ການນຳຫວຽດນາມ ຍິນດີຕ້ອນຮັບ ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (USAID) ພວມຢູ່ຢ້ຽມຢາມ ຫວຽດນາມ | |
ນັກສຶກສາຫວຽດນາມ ຢູ່ລັດເຊຍຮ່ວມແຮງຮ່ວມໃຈໜູນຊ່ວຍຜູ້ປະສົບເຄາະຮ້າຍຢູ່ຊີຣີ |
ວັນທີ 26 ກໍລະກົດ 1973, ກົງກັບວັນເຊັນສົນທິສັນຍາ Paris ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ ໄດ້ຮັບການລົງນາມ (27 ມັງກອນ 1973), ຊາຍໜຸ່ມທີ່ມີຊື່ວ່າ Botz László ມີອາຍຸ 27 ປີໄດ້ມາຮອດຮ່າໂນ້ຍ. ໃນເວລານັ້ນ, ທ່ານແມ່ນໜຶ່ງໃນບັນດາສະມາຊິກຂອງກຸ່ມປະຕິບັດງານທຳອິດຂຶ້ນກັບຄະນະປະຕິບັດງານຂອງ ຮຸ່ງກາຣີ ມາເຂົ້າຮ່ວມຄະນະກຳມະການຄຸ້ມຄອງ ແລະ ຕິດຕາມກວດກາສາກົນ (ICCS), ຫຼືຍັງໄດ້ເອີ້ນວ່າ ຄະນະກຳມະການ 4 ຝ່າຍ, ມີໜ້າທີ່ຕິດຕາມກວດກາການປະຕິບັດສົນທິສັນຍາ Paris.
![]() |
ທ່ານ Botz László ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ (ພາບ: TTXVN) |
ທ່ານເລົ່າສູ່ຟັງວ່າ ການຕ້ອນຮັບຄະນະປະຕິບັດງານຂອງຮຸງກາຣີ ຢູ່ຮ່າໂນ້ຍ ກ່ອນນີ້ 50 ປີ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ເຮັດໃຫ້ທ່ານບໍ່ອາດຫຼົງລືມໄດ້. ທ່ານໄດ້ເຫັນປະຈັກຕາຄຸ້ມເມືອງເກົ່າ, ເຮືອນຊານ, ຖະໜົນຫົນທາງ ແລະ ບັນດາກິດຈະກຳກໍ່ສ້າງທີ່ຖືກທຳລາຍຈາກລູກລະເບີດ ພຽງແຕ່ກ່ອນນີ້ 2 – 3 ອາທິດໃນການຫວ່ານລູກລະເບີດ B-52 ຂອງ ອາເມລິກາ. ໃນຊາກປະລັກຫັກພັງນັ້ນ ໄດ້ເຮັດໃຫ້ຊາຍໜຸ່ມທີ່ມາຈາກເອີລົບມີຄວາມປະທັບໃຈຈາກໃບໜ້າທີ່ຍິ້ມແຍ້ມແຈ່ມໃສຂອງຊາວນະຄອນຫຼວງຮ່າໂນ້ຍ ຍ້ອນທ່ານຮູ້ສຶກໄດ້ວ່າຊາວຫວຽດນາມ ມີຄວາມເຊື່ອໝັ້ນວ່າ ສັນຕິພາບພວມຈະມາເຖິງ.
ທ່ານ Botz László ເນັ້ນໜັກວ່າ ລັດຖະບານ ຮຸງກາຣີ ໄດ້ຮັບປາກ ແລະ ກຽມພ້ອມບຸກຄະລາກອນເມື່ອລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ສະເໜີຈັດສົ່ງຄະນະເຂົ້າຮ່ວມຄະນະກຳມະການ 4 ຝ່າຍ ຕິດຕາມກວດກາມສັນຍາ Paris. ໃນໄລຍະເວລາແຕ່ວັນທີ 26 ມັງກອນ 1973 – 9 ພຶດສະພາ 1975, ຮຸງກາຣີ ໄດ້ຈັດສົ່ງນາຍທະຫານ, ທະຫານປ້ອງກັນຊາຍແດນ, ພະນັກງານພົນລະເຮືອນ ແລະ ການທູດ 636 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ຫວຽດນາມ. ທ່ານສະແດງຄວາມຕື້ນຕັນໃຈເມື່ອລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການປະກອບສ່ວນ ແລະ ຕີລາຄາສູງການຮ່ວມເດີນທາງຂອງຮຸງກາຣີ ໃນຄະນະກຳມະການ 4 ຝ່າຍ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການປົດປ່ອຍຊາດ ແລະ ສ້າງຕັ້ງສັນຕິພາບ ຢູ່ ຫວຽດນາມ.
ບຸນຄົງ