ຫວຽດນາມ ໄດ້ຮັບຕຳແໜ່ງສຳຄັນໃນສະມາຄົມຕຳຫຼວດບັນດາປະເທດ ອາຊຽນ

10:13 | 18/01/2023

ຍສໝ - ໂດຍເປັນ​ຄັ້ງ​ທຳ​ອິດ, ນາຍຕຳຫຼວດຄົນໜຶ່ງຂອງກຳລັງຕຳຫຼວດ​ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ຕຳ​ແໜ່​ງສຳຄັນ​ ໃນ​ບັນດາ​ອົງການ​ຕຳຫຼວດ​ສາກົນ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEANAPOL).

ເວທີປາໄສທະເລ ອາຊຽນ ຄັ້ງທີ 12 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 10 ເວທີປາໄສທະເລ ອາຊຽນ ຄັ້ງທີ 12 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 10
ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ

ໃນວັນ​ທີ 11 ມັງກອນ​ນີ້, ຢູ່​ສຳນັກງານ​ກອງ​ເລຂາ​ຕຳຫຼວດ​ສະມາຄົມຕຳຫຼວດບັນດາ​ປະເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEANAPOL) ​ໄດ້​ຈັດ​ພິທີ​ມອບ​ຮັບ​ຕຳ​ແໜ່​ງຫົວໜ້າ​ກົມບໍລິການ​ຕຳຫຼວດ ​ແລະ ຫົວໜ້າຄະນະແຜນການ ແລະ ແຜນງານຂອງ ASEANAPOL.

ຫວຽດນາມ ໄດ້ຮັບຕຳແໜ່ງສຳຄັນໃນສະມາຄົມຕຳຫຼວດບັນດາປະເທດ ອາຊຽນ
ຫງວຽນຫຶວຫງ້ອກ - ຮອງຫົວໜ້າຫ້ອງການອົງການສືບສວນ-ສອບສວນ ກະຊວງ ປທສ, ຮັບຕໍາແໜ່ງ ຫົວໜ້າຮັບຜິດຊອບແຜນການ ແລະ ແຜນງານ ຂອງກອງເລຂາອາຊຽນ

​ໂດຍເປັນ​ຄັ້ງ​ທຳ​ອິດ, ນາຍຕຳຫຼວດຄົນໜຶ່ງ ຂອງກຳລັງຕຳຫຼວດ​ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ຕຳ​ແໜ່​ງສຳຄັນ​ ໃນ​ບັນດາ​ອົງການ​ຕຳຫຼວດ​ສາກົນ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEANAPOL) ເຊິ່ງເມື່ອ ທ່ານພັນເອກສາມດາວ ຫງວຽນເຫິວຫງ້ອກ - ຮອງຫົວໜ້າຫ້ອງການ ສືບສວນ-ສອບສວນ ກະຊວງ ປທສ, ຮັບຕໍາແໜ່ງ ຫົວໜ້າຮັບຜິດຊອບແຜນການ ແລະ ແຜນງານ ຂອງກອງເລຂາ ASEANAPOL.

ທ່ານພັນເອກສາມດາວ ຫງວຽນຫຶວຫງ້ອກ ໄດ້ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຮ່ວມມືລວມຂອງກໍາລັງຕໍາຫຼວດບັນດາປະເທດອາຊຽນ, ຮັບປະກັນພາກພື້ນທີ່ປອດໄພ ແລະ ສັນຕິພາບ, ກໍ່ຄືຍົກສູງບົດບາດຂອງກໍາລັງຕໍາຫຼວດຫວຽດນາມ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນພາກພື້ນ ແລະ ສາກົນ.

ASEANAPOL ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1981, ປະກອບມີ ກອງ​ກຳ​ລັງ​ຕຳຫຼວດ​ຂອງ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຄື ບຣູ​ໄນ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນ​ມາ, ຟີ​ລິບ​ປິນ, ສິງ​ກະ​ໂປ, ໄທ ແລະ ຫວຽດນາມ. ກອງ​ເລ​ຂາ​ ASEANAPOL ​ມີ​ສໍາ​ນັກ​ງານ​ໃຫຍ່​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ, ດຳ​ເນີນ​ງານ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ມັງ​ກອນ 2010.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.