ນະ​ຄອນ​ ດ່າ​ໜັງ: ຈັດຕັ້ງ ຄະນະກຳມະການຄຸ້ມຄອງ ເຂດມໍລະດົກ ແລະ ທ່ອງທ່ຽວ ຫ້າຍເວິນກວານ

15:30 | 15/05/2018

ຍ​ສ​ໝ - ຄະນະກໍາມະການຄຸ້ມຄອງ ເຂດມໍລະດົກ ແລະ ທ່ອງທ່ຽວ ຫ້າຍເວິນກວານ ມີໜ້າທີ່ເສນາທິການຄະນະກຳມະການພັກເມືອງ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ແລະ ພັດທະນາ ຄຸນຄ່າຂອງມໍລະດົກຂັ້ນແຫ່ງຊາດ ຫ້າຍເວິນກວານ.

ຫ້ອງວ່າ​ການ​ປົກ​ຄອງ​ເມືອງ ລຽນ​ຈ໋ຽວ (ນະ​ຄອນ ດ່າ​ໜັງ) ໄດ້ປະກາດແຈ້ງ​ການ​ກ່ຽວ​ກັບ ຂໍ້​ຕົກ​ລົງ ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ຄຸ້ມ​ຄອງ ເຂດ​ມໍ​ລະ​ດົກ ແລະ ທ່ອງ​ທ່ຽວ ຫ້າຍ​ເວິນກວາ​ນ ປະ​ກອບ​ມີ ສະ​ມາ​ຊິກ 14 ສະ​ຫາຍ ໂດຍ​ການ​ຄັດ​ເລືອກ ຂອງ ທ່ານຮອງ​ເຈົ້າ​ເມືອງ ເມືອງ ລຽນ​ຈ໋ຽວ ທ່ານ ເລ​ ວັນ​ເຫງຍ ເປັນປະທານ.

ຈາກນັ້ນ, ບັນ​ດາສະມາຊິກຂອງ ຄະ​ນະ​ກຳ​ມະ​ການ ຄຸ້ມ​ຄອງ ເຂດ​ມໍ​ລະ​ດົກ ແລະ ທ່ອງ​ທ່ຽວ ຫ້າຍ​ເວິນກວາ​ນ ປະກອບ​ມີ ພະ​ແນກ ວັດທະນະທໍາ ແລະ ກິລາ ນະຄອນ ດ່າໜັງ, ຫ້ອງການ ວັດທະນະທໍາ ແລະ ກິລາ, ຫ້ອງການພາຍໃນ , ຫ້ອງ​ການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ລຽນ​ຈ໋ຽວ, ​ກອງ​ບັນ​ຊາ​ການ ທະ​ຫານ​ຊາຍ​ແດນ ຫ໋າຍ​ເວິນ, ຫ້ອງ​ການ​ຕາ​ແສງ ຮ​ວ່າ​ຮຽບ​ບັ໋​ກ.

ນະ​ຄອນ​ ດ່າ​ໜັງ: ຈັດຕັ້ງ ຄະນະກຳມະການຄຸ້ມຄອງ ເຂດມໍລະດົກ ແລະ ທ່ອງທ່ຽວ ຫ້າຍເວິນກວານ

ເຂດ​ມໍ​ລະ​ດົກ ແລະ ສະ​ຖານ​ທີ່​ທ່ອງ​ທ່ຽວ ຫ໋າຍ​ເວິນກວານ. (ພາບ: ດຶກ​ຮ​ວ່າງ)

ຄະ​ນະ​ກຳ​ມະ​ການ ຄຸ້ມ​ຄອງ ເຂດ​ມໍ​ລະ​ດົກ ແລະ ທ່ອງ​ທ່ຽວ ຫ້າຍ​ເວິນກວາ​ນ ມີ​ໜ້າ​ທີ່ເສ​ນາ​ທິ​ການຄະ​ນະ​ກຳ​ມະ​ການ​ພັກ​ເມືອງ ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ, ແລະ ພັດ​ທະ​ນາ ຄູນ​ຄ່າ​ຂອງ​ມໍ​ລະ​ດົກ​ຂັ້ນ​ແຫ່ງ​ຊາດ ຫ້າຍ​ເວິນກວາ​ນ; ສ້າງແຜນ ໂຄ​ສະ​ນາ, ເຕົ້າ​ໂຮມປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ ຮັກ​ສາ, ອະ​ນຸ​ລັກ, ບູ​ລະ​ນະ ປະ​ຕິ​ສັງ​ຂອນ ມໍ​ລະ​ດົກ ເພື່ອ ເສີມ​ຂະ​ຫຍາຍ ວັດ​ທະ​ນະ​ທຳ​ອັນ​ເກົ່າ​ແກ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຜູກ​ພັນ​ກັບ ຊີ​ວິ​ດ​ການ​ເປັນ​ຢູ່ ອັນ​ຈະ​ເລີນ​ຮູ່ງ​ເຮືອງ; ​ຊ່ວຍ​ໃຫ້​ບັນ​ດ​າ​ນັກ​ວິ​ທະ​ຍາ​ສາດ ທີ່ມີຄວາມຕ້ອງການທົດລອງ ແລະ ການຄົ້ນຄວ້າວິທະຍາສາດ; ພ້ອມ ດຽວກັນ, ກໍ່​ເປັນ​ການ​ໂຄ​ສະ​ນາ ການ​ທ່ອງ​ທ່ຽວ, ນໍາພາປະຊາຊົນ, ນັກທ່ອງທ່ຽວໄປຢ້ຽມຢາມ ມໍ​ລະ​ດົກ ຫ໋າຍ​ເວິນກວານ; ແລະ ບໍ​ລິ​ຫານ ໜ່ວຍ​ປ້ອງ​ກັນ ຄວາມ​ເປັນ​ລະ​ບຽບ ໃນ​ຄືນ​ທີ່​ມີ​ນັກ​ທ່ອງ​ທ່ຽວຢູ່​ພາຍ​ໃນ ທ້ອງ​ຖິ່ນ ກິ່ວ ຫ໋າຍ​ເວິນ.

ເຂດມໍ​ລະ​ດົກ ຫ໋າຍ​ເວິນກວານ ໄດ້ຮັບການຍອມຮັບໂດຍ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ວ່າເປັນ​ມໍ​ລະ​ດົກແຫ່ງຊາດໃນວັນທີ 14 ເມ​ສາ 2017. ​ຫ໋າຍ​ເວິນກວານ ຕັ້ງຢູ່ລະຫວ່າງ ກິ່ວ ຫ້າຍ​ເວິນ ຂອງ 2 ແຂວງຄື: ແຂວງ ເທື່ອ​ທຽນ​ເຫ້ວ (ພາກເຫນືອ) ແລະ ນະ​ຄອນ ດ່າ​ໜັງ (ພາກໃຕ້).

ຫ໋າຍ​ເວິນກວານ ຖືກ​ກໍ່​ສ້າງ​ຂື້ນ​ໃນ​ສະ​ໄໝ ລາດ​ສະ​ວົງ ຂອງ ສົມ​ເດັດ ເຈີ່ນ (Trần) ແລະ ໄດ້ ຖືກຟື້ນຟູ​ປະ​ຕິ​ສັງ​ຂອນຄືນໃຫມ່ໃນລາຊະວົງ ຫງ໋​ວຽນ (​ປີ ມິງ​ມ້າງ ທີ 7, ປີ 1826). ເປັນປະຕູເມືອງ ໃຊ້ສອດ​ແນມ​ປ້ອງ​ກັນເມືອງ ເທື່ອ​ທຽນ ​​ຂຽນ​ຊື່​ໃສ່ໃນ​ປ້າຍສາມຄໍາ "ຫ໋າຍ​ເວິນກວານ ", ປະຕູເມືອງ ກ້​ວາງ​ນາມ ຂຽນ : "ທຽນຫ໊ະ​ເດ໋ ເຫຍີ້ດ​ຮຸ່ງກວານ " ແລະ​ຂຽນ​ຕື່ມ​ອີກວ່າ "ມິງ​ເມັ້ງ​ເທິດ​ທຽນ​ກ໋າ​ດ​ເຫຍີ້ດ​ຕ້າວ" ໝາຍ​ຄວາມ​ວ່າ ສ້າງ​ຂື້​ນ​ໃນ​ວັນ​ດີ ປີ ມິງ​ເມັ໊ງ ທີ7 ປິ 1826.

ຢູ່ທີ່ຄວາມສູງ 490 ແມັດທຽບ​ກັບລະດັບນ້ໍາທະເລ, ຫ໋າຍ​ເວິນກວານ ເປັນເຂດບັນ​ຊາ​ການທະຫານທີ່ມີອາຄານຫຼາຍຢ່າງປະ​ກອບ​ມີ : ລະ​ບົບ ກຳ​ແພງ, ຄັງ​ອາ​ວຸດ, ສຳ​ນັກ​ງານ , ປືນ​ໃຫຍ່​ຕໍ່​ສູ້...

ພາຍໃຕ້ການ​ປົກ​ຄອງ​ຂອງລາຊະວົງ ​ຫງ໋​ວຽນ ຫ໋າຍ​ເວິນກວານ ເປັນປະຕູຜ່ານທີ່ສໍາຄັນ, ​ເປັນ​ປະ​ຕູ​ເຂົ້າ​ສູ່ນະຄອນຫລວງ ເຫ໋ວ​ ທາງ​ພາກໃຕ້. ດັ່ງນັ້ນ, ລາຊະວົງ ຫງ໋ວຽນໄດ້ສຸມໃສ່ກໍາລັງ ແລະ ອາວຸດຂະ​ໜາດ​ໃຫຍ່ຂອງຕົນ ເຂົ້າ​ມາ​ເກັ​ບ​ຮັກ​ສາໄວ້ຢູ່ ຫ໋າຍ​ເວິນກວານ.

(ຫັດ​ທະ​ບູນ)

ເຫດການ