ສະມາຊິກຄະນະຊາວໜຸ່ມຫວຽດນາມ ຈະກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບເຂົ້າສານໃຫ້ເເກ່ບັນດາເພື່ອນລາວໂດຍບໍ່ເສຍຄ່າ

00:00 | 25/07/2023

ຍສໝ - ແຕ່​ວັນ​ທີ 15 ຫາ​ວັນ​ທີ 21 ກໍລະກົດ​ນີ້. ສະມາຊິກ​ຄະນະ​ຊາວ​ໜຸ່ມ​ນະຄອນ ດ່າ​ນັງ ຈະ​ເຂົ້າ​ຮ່ວມ​ການ​ກວດ​ພະຍາດ, ເເຈກຢາຍຢຸກຢາ, ມອບ​ເຂົ້າສານ, ເຄື່ອງ​ໃຊ້​ທີ່ຈຳ​ເປັນ​ໃຫ້ເເກ່​ປະ​ຊາ​ຊົນ​ລາວ ​ໂດຍ​ບໍ່​ເສຍ​ຄ່າ. ນີ້​ແມ່ນ​ໜຶ່ງໃນການເຄື່ອນໄຫວ​ໃນ​ລາຍການ​ອາສາ​ສະໝັກ​ສາກົນຢູ່ທີ່​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ ຄະນະຊາວໜຸ່ມນະຄອນ ດານັງ.

ວັນ​ທີ 15 ກໍລະກົດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ ດ່າ​ນັງ ​ໄດ້​ມີໜ້າຢູ່​ແຂວງ​ ສາລະ​ວັນ (ລາວ) ​ເພື່ອ​ປະຕິບັດ​ລາຍການ​ອາສາ​ສະໝັກ​ສາກົນ​ຢູ່​ທີ່ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ. ສະຫາຍເລຂາຄະນະຊາວໜຸ່ມແຂວງສາລະວັນ ແລະ ຜູ້ຕາງໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັງ ໄດ້ຮັບຕ້ອນຄະນະອາສາສະໝັກສາກົນຂອງຊາວໜຸ່ມແຂວງ ດ່ານັງ ດ້ວຍດອກໄມ້ທີ່ສົດໃສສວຍງາມ ແລະ ການຈັບມືເພື່ອມິດຕະພາບ.

ຄະນະອາສາສະໝັກໂດຍຮອງເລຂາ​ຄະນະຊາວໜຸ່ມນະຄອນ ດ່າ​ນັງ ສະຫາຍ ເລ​ກົງ​ຮຸ່ງ, ເປັນຫົວໜ້າຄະນະ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອາສາ​ສະໝັກ 36 ຄົນທີ່ເປັນ ພະນັກງານ, ສະມາຊິກຄະນະຊາວໜຸ່ມ, ຊາ່ວໜຸ່ມ; ບັນດາແພດໝໍ ຈາກບັນດາຫົວໜ່ວຍໃນສັງກັດຄະນະຊາວໜຸ່ມນະຄອນ ດ່ານັງ.

ສະມາຊິກຄະນະຊາວໜຸ່ມຫວຽດນາມ ຈະກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບເຂົ້າສານໃຫ້ເເກ່ບັນດາເພື່ອນລາວໂດຍບໍ່ເສຍຄ່າ
ຄະນະ​ຊາວ​ໜຸ່ມ​ນະຄອນ ດ່າ​ນັງ ​ໄດ້​ມີໜ້າຢູ່​ແຂວງ​ ສາລະ​ວັນ (ລາວ) ​ເພື່ອ​ປະຕິບັດບັນດາເຄື່ອນໄຫວອາສາສະໝັກໃນປີ 2023.

ກ່າວຄຳປາໄສກ່ຽວ​ກັບ​ລາຍການ​ອາສາ​ສະໝັກ​ສາກົນ​ຢູ່​ລາວ​ຂອງ​ຊາວ​ໜຸ່ມນະຄອນ ດ່າ​ນັງ, ສະຫາຍ ​ເລ​ກົງ​ຮຸ່ງ ​ໃຫ້​ຮູ້​ວ່າ: : “ຫວຽດ​ນາມ ແລະ ລາວ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ທີ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ, ເສີມສ້າງ ແລະ ພັດ​ທະ​ນາ​ໃນ​ຊຸມ​ປີ​ຜ່ານ​ມາ. ເພື່ອເສີມຂະຫຍາຍ​ບົດບາດປະຈັນບານ​ຂອງ​ຊາວ​ໜຸ່ມ, ຮ່ວມ​ແຮງຮ່ວມໃຈເຂົ້າໃນຜົນງານ​ສາຍ​ພົວພັນ​ມິດຕະພາບ​ທີ່​ເຂັ້ມ​ແຂງ​ນັ້ນ, ຊາວ​ໜຸ່ມ​ນະຄອນ ດ່ານັງ ຈະມານະພະຍາຍາມເພື່ອມີຫຼາຍເຄື່ອນໄຫວ​ອາສາ​ສະໝັກຮ່ວມເດີນທາງ​ທີ່​ມີ​ຄຸນ​ນະພາ​ບ, ແທດຈິງເພື່ອສະໜອງແຫຼ່ງກຳລັງຊ່ວຍເຫຼືອປະຊາຊົນລາວ ໃນການເດີນທາງໄປຄັ້ງນີ້; ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ”.

ຕາມ​ແຜນ​ການ, ບັນດາກິດ​ຈະ​ກຳ​ໃນ​ການ​ເດີນ​ທາງ​ອາ​ສາ​ສະ​ໝັກ​ລວມມີ: ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນ 2.000 ຄົນໂດຍບໍ່ເສຍຄ່າ; ມອບເຂົ້າສານ, ເຄື່ອງ​ໃຊ້​ທີ່ຈຳ​ເປັນ​ໃຫ້ 200 ຄອບຄົວ (​ແຕ່ລະພູດ 500.000 ດົ່ງ); ມອບຂອງຂວັນໃຫ້ນັກຮຽນ ແລະ ເດັກນ້ອຍ 40 ຄົນ (ບັນດາອຸປະກອນການຮຽນ: ກະເປົ໋າ, ບິກ, ປຶ້ມ...) ທີ່ມີສະພາບຫຍຸ້ງຍາກ; ມອບຂອງຂວັນທີ່ເປັນເຄື່ອງສາຍ (ໂປເຈັກເຕີ) 1 ເຄື່ອງໃຫ້ຄະນະຊາວໜຸ່ມແຂວງສາລະວັນ; ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ແລກ​ປ່ຽນ, ຊອກຮູ້​ວັດ​ທະ​ນະ​ທຳ, ສິ​ລະ​ປະ ແລະ ກິ​ລາລາວ. ຍອດ​ມູນ​ຄ່າ​ການ​ເຄື່ອນ​ໄຫວຄັ້ງນີ້​ແມ່ນ​ກວ່າ 300 ລ້ານ​ດົ່ງ

ດີງເລື້ອງ

ເຫດການ
302 Found

Found

The document has moved here.