ວັດທະນະທໍາ ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເຫ້ວ

08:29 | 21/07/2018

ເຫ້ວແມ່ນກຸງເກົ່າຂອງລາດຊະວົງຫງວຽນ-ລາດຊະວົງລາຊາທິປະໄຕສະໄໝສຸດທ້າຍໃນປະຫວັດສາດຂອງຊາດຫວຽດນາມດ້ວຍໄລຍະຄົງຕົວ 143 ປີ, ໄດ້ເກັບຮັກສາບັນດາຄຸນຄ່າມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ອຸດົມສົມບູນ, ຊຶ່ງລວມມີລະບົບກຳແພງ, ລາດຊະວັງ, ຫໍໂຮງບູຊາ, ວິຫານ, ສຸສານ, ທິວທັດທຳມະຊາດ, ວັດທະນະທຳອາຫານການກິນຕະຫຼອດຮອດບັນດາປະເພດສິລະປະດົນຕີ ແລະ ງານບຸນປະເພນີທີ່ເປັນເອກະລັກ. ພາລະກິດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳນີ້ໃນໄລຍະກວ່າ 20ປີ ທີ່ຜ່ານມາໄດ້ບັນລຸບັນດາໝາກຜົນທີ່ດີງາມ

ວັດທະນະທໍາ ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເຫ້ວ

ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວ.

ກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວແມ່ນມໍລະດົກລະດັບຊາດທຳອິດຂອງຫວຽດນາມໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳເປັນວັດຖຸຂອງມວນມະນຸດແຕ່ປີ 1993. ພ້ອມກັບມໍລະດົກກຸງເກົ່າເຫ້ວ, UNESCO ຍັງຮັບຮອງ 4 ມໍລະດົກທີ່ຕິດພັນກັບກຸງເກົ່າເຫ້ວ, ລວມມີມໍລະດົກວັດທະນະທຳບໍ່ເປັນວັດຖຸ ດົນຕີໃນລາດຊະວັງເຫ້ວ, ແມ່ພິມໄມ້ໃນສະໄໝລາດຊະວົງຫງວຽນ ແລະ ບັນດາບົດກາບກອນວັນນະຄະດີໃນສະຖາປັດຕະຍະກຳລາດຊະວັງເຫ້ວ ກໍ່ແມ່ນບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ມໍລະດົກແຫ່ງຄວາມຊົງຈຳເມື່ອປີ 2003, 2009, 2014 ແລະ 2016. ນັບແຕ່ເວລາເຫ້ວໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳຂອງໂລກເມື່ອປີ 1993 ມາຮອດປັດຈຸບັນ, ນາຍົກລັດຖະມົນຕີຫວຽດນາມໄດ້ເຊັນອະນຸມັດໂຄງການວາງແຜນກຳນົດ, ອະນຸລັກຮັກສາ ແລະ ຂຸດຄົ້ນເສີມຂະຫຍາຍຄຸນຄ່າມໍລະດົກກຸງເກົ່າເຫ້ວໃນບັນດາໄລຍະ 1996-2010; 2010-2020. ທ່ານ ຟານແທັງຫາຍ ຜູ້ອຳນວຍການສູນອະນຸລັກຮັກສາມໍລະດົກກຸງເກົ່າເຫ້ວໃຫ້ຮູ້ວ່າ:

“ນັບແຕ່ປີ 1996 ມາຮອດປັດຈຸບັນກໍ່ເປັນ 22 ປີແລ້ວ ແລະ ອາດຈະເວົ້າໄດ້ວ່າ, ການລົງທຶນໃຫ້ແກ່ມໍລະດົກວັດທະນະທຳເຫ້ວຍາມໃດກໍ່ແມ່ນລະດັບແຖວໜ້າ. ໃນໄລຍະ 22 ປີທີ່ຜ່ານມາ, ລັດໄດ້ລົງທຶນປະມານກວ່າ 1.500 ຕື້ດົ່ງໃຫ້ແກ່ວຽກງານບູລະນະ, ປະຕິສັງຂອນ, ອະນຸລັກຮັກສາ, ຄົ້ນຄວ້າ, ເກັບຮັກສາ, ຂຸດຄົ້ນ, ເສີມຂະຫຍາຍຄຸນຄ່າມໍລະດົກເຫ້ວ ແລະ ລະດັບການລົງທຶນນີ້ນັບມື້ນັບໄດ້ຮັບການເພີ່ມທະວີຂຶ້ນ”.

ຕາມການຕີລາຄາຂອງອົງການ UNESCO, ກະຊວງກິລາ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະພາມໍລະດົກແຫ່ງຊາດ, ມໍລະດົກກຸງເກົ່າເຫ້ວແມ່ນສະຖານທີ່ໄດ້ຮັບການບູລະນະປະຕິສັງຂອນ, ຮັກສາ ແລະ ເສີມຂະຫຍາຍຢ່າງເປັນລະບົບດີທີ່ສຸດໃນຈຳນວນບັນດາມໍລະດົກໂລກໄດ້ຮັບການຮັບຮອງຢູ່ຫວຽດນາມ. UNESCO ໄດ້ສະເໜີມາຫຼາຍຄັ້ງກ່ຽວກັບການສ້າງເຫ້ວກາຍເປັນສູນບັນລຸມາດຕະຖານກ່ຽວກັບການບູລະນະປະຕິສັງຂອນມໍລະດົກວັດທະນະທຳໂລກຢູ່ພາກພື້ນອາຊີ-ປາຊີຟິກ. ນີ້ກໍ່ແມ່ນການສະແດງໃຫ້ເຫັນການຕີລາຄາສູງສຸດຂອງ UNESCO ທີ່ມີຕໍ່ວິວັດການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳກຸງເກົ່າເຫ້ວ. ທ່ານ ຟານແທັງຫາຍ ໃຫ້ຮູ້ຕື່ມອີກວ່າ:

“ອາດຈະເວົ້າໄດ້ວ່າ, ບັນດາຄຸນຄ່າມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງເຫ້ວແມ່ນຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນທີ່ສຸດ. ພ້ອມກັບການຄົ້ນຄວ້າ, ເກັບຮັກສາ ແລະ ຟື້ນຟູ, ສິ່ງທີ່ສຳຄັນກວ່າໝູ່ກໍ່ແມ່ນເພື່ອໃຫ້ມັນມີຊີວິດໃນຍຸກປັດຈຸບັນ, ນີ້ກໍ່ແມ່ນວິທີຂຸດຄົ້ນ, ເສີມຂະຫຍາຍບັນດາຄຸນຄ່າຂອງມັນໃຫ້ສອດຄ່ອງ. ມາຮອດປັດຈຸບັນ, ດ້ວຍປະເພດສິລະປະດົນຕີໃນລາດຊະວັງເຫ້ວ ແລະ ບັນດາງານບຸນໃນລາດຊະວັງເຫ້ວນັ້ນ, ພວກຂ້າພະເຈົ້າໄດ້ພະຍາຍາມຟື້ນຟູ ແລະ ສ້າງສະພາບແວດລ້ອມແຫ່ງການສະແດງເພື່ອໃຫ້ມັນເຄື່ອນໄຫວ, ທັງນີ້ກໍ່ຊ່ວຍໃຫ້ທຸກໆຄົນໃນໂລກປັດຈຸບັນ ສາມາດເຂົ້າໃຈ ແລະ ວາດພາບໄດ້ເຖິງສະພາບການເມື່ອກ່ອນນີ້ຄືແນວໃດ”.

ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບໍ່ເປັນວັດຖຸຂອງເຫ້ວ, ສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫ້ວຍັງຈັດຕັ້ງລາຍການສະແດງດົນຕີດ້ວຍທຳນອງຕ່າງໆຢູ່ວັງ ຖ໋າຍຮວ່າ, ໂຮງລະຄອນ ຢຽດທິເດື່ອງ, ເພື່ອໃຫ້ແຂກທ່ອງທ່ຽວສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ. ບັນດາຄຸນຄ່າມໍລະດົກວັດທະນະທຳບໍ່ເປັນວັດຖຸຍັງຖືກນຳເຂົ້າຫຼັກສູດໃນໂຮງຮຽນເພື່ອຊ່ວຍນັກຮຽນຊອກຮູ້ກ່ຽວກັບມໍລະດົກວັດທະນະທຳຂອງເຫ້ວ. ກິດຈະການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງມໍລະດົກວັດທະນະທຳເຫ້ວໃນໄລຍະກວ່າ 20 ປີທີ່ຜ່ານມາແມ່ນໝາກຜົນຂອງການເສີມຂະຫຍາຍກຳລັງພາຍໃນຊຶ່ງມີການປະສານສົມທົບກັບການປຸກລະດົມການສະໜັບໜູນຊ່ວຍເຫຼືອຂອງວົງຄະນະຍາດທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ແລະ ກວ້າງຂວາງ. ກິດຈະການນີ້ພວມເຄື່ອນໄຫວ ແລະ ປະຕິບັດຖືກຕາມວົງຈອນ ແລະ ໄດ້ບັນລຸບັນດາໝາກຜົນທີ່ເປັນໜ້າຊື່ນຊົມເພື່ອແນໃສ່ອະນຸລັກຮັກສາມໍລະດົກວັດທະນະທຳເຫ້ວຢ່າງໝັ້ນຄົງໃຫ້ແກ່ບັນດາລຸ້ນຄົນໃນອະນາຄົດ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.