ດ້ວຍການສ້າງຕັ້ງການພົວພັນທາງການທູດກັບ ຕຣີນີດັດ ແລະ ໂຕບາໂກ, ຫວຽດນາມ ໄດ້ມີການພົວພັນທາງການທູດຢ່າງເປັນທາງການກັບ 35 ປະເທດໃນອາເມລິກາລາຕິນ ແລະ 192 ປະເທດໃນໂລກ (ປະກອບມີ 190/193 ປະເທດສະມາຊິກສະຫະປະຊາຊາດ), ຜ່ານນັ້ນ ກໍ່ໄດ້ສືບຕໍ່ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດ ທີ່ມີຄວາມຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຖືການພັດທະນາການພົວພັນກັບອາເມລິກາລາຕິນ ແລະ Caribbean ເປັນສຳຄັນ.
![]() |
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ |
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ມີການແລກປ່ຽນກັບທ່ານເອກອັກຄະລັດຖະທູດ Dennis Francis Smith ກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ. 2 ຝ່າຍໄດ້ສະແດງຄວາມດີໃຈ ຕໍ່ການສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ລະຫວ່າງ ຫວຽດນາມ ແລະ ຕຣີນີດັດ ແລະ ໂຕບາໂກ, ຢືນຢັນວ່າ ນີ້ແມ່ນບາດກ້າວທຳອິດທີ່ໜ້າຈົດຈຳ, ເປີດກ້ວາງການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ.
ໃນເວລາໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ, ທ່ານເອກອັກຄະລັດຖະທູດ Dennis Francis Smith ກໍ່ໃຫ້ຮູ້ວ່າ: ຕຣີນີດັດ ແລະ ໂຕບາໂກ ແມ່ນປະເທດເກາະ ທີ່ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດຢ່າງແຂງແຮງ ດ້ວຍ GDP ໃຫຍ່ອັນດັບ 3 ຢູ່ພາກພື້ນ Caribbean, ພ້ອມກັນນັ້ນກໍ່ສະແດງຄວາມປະທັບໃຈຕໍ່ປະຫວັດສາດທີ່ສະຫງ່າອົງອາດ ກໍ່ຄືບັນດາຜົນງານກໍ່ສ້າງ ແລະ ພັດທະນາຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ Dennis Francis Smith ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດ, ເນັ້ນໜັກວ່າ ຕຣີນີດັດ ແລະ ໂຕບາໂກ ໄດ້ຮ່ວມມືກັບ ຫວຽດນາມ ໃນຂອບເຂດຫຼາຍຝ່າຍ ຂອງສະຫະປະຊາຊາດ ແລະ ພວມມຸ່ງໄປເຖິງການພົວພັນຮ່ວມມື 2 ຝ່າຍກັບ ຫວຽດນາມ, ດ້ວຍວິໄສທັດທີ່ຄ້າຍຄືກັນໃນຫຼາຍດ້ານ, ໃນນັ້ນມີການຮ່ວມມືດ້ານວັດທະນະທຳ, ການແລກປ່ຽນປະຊາຊົນ, ກະສິກຳ, ການຫາປາ, ພະລັງງານ, ເຕັກໂນໂລຊີ ແລະ ການທ່ອງທ່ຽວ...
ສະນັ້ນ, ການສ້າງຕັ້ງການພົວພັນທາງການທູດ ກັບປະເທດທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ຄື ປະເທດຫວຽດນາມ ແມ່ນຂີດໝາຍໃນນະໂຍບາຍການຕ່າງປະເທດຂອງ ຕຣີນີດັດ ແລະ ໂຕບາໂກ. ບົນພື້ນຖານນັ້ນ, ທ່ານເອກອັກຄະລັດຖະທູດສອງປະເທດ ກໍ່ໄດ້ເຫັນດີສືບຕໍ່ແລກປ່ຽນຂໍ້ມູນຂ່າວສານເພື່ອຊອກຮູ້ຈຸດແຂງ, ທ່າແຮງຂອງການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດຂຸດຄົ້ນນ້ຳມັນອາຍແກັສ, ການທ່ອງທ່ຽວ ແລະ ກະສິກຳ. ທ່ານເອກອັກຄະລັດຖະທູດ 2 ທ່ານ ກໍ່ຢືນຢັນຈະເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ສະຫະປະຊາຊາດ ແລະ ບັນດາເວທີປາໄສຫຼາຍຝ່າຍອື່ນໆ.

ຄຳຮຸ່ງ
ທ່ານອາດຈະມັກ

ທະຫານຫວຽດນາມ 86 ຄົນເຂົ້າຮ່ວມພິທີແຫ່ຂະບວນຢູ່ສະຫະພັນລັດເຊຍ

ການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ໄດ້ຢືນຢັນການສືບທອດປະຫວັດສາດ, ສະພາບການພົວພັນໃນປະຈຸບັນ ແລະກ້າວໄປສູ່ອະນາຄົດໃໝ່

ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ຄະນະຜູ້ແທນຂັ້ນສູງລາວ ແລະກຳປູເຈຍ ຈະໄປຮອດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງໃນວັນທີ 30 ເມສາ

VUFO ແລະ SOS KDI ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍໃນສະພາບຄວາມຫຍຸ້ງຍາກ
