ມອບຂອງຂວັນຫຼາຍອັນ ໃຫ້ເດັກນ້ອຍພິການຢູ່ແຂວງ ເຫງ້ອານ

07:57 | 27/05/2023

ຍສໝ - ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ 1 ມິຖຸນາ ​ແລະ ​ສະ​ເຫຼີ​ມສະຫຼອງ 98 ປີ​ແຫ່ງ​ວັນ​ນັກ​ຂ່າວ​ປະຕິວັດ​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 24 ພຶດສະພາ, ສະໂມສອນເຕັນນິດ​ນັກ​ຂ່າວເຫງ້ອານ ​ໄດ້​ມອບ​ຂອງຂວັນ​ຫຼາຍ​ຢ່າງ​ໃຫ້​ເດັກ​ພິການ ທີ່​ສູນ​ການ​ສຶກ​ສາ ແລະ ​ຝຶກ​ອົບ​ຮົມ​ອາ​ຊີບ​ຄົນ​ພິ​ການແຂວງ ເຫງ້ອານ.

ChildFund ຫວຽດນາມ ຈັດຊຸດຝຶກອົບຮົມກ່ຽວກັບການດູແລເດັກພິການ ChildFund ຫວຽດນາມ ຈັດຊຸດຝຶກອົບຮົມກ່ຽວກັບການດູແລເດັກພິການ
Operation Smile ຜ່າ​ຕັດໃຫ້​ແກ່​ເດັກ​ພິ​ການ​ແຕ່​ກຳເນີດ 74 ຄົນ ​ຢູ່ແຂວງເຊີນລາ ແລະ ບັນດາແຂວງໃກ້ຄຽງ Operation Smile ຜ່າ​ຕັດໃຫ້​ແກ່​ເດັກ​ພິ​ການ​ແຕ່​ກຳເນີດ 74 ຄົນ ​ຢູ່ແຂວງເຊີນລາ ແລະ ບັນດາແຂວງໃກ້ຄຽງ

ຕາມ​ນັ້ນ​ແລ້ວ, ຕອນ​ເຊົ້າ​ວັນ​ທີ 24 ພຶດສະພາ, ຄະນະ​ນັກ​ຂ່າວ​ຢູ່​ສຳນັກງານ​ຜູ້ຕາງໜ້າ​ຫຼາຍ​ແຫ່ງ ​ແລະ ນັກ​ຂ່າວ​ຢູ່​ແຂວງເຫງ້ອານ ​ໃນສະໂມສອນເຕັນນິດ​ນັກ​ຂ່າວເຫງ້ອານ ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຢູ່​ສູນ​ສຶກສາ ​ແລະ ໂຮງຮຽນ ອາຊີວະສຶກສາ ໃຫ້ຄົນ​ພິການ ແຂວງເຫງ້ອານ ເພື່ອ​ມອບ​ຂອງ​ຂວັນ​ທີ່​ຮັກ​ແພງ ແລະ ແທດກັບຕົວຈິງ​ໃຫ້​ເດັກ​ພິການ.

ສະໂມສອນເຕັນນິດ​ນັກ​ຂ່າວເຫງ້ອານ ​ໄດ້​ມອບ​ເງິນ​ສົດ​ໃຫ້​ສູນ 5 ລ້ານ​ດົ່ງ, ນ້ຳນົມ 50 ກ່ອງ ​ແລະ ​ເຄັກ​ຫລາຍ​ກ່ອງ. ນີ້​ແມ່ນ​ຄວາມ​ຮັກ​ແພງ, ​ໃຫ້​ກຳລັງ​ໃຈ ​ແລະ ​ແບ່ງປັນ​ຂອງ​ນັກ​ຂ່າວ ​ສົ່ງ​ເຖິງ​ເດັກນ້ອຍ​ທີ່​ດ້ອຍ​ໂອກາດ, ເດັກນ້ອຍພິການ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ຊີວິດ.

ມອບຂອງຂວັນຫຼາຍອັນ ໃຫ້ເດັກນ້ອຍພິການຢູ່ແຂວງ ເຫງ້ອານ

ສະໂມສອນເຕັນນິດ​ນັກ​ຂ່າວເຫງ້ອານ ​ໄດ້​ມອບ​ຂອງຂວັນ​ຫຼາຍ​ຢ່າງ​ໃຫ້​ເດັກ​ພິການ ທີ່​ສູນ​ການ​ສຶກ​ສາ ແລະ ​ຝຶກ​ອົບ​ຮົມ​ອາ​ຊີບ​ຄົນ​ພິ​ການແຂວງ ເຫງ້ອານ

ທ່ານ​ປະທານ​ສະ​ໂມ​ສອນ, ນັກ​ຂ່າວ ຫງວຽນ​ແມ້ງ​ແທ່ງ ສົ່ງ​ຄຳ​ເວົ້າ​ຂອງ​ຕົນ​ເພື່ອ​ແບ່ງປັນ​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ, ອຸປະສັກ​ຕ່າງໆ​ຂອງ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເດັກນ້ອຍພິການ. ທ່ານຫວັງ​ວ່າ​ ເຂົາ​ເຈົ້າຈະ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສຶກສາ​ໃຫ້​ດີ ​ແລະ ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ເປັນ​ຈິງ. ຂອງຂວັນ​ບໍ່​ໃຫຍ່​ແຕ່​ແມ່ນ​ຄວາມ​ຮັກ​ແພງ, ​ແບ່ງປັນ​ ແລະ​ ໃຫ້​ກຳລັງ​ໃຈ ​ເພື່ອ​ໃຫ້​ເດັກນ້ອຍ​ພິການ​ຮູ້ສຶກ​ໄດ້​ຮັບ​ກຳລັງ​ໃຈ ​​ຈາກ​ຄະນະ​ນັກ​ຂ່າວ​ໂດຍ​ສະ​ເພາະ ​ແລະ ປະຊາ​ຄົມ​ເວົ້າ​ລວມ.

ຕາງໜ້າ​ເດັກ​ພິການ, ການ​ນຳ​ສູນ​ກາງ​ສຶກສາ ​ແລະ ໂຮງຮຽນ ອາຊີວະສຶກສາ ​ແຂວງເຫງ້ອານ ໄດ້ຂໍ​ຂອບ​ໃຈ​ຄະນະ​ນັກ​ຂ່າວ ​ທີ່​ໃຫ້​ຄວາມ​ສົນ​ໃຈ ​ແລະ ຮັກ​ແພງ​ສູນ​ກາງ, ກໍ່ຄື ​ເດັກ​ພິການ​ຂອງ​ສູນ. ຂອງຂວັນດັ່ງກ່າວ ເປັນກຳລັງໃຈອັນໃຫຍ່ຫຼວງບໍ່ພຽງແຕ່ສຳລັບເດັກນ້ອຍພິການເທົ່ານັ້ນ, ໃຫ້ແກ່ພະນັກງານຂອງສູນຍັງ ກໍ່ຮູ້ສຶກດີໃຈ ແລະ ຮູ້ບຸນຄຸນຫຼາຍ.

ມອບຂອງຂວັນຫຼາຍອັນ ໃຫ້ເດັກນ້ອຍພິການຢູ່ແຂວງ ເຫງ້ອານ

​ເປັນ​ທີ່​ຮູ້​ກັນ​ວ່າ: ສູນ​ສຶກສາ ​ແລະ ບຳລຸງ​ສ້າງ​ຄົນ​ພິການ​ແຂວງເຫງ້ອານ ​ແມ່ນ​ຂຶ້ນກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງເຫງ້ອານ ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 1978, ​ໃນ​ໄລຍະ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ສູນ​ດັ່ງກ່າວ ​ໄດ້​ປະຕິບັດ​ວຽກ​ງານ​ອົບຮົມ​ວິຊາ​ຊີບ ​ແລະ ສອນໜັງສື​ໃຫ້​ເດັກ​ພິການ​ນັບ​ພັນ​ຄົນ. ມາຮອດສູນ, ເດັກພິການສາມາດຮຽນໜັງສື ແລະ ວິຊາອາຊີບ ເພື່ອໃຫ້ເຂົາເຈົ້າສາມາດເຊື່ອມໂຍງເຂົ້າກັບຊຸມຊົນ ແລະ ສັງຄົມ ແລະ ມີລາຍຮັບເພື່ອເບິ່ງແຍງຕົນເອງ ແລະ ຄອບຄົວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.