ໃນຕົ້ນເດືອນທັນວາ ຜ່ານມາ, ໃນຂອບເຂດໂຄງການ “ກຽມພ້ອມເຂົ້າໂຮງຮຽນປະຖົມ”, ບັນດາຊຸດຝຶກອົບຮົມ ແລະ ກອງປະຊຸມສຳມະນາໂດຍ ChildFund ຫວຽດນາມ ໄດ້ຜັນຂະຫຍາຍຢູ່ແຂວງ ຮວ່າບິ່ງ.
ເຫດການດັ່ງກ່າວມີການນຳ ແລະ ນັກຊ່ຽວຊານຈາກພະແນກສຶກສາອະນຸບານ ແລະ ປະຖົມ ແຂວງ ຮວ່າບິ່ງ, ບັນດາຜູ້ຄຸ້ມຄອງ ແລະ ຄູສອນສຳຄັນຂອງໂຮງຮຽນອະນຸບານ ແລະ ປະຖົມ 8 ເມືອງ/ນະຄອນໃນແຂວງຮ່ວາບິ່ງ ກໍ່ ຄືພໍ່ແມ່/ຜູ້ເບິ່ງແຍງດູແລເດັກພິການ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ບັນດາຊຸດອົບຮົມ ແລະ ກອງປະຊຸມສຳມະນາລວມມີ: “ກອງປະຊຸມສໍາມະນາ, ຝຶກອົບຮົມການເບິ່ງແຍງດູແລເດັກພິການ ແລະ ໃຫ້ຄຳປຶກສານະໂຍບາຍສຳລັບຄົນພິການ” ດ້ວຍເປົ້າໝາຍແບ່ງປັນ ແລະ ປຶກສາຫາລືກ່ຽວກັບນະໂຍບາຍໜູນຊ່ວຍເດັກພິການ, ແນະນຳວິທີການເບິ່ງແຍງດູແລເດັກນ້ອຍ ກໍ່ຄືປຶກສາຫາລືການກໍ່ສ້າງກິດຈະກໍາສະໂມສອນໃຫ້ພໍ່ແມ່ປະຊາຊົນ.
ບູນມີ