ່ບັນດາວັດຖຸດິບຄື ​ຝ້າຍ, ​ປ່ານ, ​ປໍ, ​ຍ້ອມ, ຕ່ຳຜ້າ, ເຮັດລວດລາຍ, ແສ່ວ... ຕະຫຼອດ​ເຖິງ​ຂັ້ນ​ຕອນ​ຕັດຫຍິບເປັນ​ຜະລິດ​ຕະ​ພັນ. ບັນດາກີ່ຕ່ຳຍັງໄດ້ເຮັດແບບປະຖົມປະຖານທີ່ສຸດ, ພຽງແຕ່ເຮັດຈາກໄມ້ໄຜ່ ... ການຖັກແສ່ວເປັນລວດລາຍ, ຊ່າງຕ້ອງຕັດເປັນເສັ້ນຂວາງແລ້ວໃສ່ເມັດ, ຕາມແຕ່ຄວາມວາດນຶກຂອງແຕ່ລະຄົນ, ເຊິ່ງຈະເພີ່ມ ຫຼື ເອົາເມັດອອກຕາມຄວາມເຫມາະສົມ.

ດີງເລື້ອງ

ເຫດການ