ຫຼັກ​ຊັບ​ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອໃຈ​ຂອງ​ນັກ​ລົງ​ທຶນ​ໃນ​ໂລກ​

00:00 | 05/08/2023

ຍສໝ - ທ່ານ​ປະທານ​ຄະນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ ​ໃຫ້​ຮູ້​ວ່າ: ຕະຫຼາດ​ຫຼັກ​ຊັບ ຫວຽດນາມ ​ໄດ້​ມີ​ການ​ພັດທະນາ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແລະ ​ແມ່ນ​ຈຸດໝາຍ​ທີ່​ໜ້າ​ເຊື່ອ​ຖື​ຂອງ​ບັນດາ​ນັກ​ລົງທຶນ​ໃນ​ທົ່ວ​ໂລກ.

ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ​ ນິວ​ຢອກ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ​ ນິວ​ຢອກ

ນັບແຕ່ວັນທີ 13 – 15 ມິຖຸນາ, ທ່ານປະທານຄະນະກຳມະການຕະຫຼາດຫຼັກຊັບແຫ່ງລັດ ຫວຽດນາມ, ທ່ານນາງ ຫວູທິເຈິນເຟືອງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສຢູ່ກອງປະຊຸມປະຈຳປີຄັ້ງທີ 48 ອົງການສາກົນບັນດາຄະນະກຳມະການຕະຫຼາດຫຼັກຊັບ ((IOSCO) ເຊິ່ງດຳເນີນຢູ່ ບາງກອກ, ປະເທດໄທ.

ຫຼັກ​ຊັບ​ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອໃຈ​ຂອງ​ນັກ​ລົງ​ທຶນ​ໃນ​ໂລກ​
ທ່ານນາງ ຫວູທິເຈິນເຟືອງ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວູທິເຈິນເຟືອງ ໃຫ້ຮູ້ວ່າ ຕະຫຼາດຫຼັກຊັບ ຫວຽດນາມ ມີການພັດທະນາເປັນໜ້າປະທັບໃຈໃນຫຼາຍປີຜ່ານມາ. ຊຸມປີມໍ່ໆມານີ້, ຕະຫຼາດຫຼັກຊັບ ຫວຽດນາມ ແມ່ນຕະຫຼາດທີ່ໜ້າໄວ້ເນື້ອເຊື່ອໃຈສຳລັບນັກລົງທຶນໃນໂລກ, ພິເສດ, ພາກພື້ນ ອາຊີ - ປາຊີຟິກ. ທ່ານນາງ ເນັ້ນໜັກວ່າ: ການລະດົມທຶນຜ່ານຕະຫຼາດຫຼັກຊັບ ບໍ່ພຽງແຕ່ນັບມື້ນັບມີຄວາມສະດວກກວ່າເທົ່ານັ້ນ, ບັນດາວິສາຫະກິດ ຫວຽດນາມ ໄດ້ມີບາດກ້າວຈະແຈ້ງໃນການບໍລິຫານ, ຈະແຈ້ງ ແລະ ພັດທະນາແບບຍືນຍົງ. ເພື່ອສືບຕໍ່ໜູນຊ່ວຍ ວິສາຫະກິດ ແລະ ພັດທະນາຕະຫຼາດຫຼັກຊັບຕາມທິດມີຄຸນນະພາບ, ຍືນຍົງ, ຫວຽດນາມ ພວມສູ້ຊົນຍົກລະດັບໃຫ້ກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ; ຢຶດໝັ້ນປະຕິບັດການສ້າງໂຄງສ້າງຕະຫຼາດຄືນໃໝ່ ໂດຍອີງໃສ່ 4 ເສົາຄ້ຳຕົ້ນຕໍ: ພື້ນຖານສິນຄ້າ; ການຈັດຕັ້ງຕະຫຼາດ; ພື້ນຖານນັກລົງທຶນ; ຈັດຕັ້ງການດຳເນີນທຸລະກິດຕະຫຼາດຫຼັກຊັບ.

ຄະ​ນະ​ກຳ​ມະ​ການ​ຫຼັກ​ຊັບ​ແຫ່ງ​ລັດ​ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ເຂົ້າ​ເປັນ​ສະ​ມາ​ຊິກ​ຢ່າງ​ເປັນ​ທາງ​ການ​ຂອງ IOSCO ຢູ່​ກອງ​ປະ​ຊຸມ​ປະ​ຈຳ​ປີ IOSCO ຄັ້ງ​ທີ 26 ທີ່​ຈັດ​ຂຶ້ນ​ຢູ່​ສະ​ຕັອກ​ໂຮມ ປະ​ເທດ ສ​ວີ​ເດນ ເມື່ອ​ວັນ​ທີ 26 ມິຖຸນາ 2001.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.