ຜົນງານດ້ານການຂຽນ ຈຳນວນ 67 ບົດ ໄດ້ຮັບລາງວັນ ໃນງານມອບລາງວັນຂ່າວຕ່າງປະເທດທົ່ວປະເທດ ປີ 2017

15:23 | 15/06/2018

ຍ​ສ​ໝ - ວັນທີ 14 ມິຖຸນາ 2018 ທີ່ຮ່າໂນ້ຍ, ຄະນະໂຄສະນາສູນກາງ , ຄະນະຊີນຳ ວຽກງານຂ່າວຕ່າງປະເທດ ສູນກາງ ຮ່ວມກັບ ໜັງສືພິມ ປະຊາຊົນ ໄດ້ຈັດພິທີມອບລາງວັນທົ່ວປະເທດກ່ຽວກັບຂ່າວຕ່າງປະເທດ ປີ 2017.

ຜົນງານດ້ານການຂຽນ ຈຳນວນ 67 ບົດ ໄດ້ຮັບລາງວັນ ໃນງານມອບລາງວັນຂ່າວຕ່າງປະເທດທົ່ວປະເທດ ປີ 2017

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ກ່າວ​ຄຳ​ເຫັນ​ໃນ​ພິ​ທີ​ມອບ​ລາງວັນ.

ຄະ​ນະຈັດຕັ້ງ​ພິ​ທີ ໄດ້ຮັບບົດ​ຂຽນ ຈຳ​ນວນ 970 ບົດ ສົ່ງ​ເຂົ້າ​ໃນ​ການ​ແຂ່ງ​ຂັນ, ​ເພີ່ມ​ຂື້ນ 9% ​ຖ້າທຽບໃສ່ ປີ 2016. ໃນນັ້ນ ​ບົດ​ຂຽນ ປະ​ມານ 931ບົດ ໄດ້ຜ່ານ​ມາດ​ຖານ​ເຂົ້າ​ຮ່​ວມການແຂ່ງຂັນ, ປະ​ກອບ​ມີ ໜັງ​ສື​ພິມ ຮູບ, ໜັງ​ສື​ພິມ​ເອ​ເລັກ​ໂຕ​ນິກ, ວິ​ທະ​ຍຸ, ໂທ​ລະ​ພາບ , ວາ​ລະ​ສານ​ຮູບ​ພາບ, ຮູບ​ທຳ​ມະ​ຊາດ ແລະ ປື້ມ​ອ່ານ; ມີ 15 ພາ​ສາ​ຕ່າງ​ກັນ, ປະ​ກອບ​ມີ ພາ​ສາ ຫວຽດ, ອັງ​ກິດ, ຝຣັ່ງ, ລັດເຊຍ, ຈີນ, ສະເປນ, ບຸນກາຣີ, ຍີ່ປຸ່ນ, ເກົາຫຼີໃຕ້, ອິນໂດເນເຊຍ, ລາວ, ​ກຳ​ປູ​ເຈຍ, ​ສະ​ໂລ​ວາ​ເກຍ,ເຢຍ​ລະ​ມັນ, ໄທ.

ຜົນງານດ້ານການຂຽນ ຈຳນວນ 67 ບົດ ໄດ້ຮັບລາງວັນ ໃນງານມອບລາງວັນຂ່າວຕ່າງປະເທດທົ່ວປະເທດ ປີ 2017

ຄະ​ນະ​ຈັດ​ຕັ້ງ​ມອບ​ລາ​ງວັນ​ທີ 1 ໃຫ້​ບຸກ​ຄົນ​ທີ່​ໄດ້​ຊະ​ນະ​ເລີດ.

ຈຸດເດັ່ນແມ່ນ ບົດ​ຄວາມຫຼື​ບົດ​ຂຽນ ທີ່​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້: ໄດ້​ຖືກ​ເຜີຍ​ແຜ່ ບົນຫນັງສືພິມ, ວາ​ລະ​ສານ ຕ່າງ​ປະ​ເທດ​ທີ່​ມີ​ຊື່​ສຽງ ໄດ້​ຮັບ​ຄວາມ​ຊື່​ຖື, ການ​ແຜ່​ລາມ ຂອງ​ຂໍ້​ມູນ​ຂ່າວ​ສານ ໄປ​ສູ່​ຜູ່​ອ່ານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ປະ​ສິດ​ທິ​ຜົນ​ໃນ​ການ​ໂຄ​ສະ​ນາ ໄປ​ຍັງ​ມວນ​ຊົນຕ່າງ​ປະ​ເທດ. ຜົນ​ງານ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ຊີ​ວິດ​ຊີ​ວາ. ຜູ້ເຂົ້າຮ່ວມ ການ​ແຂ່ງ​ຂັນ​ກໍ່ມີຄວາມຫຼາກຫຼາຍຫຼາຍ, ເຊິ່ງ​ປະ​ກອບ​ມີ ນັກຂ່າວ, ພະ​ນັກ​ງານ​ສັນ​ຍາ​ຈ້າງ​ຂອງ​ໜັງ​ສື​ພິມ ພາຍ​ໃນ ແລະ ຕ່າງ​ປະ​ເທດ, ນັກວິຊາການ, ນັກຄົ້ນຄວ້າ, ນັກຖ່າຍ​ຮູບ, ຜູ້ຈັດພິມ, ຫ້ອງການຕົວແທນຫວຽດນາມ. ນອກເຫນືອໄປຈາກ​ສຳ​ນັກຂ່າວ, ຫນັງສືພິມຕ່າງປະເທດ ທີ່ສໍາຄັນແລ້ວ, ​ການ​ແຂ່ງ​ຂັ​ນຍັງໄດ້ຮັບການເຂົ້າຮ່ວມຂອງສຳ​ນັກ​ຂ່າວ ຈຳ​ນວນ 115 ​ສຳ​ນັກ, ອົງ​ການ​ຈັດພິມຂອງຫນ່ວຍງານ, ທ້ອງຖິ່ນ. ຄຽງ​ຄູ່​ກັບ​ນັກ​ຂຽນ​ມື​ອາ​ຊີບ, ຄົນ​ຫວຽດ​ກ່ຽວ, ອ້າຍ​ນ້ອງ​ສາ​ກົນ ກໍ່​ເຂົ້າ​ຮ່ວມ​ຍັງ​ຄັບ​ຄັ້ງ ພິ​ເສດ​ແມ່ນນັກ​ຂຽນ​ປະ​ມານ 22 ຄົນ ເຊິ່ງ​ມາ​ຈາ​ກ​ຫຼາຍ​ປະ​ເທດ ຄື: ລັດເຊຍ, ຈີນ, ສະເປນ, ຄິວບາ, ບູນ​ກາ​ລີ, ສະໂລວາເກຍ, ອິນເດຍ, ຝລັ່ງ, ເຢຍລະມັນ ...

ຜົນງານດ້ານການຂຽນ ຈຳນວນ 67 ບົດ ໄດ້ຮັບລາງວັນ ໃນງານມອບລາງວັນຂ່າວຕ່າງປະເທດທົ່ວປະເທດ ປີ 2017

ໃບ​ໜ້າ​ບຸກ​ຄົນ​ແລະ​ອົງ​ການ​ຈັດ​ຕັ້ງ​ໄດ້​ຮັບ​ລາງວັນ​ທີ 2.

ກ່າວ​ຄຳ​ປາ​ໄສ​ໃນ​ງານມອ​ບ​ລາງວັນ​ໃນ​ຄັ້ງ​ນີ້ ທ່ານ ຟ້າມ​ບິ່ງ​ມິງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນຫນັກວ່າ: ລາງວັນນີ້​ສົ່ງຜົນຕໍ່ກັບການເຊື່ອມໂຍງ ແລະ ການປະສານງານລະຫວ່າງ ອົງ​ການ, ຂະ​ແໜງ​ການ, ທ້ອງ​ຖິ່ນ ປະ​ກອບ​ສ່ວນ ກະ​ຕຸກ​ຊຸກ​ຍູ້ ໃຫ້​ນັກ​ຂ່າວ, ບັນ​ນາ​ທິ​ການ, ວິ​ຊາ​ການ, ນັກ​ຄົ້ນ​ຄວ້າ ຂອງ​ອົງ​ການ​ສຳ​ນັກ​ຂ່າວ, ອົງ​ການ​ຈັດ​ພິມ. ຜົນ​ສຳ​ເລັດ​ຂອງ​ການ​ແຂ່ງ​ຂັນກ່ຽວ​ກັບ​ຂ່າວ​ຕ່າງ​ປະ​ເທດ​ທົ່ວ​ປະ​ເທດ ປີ 2017 ເຮັດ​ໃຫ້​ເຫັນ​ວ່າ ຄວາມ​ເຊື່ອ​ໝັ້ນ​ຂອງ​ການ​ແຂ່ງ​ຂັນ​ນີ້ ນັບ​ມື້​ນັບ​ເພີ່ມ​ຂື້ນ ແລະ ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງວ​ຽກ​ງານ ຂ່າວ​ຕ່າງ​ປະ​ເທດ ກັບ​ ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ ປະ​ເທດ​ໃນ​ປະ​ຈຸ​ບັນ.

ຜົນງານດ້ານການຂຽນ ຈຳນວນ 67 ບົດ ໄດ້ຮັບລາງວັນ ໃນງານມອບລາງວັນຂ່າວຕ່າງປະເທດທົ່ວປະເທດ ປີ 2017

ໃບ​ໜ້າ​ບຸກ​ຄົນ​ແລະ​ອົງ​ການ​ຈັດ​ຕັ້ງ​ໄດ້​ຮັບ​ລາງວັນ​ທີ 3.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.