ນັກອອກແບບ ຫວຽດນາມ ດ້ວຍການໂຄສະນາຊຸດເສື້ອຍາວຂອງ ຫວຽດນາມ ກັບເພື່ອນມິດສາກົນ

07:45 | 13/08/2018

ນັບແຕ່ດົນນາມມາແລ້ວ, ຊຸດເສື້ອຍາວໄດ້ການເປັນຊຸດອາພອນປະຈຳຊາດ, ແມ່ນຄວາມງາມມີລັກສະນະສະເພາະຂອງ ຫວຽດນາມ. ຊຸດອາພອນປະຈຳຊາດນັ້ນບໍ່ພຽງແຕ່ດຶງດູດໃຈຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງດຶງດູດໃຈຊາວ ຕ່າງປະເທດຢ່າງແຮງອີກດ້ວຍ. ບັນດານັກອອກແບບຊຸດເສື້ອຍາວ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກນຳຊຸດເສື້ອຍາວນີ້ໄປສະແດງຢູ່ທຸກບ່ອນໃນໂລກ.

ນັກອອກແບບ ຫວຽດນາມ ດ້ວຍການໂຄສະນາຊຸດເສື້ອຍາວຂອງ ຫວຽດນາມ ກັບເພື່ອນມິດສາກົນ

ຊຸດແຟຊັນທີ່ມີຊື່ວ່າ “ຈຸດດັ້ງເດີມ”

ຮູບພາບແມ່ຍິງ ຫວຽດນາມ ໃນຊຸດອາພອນປະຈຳຊາດແມ່ນຄວາມປະທັບໃຈຍາກທີ່ຈະຫຼົງລື່ມໄດ້ໃນຈິດໃຈຂອງຊາວຕ່າງປະເທດ. ກຸບ ຫຼື ຜ້າພັນຫົວຍິ່ງເຮັດໃຫ້ຄວາມງາມແບບມີສະເໜ່ຂອງແມ່ຍິງ ຫວຽດນາມ ເພີ່ມຂຶ້ນ. ຊຸດເສື້ອຍາວທັງສ້າງຄວາມງາມ ແລະ ທັງສຸພາບຮຽບຮ້ອຍ, ສະແດງໃຫ້ເຫັນບັນດາຄວາມມີສະເໜ່ຂອງແມ່ຍິງ. ໂດຍເປັນນັກອອກແບບຂອງຍີ່ຫໍ້ແຟຊັນ Bella Moda, ເອື້ອຍ ມິງເງິນ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເອງແມ່ນແມ່ຍິງ ຫວຽດນາມ ດັ່ງນັ້ນ, ແຕ່ລະເທື່ອ, ເມື່ອໄປປະຕິບັດງານຢູ່ຕ່າງປະເທດ ຫຼື ສະແດງບັນດາລາຍການແຟຊັນຢູ່ຕ່າງປະເທດນັ້ນ, ກໍ່ມີຄວາມເອກອ້າງທະນົງໃຈເມື່ອໄດ້ນຸ່ງຊຸດເສື້ອຍາວຂອງ ຫວຽດນາມ. ຖ້າເຮັດໄດ້ຄືແນວນັ້ນ, ຕົນເອງຕ້ອງຮັກຊາດ, ຮັກບັນດາສິ່ງທີ່ເປັນມູນເຊື້ອ. ແຕ່ຕ້ອງອັບເດັດທ່າອ່ຽງໃໝ່ ເພື່ອສ້າງລັກສະນະທັນສະໄໝເຂົ້າຊຸດເສື້ອຍາວ ຫວຽດນາມ.”

ດ້ວຍຄວາມຫວັງຄືແນວນັ້ນ, ມິງເງິນ ໄດ້ອອກແບບຊຸດແຟຊັນທີ່ມີຊື່ວ່າ “ຈຸດດັ້ງເດີມ”, ເຊິ່ງໄດ້ເອົາແນວຄວາມຄິດຈາກບັນດາສິ່ງທີ່ເປັນເອກະລັກສະເພາະດ້ານວັດທະນະທຳຂອງແຕ່ລະເຂດພາກ, ຈາກການແຊກຊຶມ, ປະສານສົມທົບດ້ານວັດທະນະທຳຜ່ານໄລຍະຕ່າງໆ. “ຈຸດດັ້ງເດີມ” ໄດ້ສະແດງໃຫ້ແຂກທ່ອງທ່ຽວຫຼາຍຄົນຮັບຊົມໃນ Festival ເຫ້ວ ປີ 2018, ອັນໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ເພື່ອນມິດສາກົນ.

ໃນຂະນະນັ້ນ, ນັກອອກແບບ ໂງເຍີດຮູຍ, ໄດ້ກໍ່ສ້າງ ແລະ ແຜ່ຂະຫຍາຍເຄື່ອງໝາຍການຄ້າ ຊຸດເສື້ອຍາວ ຫວຽດນາມ ໃນຕະຫຼອດເວລາ 20 ປີປະກອບອາຊີບ. ກ່ວາ 10 ປີຜ່ານມາ, ໂງເຍີດຮູຍ ໄດ້ຊ່ວຍໃຫ້ນາງງາມ ຫວຽດນາມ ຫຼາຍຄົນຍາດໄດ້ລາງວັນສູງໃນການປະກວດນາງງາມທັງຢູ່ພາຍໃນ ແລະ ຕ່າງປະເທດດ້ວຍຊຸດອາພອນປະຈຳຊາດ. ອອກແບບຊຸດເສື້ອຍາວໃຫ້ນາງງາມ ຫວຽດນາມ ເຂົ້າຮ່ວມການປະກວດນາງງາມລະດັບສາກົນແມ່ນວິທີການທີ່ໂງເຍີດຮູຍ ໂຄສະນາຄຸນຄ່າຂອງຊຸດເສື້ອຍາວ ຫວຽດນາມ. ໂງເຍີດຮູບ ແບ່ງປັນວ່າ:

“ຂ້າພະເຈົ້າເຄີຍໄປສະແດງແຟຊັນຢູ່ຫຼາຍບ່ອນໃນໂລກ, ແລະ ກໍ່ເຄີຍອອກແບບຊຸດເສື້ອຍາວໃຫ້ແກ່ບັນດານາງງາມເຂົ້າຮ່ວມການປະກວດລະດັບສາກົນ ດັ່ງນັ້ນຈຶ່ງເຫັນວ່າຊຸດເສື້ອຍາວຂອງ ຫວຽດນາມ ແມ່ນງາມຫຼາຍ. ມັນທັງສຸພາບຮຽບຮ້ອຍ, ທັງງາມ, ທັງມີຈຸດທີ່ເປັນເອກະລັກສະເພາະ. ເມື່ອພວກຂ້າພະເຈົ້າສະແດງບັນດາຊຸດເສື້ອຍາວ ຫຼື ຖ່າຍຮູບບັນດານາງງາມໃນທ້ອງຖະໜົນຢູ່ ປາຣີ ຫຼື ບັນດານະຄອນເກົ່າແກ່ຢູ່ ປາຣີ ນັ້ນ, ຊາວເອີລົບທຸກຄົນເມື່ອໄປຜ່ານກໍ່ລ້ວນແຕ່ຫຼຽວເບິ່ງຊຸດເສື້ອຍາວ. ຂ້າພະເຈົ້າກໍ່ຢາກປະກອບສ່ວນເລກ ໜ້ອຍເພື່ອເຮັດໃຫ້ເພື່ອນມິດສາກົນຮູ້ຈັກເຖິງ ແລະ ເຂົ້າໃຈຄຸນຄ່າຂອງຊຸດເສື້ອຍາວ, ບັນດາຄວາມງາມທີ່ມີລັກສະນະບໍ່ເປັນວັດຖຸຂອງຊຸດເສື້ອຍາວໄດ້ຍືນຍົງຄົງຕົວກັບປະຫວັດສາດຂອງຊາດ ຫວຽດນາມ. ເມື່ອເພື່ອນມິດສາກົນເຫັນຊຸດອາພອນນັ້ນ ກໍ່ເຂົ້າໃຈໂລດວ່ານັ້ນແມ່ນຊຸດເສື້ອຍາວຂອງ ຫວຽດນາມ.”

ສຳລັບນັກອອກແບບ ທ້ຽວວີ, ອ້າຍກໍ່ເຂົ້າຮ່ວມບັນດາລາຍການສະແດງແຟຊັນໂຄສະນາຊຸດເສື້ອຍາວຢູ່ ອາເມລິກາ ເປັນຫຼາຍຄັ້ງ, ອ້າຍໃຫ້ຮູ້ວ່າ:

“ເມື່ອເຂົ້າຮ່ວມບັນດາ Festival ຊຸດເສື້ອຍາວ ຫວຽດນາມ ໃນໂລກກໍ່ເຫັນວ່າມັນແປກປະຫຼາດຫຼາຍ, ຕົວຢ່າງຄືຢູ່ ວໍຊິງຕັນ ດີຊີ, ບັນດານາງແບບເຊື້ອຊາດ ຫວຽດນາມ, ເຖິງວ່າເຂົາເຈົ້າບໍ່ສາມາດເວົ້າພາສາ ຫວຽດ ໄດ້ກໍ່ຕາມແຕ່ເມື່ອນຸ່ງຊຸດເສື້ອຍາວກໍ່ເຫັນວ່າເຂົາເຈົ້າມັກຊຸດເສື້ອຍາວທີ່ສຸດ. ດ້ວຍບັນດາການສັງເກດຕີລາຄາຄືແນວນັ້ນ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນ, ຍາກທີ່ພັນລະນາໄດ້. ນັ້ນແມ່ນສາຍເຫດ, ແມ່ນກຳລັງໜູນເພື່ອໃຫ້ຕົນເອງໄດ້ນຳຊຸດແຟຊັນເສື້ອຍາວຂອງຕົນໄປ ອາເມລິກາ ແລະ ສືບຕໍ່ເຂົ້າຮ່ວມ festival ຊຸດເສື້ອຍາວຢູ່ ອາເມລິກາ. ໃນແຕ່ລະປີ, festival ທີ່ຈັດຂຶ້ນຢູ່ລັດຕ່າງໆທີ່ ອາເມລິກາ ຂ້າພະເຈົ້າກໍ່ລ້ວນແຕ່ຮັບຄຳເຊີນເຂົ້າຮ່ວມ.”

ແຜນການອັນໃຫຍ່ຫຼວງທີ່ສຸດຂອງ ທ້ຽວວີ ໃນປີ 2018 ແມ່ນອອກແບບຊຸດເສື້ອຍາວເຂົ້າຮ່ວມ festival ເສື້ອຍາວຂອງ ຫວຽດນາມ ຢູ່ຍີ່ປຸ່ນ. ສຳລັບອ້າຍແລ້ວ, ຄວາມຜາສຸກຂອງນັກອອກແບບຊຸດເສື້ອຍາວແມ່ນໄດ້ນຳຊຸດເສື້ອຍາວໄປໂຄສະນາຢູ່ 5 ທະວີບ. ອ້າຍ ຢືນຢັນວ່າ: ບັນດານັກອອກແບບຊຸດເສື້ອຍາວ ຫວຽດນາມ, ບໍ່ວ່າຜູ້ໃດກໍ່ລ້ວນແຕ່ມີຄວາມຫວັງ, ຄວາມເບີກບານໃຈ ແລະ ຄວາມຜາສຸກເມື່ອເຮັດໄດ້ສິ່ງດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.