“ເຝີ ຊິວ່າອອກຈີນກະບໍ່ແມ່ນ, ຊິວ່າອອກທາງຝລັ່ງກະບໍ່”
ພວກເຂົາເວົ້າວ່າ: ຄຳວ່າ “ ເຝີ ” ໄດ້ມາຈາກ ຕົວໜັງສືທີ່ຂຽນວ່າ “ເຟີ໋ນ” ຂອງເຍື່ອງອາຫານຊື່ວ່າ: ຈື່ຍຸກເຟີ໋ນ. ແຕ່ເຕັກນິກເຄັດລັດໃນການປຸງແຕ່ງ ອາຫານເຍື່ອງ ຈື່ຍຸກເຟິ໋ນ ແມ່ນມີຄວາມແຕກຕ່າງຢ່າງຊິ້ນເຊີງ ທັງລົດຊາດກິ່ນກັບ “ເຝີຫວຽດ”. ຍັງມີທິດສະດີອື່ນກ່າວວ່າ: ເຝີ ມີກົກເຄົ້າແມ່ນມາຈາກ ອາ ຫານເຍື່ອງ pot - au – feu ຂອງ ຟູ໋ລາງຊາ ແລະ ເຝີ ຄືຄຳມາຈາກ ພາສາ “ໂບ່ຍ” ຂອງ ຄຳວ່າ feu(ພາສາ ຝລັ່ງ: ໄຟ)
ເຖິງວ່າແນວໃດກໍ່ຕາມ, ເມື່ອຊອກຫາຊື່ອາຫານເຍື່ອງທີ່ມີຊື່ວ່າ: pot - au – feu ໃນວັດຈະນານຸກົມ Larousse ຂອງ ຝລັ່ງ, ມັນແມ່ນ ຊຸບປະເພດໜື່ງ “ຕຸ໋ນບ່າລັ່ງ” ເຮັດດ້ວຍຊີ້ນງົວຕຸ໋ນ ໃສ່ກັບຜັກຫຼາຍຊະນິດເຊັ່ນວ່າ: ຫົວກາຫຼົດ, ຜັກທຽມ, ຫົວຜັກກາດ…. ມັນບໍ່ເຂົ້າກັບເຝີຫວຽດຈັກແນວທັງຮູບແບບ ແລະ ວີທີປຸງແຕ່ງ.
ນອກນັ້ນ, pot - au – feu ແມ່ນປະເພດອາຫານໜັກ ກິນກັບເຂົ້າຈີ່ຂອງຄົນຝລັ່ງ.
ໃນນັ້ນ, ຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ແມ່ນມີຄວາມເໝາະສົມແທດເໝາະກັບເອກສານທີ່ຍັງຫຼົງເຫຼືອຢູ່ແຕ່ຕົ້ນສັດຕະວັດທີ 20: ເຝີ ແມ່ນເລີ່ມມາຈາກ ອາຫານເຍື່ອງ ຊື່ວ່າ: ຊ໋າວເຈົາ ເກີດຂື້ນມາຢ່າງລຽບງ່າຍ ຄືຈາກເດີ່ນບ້ານ, ທ່າເຮືອ ແມ່ນ້ຳແດງ ໃນຊຸມປີຕົ້ນສັດຕະວັດທີ 20.
ເບື້ອງຕົ້ນເປັນອາຫານເຍື່ອງໜື່ງທີ່ຮັບໃຊ້ໃຫ້ປະຊາຊົນທົ່ວໄປ, ຜູ່ອອກແຮງງານ ຊາວໄຮ່ຊາວນາ. ທ້າຍສັດຕະວັດທີ 19, ຕົ້ນສັດຕະວັດທີ 20 ພາຍຫຼັງ ຈັກກະພັດຝລັ່ງໄດ້ເຂົ້າມາຄອບຄອງຫວຽດນາມທັງໝົດ, ຮ່າໂນ້ຍຕອນນັ້ນຫາກໍ່ມີ 2-3 ຮ້ານຂາຍຊີ້ນງົວຮັບໃຊ້ຄົນຝລັ່ງກ່ຽວ, ສ່ວນຫຼາຍແມ່ນຂາຍບໍ່ອອກ, ໂດຍສະເພາະແມ່ນກະດູກບໍ່ຮູ້ຊິເຮັດແນວໃດ.
ເຝີ ໄຊຫງອນ.(ພາບ: ຢາຕ໋ຽນ)
ໃນຊຸມປີ 1908-1909, ມີເສັ້ນທາງເດີນລົດໄປດ້ວຍໄອນ້ຳ ຫຼາຍຖ້ຽວແລ່ນແຕ່ ຮ່າໂນ້ຍ ໄປ ຫ໋າຍຟ່ອງ, ນາມດິ້ງ, ຟູ້ລ້າງເທືອງ.
ແລະຍັງມີ ເຮືອບັນທຸກນ້ຳປາ, ເຄື່ອງແຫ້ງຈາກ ດິນແດນ ເຫງະອານ ສ້າງບັນຍາກາດຟົດຟື້ນ, ຄັບຄາໜາແໜ້ນຢູ່ແຄມທ່າເຮືອ ແມ່ນ້ຳແດງ.
ທີ່ນັ້ນໄດ້ເກີດມີຄວາມຕ້ອງການສູງກ່ຽວກັບບໍລິການອາຫານສຳລັບຊົນຊົ້ນກຳມະກອນ. ສະນັ້ນບັນດາຫ້າງຮ້ານ ອາຫານໄດ້ຫຼັ່ງມາເທມາເປີດຢູ່ແຄມທ່າຮເຮືອແມ່ນ້ຳແດງ , ແຕ່ວ່າອາຫານເຍື່ອງທີ່ມີຊື່ວ່າ ຊ໋າວເຈົາ ຜູ້ຄົນມັກກິນຫຼາຍເພາະທັງຖືກແລະທັງອີ່ມທ້ອງ.
ສະຖານະການ-ການຂາຍຊີ້ນງົວບໍ່ອອກ ແລະ ຊື້ຊິ້ນງົວແຖມຟີກະດູກ ຈາກຜູ່ຫາບຂາຍ ຊ໋າວເຈົາ ໄດ້ພາກັນປ່ຽນມາເປັນ ຂາຍ ຊ໋າວຊີ້ນງົວແທນ.
ຊີ້ນງົວມີກິ່ນໃນເວລາທີ່ມັນເຢັນ, ດັ່ງນັ້ນເຕົາໄຟທີ່ສາມາດເປີດຄ່ອຍໆໄດ້ຖືກປະດິດອອກມາ, ໃນບໍ່ດົນ ອາຫານເຍື່ອງດັ່ງກ່າວໄດ້ແຜ່ລາມໄປທົ່ວທຸກບ່ອນຕັ້ງແຕ່ ໂອກວານເຈື້ອງ ລົງໄປຮອດ ໂອຮ່າງໝ໋ຳ.
ແມ້ນຕັ້ງແຕ່ ທ່ານ Henri Oger ໄດ້ບັນທືກຮູບພາບຂອງ ການຫາບເຝີຂາຍ ໄວ້ໃນອາລາບ້ຳອັນລ້ຳຄ່າ ເຕັກນິກຂອງ ຊາວອານາມ (Technique du peuple Annamite 1908-1909).
ຊື່ເອີ້ນຂອງ ເຝີ ຍັງເປັນປິດສະໜາຢູ່ ດັ່ງນັ້ນພວກເຮົາຈົ່ງພ້ອມກັນກັບໄປສູ່ຍຸກສະໄໝທີ່ເຝີເກີດຂື້ນມາ.
ໃນຄະນະທີ່ ເຝີ ປາກົດຂື້ນໃນສະໄໝທໍາອິດຂອງສະຕະວັດທີ 20, ວັນນະຄະດີຈີນ ຍັງຄົງປົກຄອງ ສັງຄົມຫວຽດນາມ. ນັກຂຽນຄົນຝຣັ່ງທີ່ມີຊື່ສຽງໂດ່ງດັ່ງ ໄດ້ເຂົ້າມາ ຫວຽດນາມ ເພື່ອສຶກສາຄົ້ນຄ້ວາ ຄື: P.Huard ແລະ M.Durand ໄດ້ວິເຄາະ ຄຳວ່າ “ ເຝີ” ພາສາໂນມ (ພາສາຫວຽດດັ້ງເດີມ) ປະກອບດ້ວຍ ສາມຄຳ ເປັນພາສາ ຫ໋ານ : a / ເມ(ເຂົ້າເປືອກ), b / ໂງນ(ຄຳເວົ້າ), ໂຟ້ (ທົ່ວໄປ)
ຄຳວ່າ “ເຝີ” ເຂົ້າໃຈແບບງ່າຍໆວ່າເປັນ ອາຫານເຍື່ອງໜື່ງ ທີ່ປຸງແຕ່ງມາຈາກ ເຂົ້າສານຂາຍທົ່ວໄປໃຫ້ມວນມະຫາຊົນ ແລະ ອອກສຽງ ໂຟ້ . ສຽງຮ້ອງຂອງແມ່ຄ້າຫ້າຍເຄື່ອງຂາຍ ທີ່ມີທັງ ແຮງຄ່ອຍມີຈັ່ງຫວະທີ່ແຕກຕ່າງກັນໄປຕາມບັນຍາກາດ ສະພາບແວດລ້ອມ ເຮັດໃຫ້ສຽງເລືອໄປ ຄືເຮົາຮ້ອງເພງ ສຽງທີ່ອອກໄປອາດຈະຂາດເຫຼືອ ຫຼືອອກແນວຕ່າງໂດຍຜູ້ຝັງອາດຈະໄດ້ຍິນຄັກແນ່ບໍ່ແນ່ ໃນຫູ.
ຄຳຮ້ອງອາຫານເຍື່ອງ ເຝີ ຕາມສຽງ ໂນມ: “ໂຝ້ເດີ,ໂຝ້ ເອີ !" ... ແລະ ແລ້ວມາເປັນ "ເຝີ໋ ເອີ!" ໄລ່ສຽງ, ສຽງຕົກ, ສຽງເພີ່ມ ກາຍມາເປັນ " ເຝີ " ຕາມຂ້ອຍຄິດວ່າ: ຊື່ ເຝີ ແມ່ນມາຈາກການອອກສຽງ ໂຕໜັງສື ໂນມ ເປັນການໄຈ້ແຍກທີ່ມີເອກກະລັກເລິກເຊິ່ງ, ມີໂລຊິກ ແລະ ເໝາະສົມທີ່ສຸດ.
ເຝີ ຮ່າໂນ້ຍ.(ພາບ: ຢາຕ໋ຽນ)
ເຝີຫວຽດ ອາຍຸກວ່າຮ້ອຍປີ
ຄຳນາມເອີ້ນວ່າ: ເຝີ ໄດ້ຖືກຈັດເຂົ້າໃນວັດຈະນານຸກົມຄັ້ງທຳອິດໃນປື້ມ ວັດຈະນານຸກົມ ຫວຽດນາມ (1930) ໂດຍ ສະມາຄົມ ຄາຍຈີ໋ຕຽນດືກ ຮ່າໂນ້ຍ ເປັນຜູ້ກໍ່ຕັ້ງ. ແຕ່ວ່າເຝີອາຍຸໄດ້ຈັກປີແລ້ວ?
ອາຍຸການເກີດຂອງ ຄຳວ່າ: ເຝີ ບໍ່ໄດ້ຖືກບັນທືກໄວ້ໃນປະຫວັດສາດ ອັນໃດຢ່າງເປັນທາງການ. ນັກວັນນະກຳ ອະວຸໂສ ຫງວ໋ຽນກົງຮວານ (1903-1977) ໄດ້ບອກໃຫ້ຮູ້ຢ່າງຊັດເຈນວ່າ ອາຫານເຍື່ອງ ເຝີ ນີ້ມີອາຍຸຫຼາຍກ່ວາ 100ປີ . ເພິ່ນໄດ້ຢັ້ງຢືນວ່າ: "1913 ... ເຮືອນຫ້ອງແຖວ ເລກທີ 8 ຖະໜົນ ຮ່າງຮ່າຍ ... ບາງຄັ້ງບາງຄາວ ເພິ່ນໄດ້ກິນເຝີ ຂອງແມ່ຄ້າຫາບມາຂາຍ. ຖວ້ຍລະ 2 ສະຫຼຶງ, 3 ສະຫຼຶງ ,5 ສະຫຼຶງ”.
ຜູ້ຢັ້ງຢືນອາຍຸຂອງເຝີອີກຄົນໜື່ງ ແມ່ນພໍ່ເຖົ້າທວດ ຫງວ໋ຽນວັນວິ໊ງ (1882-1936). ພໍ່ເຖົ້າລາວບັງເອີນໄດ້ເຮັດເຮົາຮູ້ເຖິງອາຍຸຂອງເຝີ, ເພາະໃນຈົດໝາຍທີ່ລາວສົ່ງມາຈາກ ປາຣີ ເຖິງຄອບຄົວ ຂຽນຈ່າໜ້າຊອງ ປີ 1906: "...
ໄດ້ຍິນສຽງຈ່າວຂາຍເຄື່ອງທາງນັ້ນແລ້ວເຮັດໃຫ້ຄິດຮອດ ຫວຽດນາມ , ຄິດຮອດທັງສຽງຈ່າວຂາຍເຄື່ອງຂອງຄົນຫາບເຄື່ອງຂາຍແຕ່ຕອນເຊົ້າໆ ".
ແລະ ແລ້ວ Gumumier, ນັກຄົ້ນຄວ້າຜູ້ດຸໝັ່ນໄດ້ປະເອກກະສານສຳເນົາທີ່ມີຄ່າໃນຂົງເຂດ ວັນນະຄະຕີຫວຽດນາມ - ແລະ ຢັ້ງຢືນວ່າ: ເຝີຍັງບໍ່ເຄີຍປະກົດຢູ່ຫວຽດນາມ ກ່ອນປີ 1907! ນັ້ນແມ່ນແຫຼ່ງຂໍ້ມູນເອກກະສານ, ສິ່ງພິສູດທີ່ເປັນວິທະຍາສາດ, ທີ່ໜ້າເຊື່ອຖືທີ່ສຸດກ່ຽວກັບອາຍຸຂອງ ເຝີວ່າມີອາຍຸໄດ້ ຫຼາຍກວ່າ 100 ປີ ແລ້ວ.
ຮູບພາບ ຫາບເຝີຂາຍ ຢູ່ ຮ່າໂນ້ຍ ໄດ້ແຕ້ມແຕ່ງລະບາຍສີ ຄົນຫາບເຝີຂາຍ ຢູ່ຖະໜົນເກົ່າ ຮ່າໂນ້ຍ ຂອງນັກຈິດຕະກອນຊາວ ຝລັ່ງເສດ Maurice Salge ວາດຂື້ນໃນປີ 1913 ແມ່ນເປັນ ຮູບແບບທີ່ມີຊີວິດຊີວາ ເຮັດໃຫ້ເກີດຄວາມຍອມຮັບກ່ຽວກັບ ເຝີຕອນຄ່ຳຄືນ ຂອງ ຮ່າໂນ້ຍ.
ຮູບແຕ້ມ ຄົນຫາບເຝີຂາຍແຄມທາງ ຢູ່ ຮ່າໂນ້ຍ ຜົນງານຂອງ Maurice Salge (1913).
ອາຍຸຫຼາຍກ່ວາ 100 ປີຂອງ ເຝີ ຍັງໄດ້ຖືກຢັ້ງຢືນຈາກ ປື້ມວັດຈະນານຸກົມ ຫວຽດ . ປື້ມວັດຈະນານຸກົມ ຫວຽດ-ໂບ໋-ລາ ຂອງ Alexandre Rhodes ຈັດພິມປີ 1651 ບໍ່ມີຄຳວ່າ ເຝີ . ວັດຈະນານຸກົມ ຮວິ່ງຕິ້ງກົ້ວ 1895, ວັດຈະນານຸກົມ Genibrel (1898) ກໍ່ຄືກັນ.
ຈົນມາຮອດ ປື້ມວັດຈະນານຸກົມ ອະທິບາຍຂອງ ສະມາຄົມ ຄາຍຈີ໋ຕ໋ຽນດືກ ຈັດພິມ ປີ 1930, ຄຳວ່າ ເຝີ ຈັ່ງໄດ້ເປີດຕົວຢ່າງເປັນທາງການ ແລະ ຂຽນໄວ້ຢ່າງຊັດເຈນວ່າ "... ອາຫານເຍື່ອງນີ້ ເປັນອາຫານປຸງແຕ່ງດ້ວຍ ເສັ້ນແປ້ງຊອຍນ້ອຍໆ ໃສ່ກັບຊີ້ນງົວ. ສິ່ງດັ່ງກ່າວໄດ້ສະໜັບສະໜູນ ທິດສະດີ ເຝີ ເກີດມາໃນລະຫວ່າງ ປີ 1900 ຫາ 1907, ເຊິ່ງເຮັດໃຫ້ພວກເຮົາສາມາດຄາດຄະເນໄດ້ ຢ່າງັຊັດເຈນກ່ຽວກັບອາຍຸ ທີ່ຫຼາຍກວ່າ 110 ປີຂອງ ເຝີຫວຽດ.
ຮ້ານຂາຍເຝີຫາບຂາຍຢູ່ຮ່າໂນ້ຍ ຕົ້ນສັດຕະວັດທີ 20. (ພາບ: ເອກກສານ)