ພິທີວາງສີລາລຶກ ໂຄງການໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ລາວ

09:13 | 22/12/2022

ໂດຍສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມພິທີວາງສີລາລຶກ ໂຄງການອຸດສາຫະກໍາ ​ບົກຊິດ-ອາລູມີ​ນາ, ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ຊົມເຊີຍ ແລະ ສະແດງຄວາມຍິນດີນຳນັກລົງທຶນທີ່ໄດ້ກະກຽມບັນດາວຽກງານຕາມແຜນການທີ່ໄດ້ວາງອອກເປັນຢ່າງດີ.

ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ
ທະຫານເຂດ 5 ສົມທົບກັນຊອກຫາຜູ້ຫາຍສາບສູນ ແລະໜູນຊ່ວຍປະຊາຊົນຢູ່ເຂດຖືກປະສົບເຄາະຮ້າຍຈາກເຂື່ອນໄຟຟ້າແຕກ ຢູ່ລາວ ທະຫານເຂດ 5 ສົມທົບກັນຊອກຫາຜູ້ຫາຍສາບສູນ ແລະໜູນຊ່ວຍປະຊາຊົນຢູ່ເຂດຖືກປະສົບເຄາະຮ້າຍຈາກເຂື່ອນໄຟຟ້າແຕກ ຢູ່ລາວ

ທີ 19 ທັນວາ, ຢູ່ເມືອງ ດາກຈຶງ, ແຂວງ ເຊກອງ, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດຫວຽດເຟືອງ (VPG) ຈັດຕັ້ງພິທີວາງສີລາລຶກກໍ່ສ້າງໂຄງ​ການ ແລະ ເປີດນໍາໃຊ້​ເຂດ​ຫ້ອງການຄຸ້ມຄອງໂຄງການອຸດສາຫະກໍາ​ບົກຊິດ-ອາລູມີ​ນາ ດາກຈຶງ ຄົບວົງຈອນ. ນີ້ແມ່ນໂຄງການ​ທີ່ມີຂອບຂະໜາດໃຫຍ່ດ້ວຍຄວາມ​ສາ​ມາດ​ຂຸດ​ຄົ້ນ ແລະ ​ປຸງ​ແຕ່ງຄາດຄະເນຂຶ້ນເຖິງ 1 ລ້ານໂຕນ/ປີ.

Dong tho mot trong nhung du an lon nhat cua Viet Nam tai Lao hinh anh 1

ພິທີວາງສີລາລຶກ ໂຄງການໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ລາວ.

ໂດຍສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມພິທີວາງສີລາລຶກ ໂຄງການອຸດສາຫະກໍາ ​ບົກຊິດ-ອາລູມີ​ນາ, ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ຊົມເຊີຍ ແລະ ສະແດງຄວາມຍິນດີນຳນັກລົງທຶນທີ່ໄດ້ກະກຽມບັນດາວຽກງານຕາມແຜນການທີ່ໄດ້ວາງອອກເປັນຢ່າງດີ. ​ທ່ານເນັ້ນໜັກວ່າ ໂຄງການອຸດສາຫະກໍາ ​ ​ບົກຊິດ-ອາລູມີ​ນາ ຢູ່ເມືອງດາກຈຶງ, ແຂວງເຊກອງ ແມ່ນໜຶ່ງໂຄງການພິເສດ, ຈໍາເປັນສໍາລັບທ້ອງຖິ່ນ, ຖືກຕາມການກໍານົດທິດຂອງພັກ ແລະ ລັດຖະບານລາວ, ຢັ້ງຢືນວ່າ ອໍານາດການປົກຄອງທຸກຂັ້ນແຂວງເຊກອງ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ສະໜັບສະໜູນໂຄງການ.

ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຕີລາຄາວ່າ ນີ້ແມ່ນໂຄງການທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງວິສາຫະກິດຫວຽດນາມ ຢູ່ລາວ, ແມ່ນຈຸດພົ້ນເດັ່ນສໍາຄັນທີ່ສຸດໃນການຮ່ວມມືລົງທຶນລະຫວ່າງລາວ-ຫວຽດນາມ. ສະຫາຍ ຫງວຽນບາຮຸ່ງ ກໍ່ສະເໜີອໍານາດການປົກຄອງທຸກຂັ້ນຂອງລາວ ຕັ້ງ​ໜ້າໜູນຊ່ວຍເພື່ອ​ໃຫ້ວິສາຫະກິດສໍາເລັດເປົ້າໝາຍໂຄງການ, ປະກອບ​ສ່ວນໃຫ້​ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວ ແລະ ທ້ອງຖິ່ນ, ສ້າງຫຼາຍວຽກເຮັດງານທໍາໃຫ້ປະຊາຊົນ, ປະກອບສ່ວນ​ປັບ​ປຸງຊີວິດ​ການ​ເປັນ​ຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນໃນເຂດໂຄງການ.

ສະຫາຍ ວຽງສະຫວັນ ວິໄລພອນ ຮອງປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ເຊື່ອໝັ້ນວ່າ ເມື່ອໂຄງການໄດ້ຮັບ​ການປະຕິບັດຈະປະກອບສ່ວນສ້າງວຽກເຮັດງານທໍາໃຫ້​ປະ​ຊາ​ຊົນ​ໃນ​ທ້ອງ​ຖີ່ນຫຼາຍພັນຄົນ, ສ້າງແຫຼ່ງລາຍຮັບຊ່ວຍພັດທະນາເສດຖະກິດ-ສັງຄົມ ຕິດພັນກັບສອງໂຄງການແຫ່ງຊາດຂອງລັດຖະບານລາວ.

ເນື່ອງໃນໂອກາດນີ້, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດຫວຽດເຟືອງ ກໍ່ຈັດຕັ້ງພິທີເປີດນໍາໃຊ້ເຂດຫ້ອງການຄຸ້ມຄອງໂຄງການ, ເຊິ່ງກໍ່ສ້າງໃນເນື້ອ​ທີ່ 2,5 ເຮັກຕາ.

ບູນມີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.