ປະເທດຫວຽດນາມ ດ້ວຍເງື່ອນໄຂທຳມະຊາດທີ່ມີພ້ອມຂອງຕົນ ໄດ້ກໍ່ຮ່າງສ້າງຮູບພື້ນຖານອາລະຍະທຳການກະເສດປູກເຂົ້ານາ ມາແຕ່ບູຮານນະການ. ຜ່ານຫຼາຍພັນປີ, ຊົນຊັ້ນຊາວນາຫວຽດນາມນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ຍາມໃດກໍ່ເປັນກຳລັງສັງຄົມທີ່ໜາແໜ້ນກວ່າໝູ່ (1), ທີ່ມີສ່ວນປະກອບອັນໃຫຍ່ຫຼວງໃນບັນດາຂະບວນການຕໍ່ສູ້ປົກປັກຮັກສາ ກໍ່ຄືສ້າງສາປະເທດ, ປົກປັກຮັກສາ ອະນຸຮັກອາລະຍະທຳແລະວັດທະນະທຳຂອງປະເທດ.
ນັບແຕ່ເມື່ອກຳເນີດເກີດຂຶ້ນມາ ແລະ ໃນຕະຫຼອດວິວັດການປະຕິວັດ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຕີລາຄາສູງບົດບາດຂອງຊາວນາ ແລະ ຖືວ່າ ສຳພັນທະພາບກຳມະກອນແລະຊາວນາ, ຫຼັງຈາກນັ້ນສຳພັນທະພາບລະຫວ່າງກຳມະກອນ, ຊາວນາ ແລະ ປັນຍາຊົນ, ເປັນພື້ນຖານ, ເປັນປະຖົມປັດໄຈໃຫ້ແກ່ໄຊຊະນະທຸກຢ່າງ ຂອງພາລະກິດການປະຕິວັດ, ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງແລະປົກປັກຮັກສາປະເທດຊາດ. ທ່ານປະທານໂຮ່ຈີມິນ ໄດ້ສະຫລຸບສັງລວມ: ໃນເງື່ອນໄຂຂອງປະເທດກະສິກຳຫຼ້າຫຼັງຄືປະເທດຫວຽດນາມນີ້ ບັນຫາຊາດເນື້ອແທ້ແມ່ນບັນຫາຊາວນາ, ການປະຕິວັດຊາດເນື້ອແທ້ແມ່ນການປະຕິວັດຂອງຊາວນາໂດຍຊົນຊັ້ນກຳມະກອນນຳພາ. ບົດຮຽນຂອງພັກກອມມູນິດຫວຽດນາມໃນຂະບວນວິວັດການປະຕິວັດໄດ້ຊີ້ແຈ້ງວ່າ, ບ່ອນໃດ, ເວລາໃດທີ່ພະນັກງານແກ້ໄຂຜົນປະໂຫຍດແທດຈິງຂອງຊາວນາໄດ້ເປັນຢ່າງດີ, ກຳແໜ້ນຫຼັກການສຳພັນທະພາບຊົນຊັ້ນ ແມ່ນບ່ອນນັ້ນ, ເວລານັ້ນການປະຕິວັດຈະດຳເນີນໄປຢ່າງແຂງແຮງ ແລະ ໄດ້ຮັບຜົນສຳເລັດ.
ເພື່ອຫັນປ່ຽນພື້ນຖານການຜະລິດນ້ອຍ, ຫຼ້າຫຼັງ, ສະມັດຕະພາບແຮງງານຕ່ຳ ຂຶ້ນເປັນການຜະລິດໃຫຍ່ ດ້ວຍອຸປະກອນການຜະລິດທັນສະໄໝ, ສະມັດຕະພາບແຮງງານສູງ ແມ່ນຈຳເປັນຕ້ອງຜ່ານຂະບວນວິວັດການຫັນເປັນອຸດສາຫະກຳ ທັນສະໄໝ. ໃນປະເທດກະສິກຳຫຼ້າຫຼັງ, ຈຸດເລີ່ມຕົ້ນຕ່ຳ ຄືປະເທດເຮົານີ້ ແມ່ນຈຳເປັນຕ້ອງເລີ່ມຈາກກະສິກຳ, ຊາວນາ, ຊົນນະບົດ, ນັ້ນແມ່ນເສັ້ນທາງທີ່ມີລັກສະນະແຜ່ຫຼາຍທົ່ວໄປ, ແມ່ນກົດເກນແຫ່ງການພັດທະນາຂອງຫຼາຍປະເທດ.
ໃນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII, ພັກກອມມູນິດຫວຽດນາມ ຢືນຢັນ: ໃຫ້ຄວາມສຳຄັນເປັນພິເສດແກ່ການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ທັນສະໄໝ. ກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ X ເນັ້ນໜັກວ່າ: ກະສິກຳ, ຊາວນາ, ຊົນນະບົດມີທີ່ຕັ້ງຍຸດທະສາດໃນພາລະກິດການຫັນເປັນອຸດສາຫະກຳ ທັນສະໄໝ, ກໍ່ສ້າງແລະປົກປັກຮັກສາປະເທດຊາດ, ເປັນພື້ນຖານ ແລະ ກຳລັງທີ່ສຳຄັນ ເພື່ອພັດທະນາເສດຖະກິດ - ສັງຄົມຢ່າງຍືນຍົງໝັ້ນຄົງ, ຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຮັບປະກັນຄວາມສະຫງົບແລະການປ້ອງກັນຊາດ; ຮັກສາ ເສີມຂະຫຍາຍເອກະລັກຂອງຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ລະບົບນິເວດຂອງປະເທດ...
ຈາກນັ້ນ ອາດຈະເຫັນໄດ້ວ່າ, ພັກກອມມູນິດຫວຽດນາມຍາມໃດກໍ່ຮັບຮູ້ໄດ້ ແລະ ຖືເປັນສຳຄັນບົດບາດຂອງຊົນຊັ້ນຊາວນາໃນພາລະກິດການປະຕິວັດ ນັບແຕ່ວັນເວລາທຳອິດຂອງການປະຕິວັດຊາດ ປະຊາທິປະໄຕ ແລະ ຫຼັງຈາກນັ້ນແມ່ນການປະຕິວັດສັງຄົມນິຍົມ. ພາລະກິດການປ່ຽນແປງໃໝ່ປະເທດຊາດພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໃນລະດັບໃດໜຶ່ງ, ໄດ້ເລີ່ມຈາກຄວາມປະດິດສ້າງຂອງມະຫາຊົນຊາວນາໃນພາກປະຕິບັດຕົວຈິງ. ເມື່ອປະເທດດຳເນີນພາລະກິດການກໍ່ສ້າງຊົນນະບົດໃໝ່, ຫັນກະສິກຳ ຊົນນະບົດເປັນທັນສະໄໝ, ພັກເຮົາຮັບຮູ້ບົດບາດຂອງຊົນຊັ້ນຊາວນານັບມື້ນັບເລິກເຊິ່ງ. ບັນຫາທີ່ວາງອອກມາໃນເວລານີ້ແມ່ນ, ເຮັດຄືແນວໃດໃຫ້ຊົນຊັ້ນຊາວນາສືບຕໍ່ເສີມຂະຫຍາຍບົດບາດຂອງຕົນກວ່າອີກ. ກ່ອນອື່ນໝົດ, ຕ້ອງຢືນຢັນວ່າ, ຊົນຊັ້ນຊາວນາເປັນເຈົ້າພາບຂອງຂະບວນວິວັດການຫັນກະສິກຳເປັນອຸດສາຫະກຳ ທັນສະໄໝ, ກໍ່ສ້າງຊົນນະບົດໃໝ່ໃນປະຈຸບັນຢູ່ຫວຽດນາມ.
ໜ້າທີ່ຈຸດໜັກໃຈກາງຂອງການປະຕິວັດຫວຽດນາມໃນໄລຍະນີ້ແມ່ນ ຍູ້ແຮງການຫັນກະສິກຳເປັນອຸດສາຫະກຳ ທັນສະໄໝ, ກໍ່ສ້າງຊົນນະບົດໃໝ່. ກໍ່ສ້າງໃຫ້ຊົນນະບົດນັບມື້ນັບຮັ່ງມີສວຍງາມ, ມີຄວາມຍຸຕິທຳ ປະຊາທິປະໄຕ ສີວິໄລ, ມີໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ, ມີຄວາມພົວພັນການຜະລິດທີ່ກ້າວໜ້າ ແລະ ສອດຄ່ອງເໝາະສົມ, ໂຄງສ້າງພື້ນຖານເສດຖະກິດ - ສັງຄົມທີ່ພັດທະນານັບມື້ນັບທັນສະໄໝ. ເພື່ອບັນລຸເປົ້າໝາຍດັ່ງກ່າວນັ້ນ, ພວກເຮົາຕ້ອງຮູ້ເຫັນໄດ້ບົດບາດຂອງຊົນຊັ້ນຊາວນາດ້ວຍຖານະເປັນເຈົ້າພາບຂອງຂະບວນວິວັດດັ່ງກ່າວນັ້ນ ຊຶ່ງສະແດງອອກໃນດ້ານຕ່າງໆລຸ່ມນີ້:
ທີໜຶ່ງ, ຊາວນາເປັນແຫຼ່ງກຳລັງຄົນທີ່ສຳຄັນ ໃນການພັດທະນາກະສິກຳ, ຊົນນະບົດ ແລະ ກໍ່ສ້າງຊົນນະບົດໃໝ່.
ໃນພື້ນຖານເສດຖະກິດຫວຽດນາມ, ຊາວນາຍາມໃດກໍ່ຕິດແໜ້ນກັບທົ່ງນາ, ດິນປູກຝັງ ລ້ຽງສັດ; ເປັນແຫຼ່ງກຳລັງຄົນທີ່ຫຼວງຫຼາຍ, ສຳຄັນ, ຕັດສິນຄວາມສຳເລັດຜົນໃນການກໍ່ສ້າງຊົນນະບົດໃໝ່. ໃນຊຸມປີທີ່ຜ່ານມາມໍ່ນີ້, ອາໃສການນຳໃຊ້ນະວັດຕະກຳວິທະຍາສາດ - ເຕັກໂນໂລຊີ, ຊາວນາໄດ້ຜະລິດກະເສດຕະພັນນັບມື້ນັບຫຼາຍ, ຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການບໍລິໂພກພາຍໃນປະເທດແລະ ຄວາມຕ້ອງການສົ່ງນອກໄດ້ດີກວ່າເກົ່າ. ຜ່ານນັ້ນ, ຊາວນາມີເງື່ອນໄຂຍົກສູງລາຍຮັບລາຍໄດ້, ສະສົມວັດຖຸ, ປົວແປງຊີວິດຄວາມເປັນຢູ່ ແລະ ປະກອບສ່ວນເຮັດໃຫ້ໃບໜ້າຊົນນະບົດເບັ່ງບານ, ສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນໂຄງປະກອບກະສິກຳ.
ດ້ານອື່ນ, ເພື່ອພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່, ຊາວນາເປັນກຳລັງທີ່ໃຫຍ່ຫຼວງໃນການປະຕິບັດການຫັນປ່ຽນໂຄງປະກອບເສດຖະກິດກະສິກຳ, ກ້າວໄປເຖິງການກໍ່ສ້າງໂຄງປະກອບເສດຖະກິດທີ່ສົມເຫດສົມຜົນຕາມທິດ: ສືບຕໍ່ພັດທະນາກະສິກຳຢ່າງແຂງແຮງຕາມທິດເຕົ້າໂຮມດິນນາ, ນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳ; ກໍ່ສ້າງບັນດາສະຫະກອນແບບໃໝ່, ບັນດາທົ່ງນາຜືນໃຫຍ່, ຟາມກະເສດຂະໜາດໃຫຍ່; ພັດທະນາຜົນປະໂຫຍດຢ່າງກົມກຽວຂອງ “ສີ່ພາກສ່ວນ”: ນັກທຸລະກິດ, ນັກວິທະຍາສາດ, ຊາວນາ ແລະ ບົດບາດເປັນນາງພະດຸງຄັນຂອງລັດ; ມີນະໂຍບາຍສົ່ງເສີມຊາວໜຸ່ມຊົນນະບົດປະກອບອາຊີບ. ໃນຂະບວນວິວັດການຂຶ້ນສູ່ການຜະລິດສິນຄ້າຂະໜາດໃຫຍ່ ທັນສະໄໝ ຍັງຄົງຮັກສາໄດ້ສິດນຳໃຊ້ດິນນາຂອງຊາວນາຢູ່ໃນທົ່ງນາຜືນໃຫຍ່, ໃນສະຫະກອນແບບໃໝ່, ໃນບັນດາຟາມກະເສດລວມໝູ່, ໃນບັນດາບໍລິສັດຫຸ້ນສ່ວນການຜະລິດ, ທຸລະກິດສິນຄ້າ ການບໍລິການຢູ່ຊົນນະບົດ, ພ້ອມກັນນັ້ນກໍ່ພັດທະນາຢ່າງແຂງແຮງອຸດສາຫະກຳ ແລະ ບັນດາຮູບການບໍລິການ ຮັບໃຊ້ໂດຍກົງໃຫ້ແກ່ການຜະລິດ, ທຸລະກິດ ແລະ ຄວາມຕ້ອງການຊີວິດໃໝ່ຂອງຊົນນະບົດ ແລະ ຂອງຊາວກະສິກອນ. ຊາວນາເປັນກຳລັງແຮງງານພື້ນຖານໃນຂົງເຂດຜະລິດກະສິກຳ ແລະ ເປັນແຫຼ່ງເພີ່ມເຕີມເປັນປະຈຳໃຫ້ແກ່ແຮງງານໃນຂົງເຂດອຸດສາຫະກຳ ແລະ ການບໍລິການ. ດັ່ງນັ້ນ ອາດຈະເວົ້າວ່າ, ຂະບວນວິວັດການປັບປຸງສຳພັນທະພາບລະຫວ່າກຳມະກອນ, ຊາວນາ ກັບປັນຍາຊົນ ຍິ່ງເຮັດໃຫ້ຊາວນາເສີມຂະຫຍາຍບົດບາດເປັນເຈົ້າພາບຂອງຕົນ ໃນການປະຕິບັດການຫັນກະສິກຳ ຊົນນະບົດເປັນອຸດສາຫະກຳ ທັນສະໄໝ.
ໃນພາກຕົວຈິງແຫ່ງການກໍ່ສ້າງຊົນນະບົດໃໝ່ໃນຊຸມປີທີ່ຜ່ານມານັ້ນ ວຽກງານບຳລຸງສ້າງວິຊາອາຊີບໃຫ້ແຮງງານຊົນນະບົດໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ ແລະ ມີປະສິດທິຜົນເບື້ອງຕົ້ນ. ຮອດທ້າຍປີ 2015 ໄດ້ຊ່ວຍເຫຼືອຝຶກອົບຮົມວີຊາອາວີບໃຫ້ຜູ້ອອກແຮງງານປະມານ 2,42 ລ້ານຄົນ, ໃນນັ້ນຜູ້ຮຽນອາຊີບກະສິກຳມີປະມານ 1,02 ລ້ານຄົນ ແລະ ອາຊີບທີ່ບໍ່ແມ່ນກະສິກຳມີ 1,4 ລ້ານຄົນ. ຄອບຄົວທຸກຍາກປະມານ 60.000 ຄົວ ມີຄົນໄປຮຽນວິຊາຊີບມີວຽກເຮັດງານທຳ ແລະ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ, ເກືອບ 100.000 ຄົວ ມີຄົນໄປຮຽນວິຊາຊີບ ແລະ ໄດ້ມີວຽກເຮັດງານທຳດ້ວຍລາຍໄດ້ທີ່ສູງກວ່າລະດັບສະເລ່ຍຢູ່ທ້ອງຖິ່ນ (ກາຍເປັນຄອບຄົວທີ່ມີຢູ່ມີກິນ).
ທີສອງ, ຊາວນາໄດ້ປະກອບສ່ວນທີ່ສຳຄັນ ເຂົ້າໃນການປັບປຸງຄວາມໝັ້ນຄົງທາງດ້ານເສດຖະກິດ - ສັງຄົມ ໃນຂະບວນວິວັດການພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່.
ລັດໄດ້ເອົາໃຈໃສ່ເປັນສຳຄັນເຖິງການປະຕິບັດ ແລະ ຮັບປະກັນນະໂຍບາຍສະຫວັດດີການສັງຄົນ ຊ່ວຍໃຫ້ຊາວນາປັບປຸງຊີວິດເປັນປົກກະຕິ ເພື່ອເສີມຂະຫຍາຍບົດບາດຂອງຕົນ. ເສດຖະກິດຊົນນະບົດໄດ້ຮັບການພັດທະນາ ຊາວນາກໍ່ຍິ່ງມີເງື່ອນໄຂຍົກສູງຊີວິດຄວາມເປັນຢູ່ດ້ານວັດຖຸແລະຈິດໃຈ, ດັ່ງນັ້ນ, ເຂົາເຈົ້າຍິ່ງສະແດງໄດ້ບົດບາດເປັນເຈົ້າພາບຂອງຕົນ. ຊາວນາເປັນຜູ້ຕັດສິນຕົກລົງຄວາມໄວ ແລະ ປະສິດທິຜົນຂອງຂະບວນວິວັດການຫັນປ່ຽນໂຄງປະກອບການຜະລິດ, ຍ້ອນວ່າ ຖ້າຫາກຊາວນາບໍ່ຕັ້ງໜ້າເຂົ້າຮ່ວມໃນການຫັນປ່ຽນໂຄງປະກອບເສດຖະກິດ ກໍ່ຈະປະຕິບັດນະໂຍບາຍນັ້ນບໍ່ໄດ້. ອາດຈະເວົ້າວ່າ, ການທີ່ລັດສຸມກຳລັງເຂົ້າໃນການພັດທະນາກະສິກຳ ຊົນນະບົດນັ້ນ ກໍ່ແມ່ນເພື່ອແນໃສ່ສ້າງເງື່ອນໄຂໃຫ້ຊາວນາເສີມຂະຫຍາຍບົດບາດເປັນເຈົ້າພາບຂອງຕົນໃຫ້ດີຍິ່ງຂຶ້ນ. ຊາວນາເປັນກຳລັງແຮງງານທີ່ຜະລິດໂດຍກົງຜະລິດຕະພັນກະສິກຳ ສະບຽງ ອາຫານ ເພື່ອສະໜອງໃຫ້ສັງຄົມ.
ໃນພາບຕົວຈິງ, ເພື່ອຂະຫຍາຍການຜະລິດ, ເພີ່ມລາຍໄດ້ໃຫ້ຊາວນາ, ເກືອບໝົດທຸກຕາແສງລ້ວນແຕ່ມີແຜນງານພັດທະນາການຜະລິດຕາມທິດສິນຄ້າ ອີງໃສ່ທ່າດີປຽບທຽບຂອງຕາແສງຕົນ. ການຈັດຕັ້ງປະຕິບັດໄດ້ດຳເນີນຕາມວິທີກໍ່ສ້າງຕົວແບບ ແລະ ຊ່ວຍເຫຼືອຂະຫຍາຍອອກໃຫ້ກວ້າງຂວາງ. ມາຮອດປະຈຸບັນ, ໃນທົ່ວປະເທດມີປະມານ 22.500 ຕົວແບບການຜະລິດກະສິກຳ, ການປ່າໄມ້, ປະມົງ ທີ່ມີປະສິດທິຜົນ. ມີຫຼາຍທ້ອງຖິ່ນຄື ຖາຍບິ່ງ, ຮ່ານາມ, ນາມດິ້ງ, ຮ່າໂນ້ຍ, ນິງບິ່ງ, ແທັງຮ໋ວາ... ໄດ້ຈັດຕັ້ງປະຕິບັດການ “ເຕົ້າໂຮມດິນນາ, ແລກປ່ຽນພັ່ນນາ”, ປັບປຸງລະບົບຊົນລະປະທານ, ການຄົມມະນະຄົມໃນທົ່ງນາ... ກະກຽມເງື່ອນໄຂສະດວກດີໃຫ້ແກ່ການນຳເອົາເຄື່ອງຈັກເຂົ້າໃນການຜະລິດກະສິກຳ. ນະໂຍບາຍຊ່ວຍເຫຼືອໃຫ້ຊາວນາຈັກໄຖນາ, ຈັກກ່ຽວເຂົ້າ, ລະບົບເຄື່ອງຂາງເມັດເຂົ້າ ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງຢູ່ຫຼາຍແຂວງຄື ຖາຍບິ່ງ, ຮ່າຕິ້ງ, ອານຢາງ, ເຮົ້າຢາງ, ດົ່ງທາບ, ຊຶ່ງໄດ້ເຮັດໃຫ້ອັດຕາສ່ວນການຫັນເປັນກົນຈັກໃນບັນດາຂອດເຫຼົ່ານີ້ເພີ່ມຂຶ້ນ ຈາກ 40% - 50% ຂຶ້ນເປັນ 80% - 90%.
ຫຼາຍທ້ອງຖິ່ນໄດ້ປັບປຸງການຈັດຕັ້ງການຜະລິດ. ພ້ອມກັນກັບການເພີ່ມທະວີການເຄື່ອນໄຫວຂອງສະຫະກອນກະສິກຳ, ຕົວແບບ “ທົ່ງນາຜືນໃຫຍ່” ກໍ່ໄດ້ໝູນໃຊ້ຢູ່ 43 ແຂວງໃນທົ່ວປະເທດ. ມາເຖິງປະຈຸບັນ, ມີເນື້ອທີ່ປະມານ 556 ພັນແຮັກຕາ ພ້ອມດ້ວຍສະຫະກອນ 2.500 ແຫ່ງ ໄດ້ດຳເນີນການຜະລິດຕາມຕົວແບບ “ທົ່ງນາຜືນໃຫຍ່”. ຫຼາຍຕົວແບບເຊື່ອມຕໍ່ການຜະລິດຕາມພວງພະນັງ ໃນການລ້ຽງສັດ, ປູກລ້ຽງພືດສັດນ້ຳ ແລະ ການປ່າໄມ້, ຕົວແບບຈຸ, ໜ່ວຍຜະລິດໃນການຂຸດຄົ້ນສິນໃນນ້ຳ, ການປະມົງ... ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ.
ອາໃສການເຄື່ອນໄຫວຕ່າງໆເທິງນີ້, ຄິດຮອດເດືອນກັນຍາ 2016 ມີ 58,9% ຈຳນວນຕາແສງໄດ້ບັນລຸເລກຄາດໝາຍກ່ຽວກັບລາຍໄດ້; 88,2% ຈຳນວນຕາແສງບັນລຸເລກຄາດໝາຍກ່ຽວກັບວຽກເຮັດງານທຳ. ອັດຕາຄອບຄົວທຸກຍາກຢູ່ເຂດຊົນນະບົດໄດ້ຫລຸດລົງ ຈາກ 17,4% ປີ 2010 ລົງເປັນປະມານ 8,2% (ຫລຸດລົງສະເລ່ຍ 1,84% ຕໍ່ປີ). ອັດຕາສ່ວນຄອບຄົວທຸກຍາດຢູ່ບັນດາເມືອງທຸກຍາກໄດ້ຫລຸດລົງ ຈາກ 50,07% ທ້າຍປີ 2011 ລົງເປັນ 32,59% ທ້ານປີ 2014 (ຫລຸດລົງສະເລ່ຍກວ່າ 5% ຕໍ່ປີ). ມີ 50,4% ຈຳນວນຕາແສງໄດ້ບັນລຸເລກຄາດໝາຍທີ 11 ກ່ຽວກັບຄອບຄົວທຸກຍາກ. ສະເພາະບັນດາຕາແສງທີ່ໄດ້ບັນລຸມາດຕະຖານຊົນນະບົດໃໝ່, ເມື່ອເລີ່ມຕົ້ນປະຕິບັດໂຄງການ, ລາຍໄດ້ສະເລ່ຍແມ່ນ 16 ລ້ານດົ່ງ, ອັດຕາສ່ວນຄອບຄົວທຸກຍາກກວມເຖິງ 11,6%, ມາເຖິງປະຈຸບັນ, ລາຍໄດ້ສະເລ່ຍບັນລຸ 28,4 ລ້ານດົ່ງ, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງຍັງເຫຼືອພຽງ 3,6%.
ທີສາມ, ຊາວນາເປັນເຈົ້າພາບຂອງພາລະກິດການກໍ່ສ້າງຊົນນະບົດໃໝ່.
ຊາວນາເສີມຂະຫຍາຍໄດ້ບົດບາດເປັນເຈົ້າພາບໃນຂະບວນວິວັດການພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່, ຫລຸດຜ່ອນຄວາມແຕກໂຕນກັນທາງດ້ານລະດັບຊີວິດຄວາມເປັນຢູ່ລະຫວ່າງຕົວເມືອງ ແລະ ຊົນນະບົດ, ແກ້ໄຂຄອບຄົວທຸກຍາກຢູ່ຊົນນະບົດ. ນັ້ນແມ່ນກໍ່ສ້າງສັງຄົມຊົນນະບົດທີ່ສວຍງາມ, ມີຄວາມຍຸຕິທຳ, ປະຊາທິປະໄຕ, ສີວິໄລ; ແກ້ໄຂບັນດາບັນຫາສັງຄົມ, ຄື ຫລຸດຜ່ອນຄວາມແຕກໂຕນລະຫວ່າງຮັ່ງມີ ແລະ ທຸກນາກຢູ່ຊົນນະບົດ, ລະຫວ່າງຕົວເມືອງ ແລະ ຊົນນະບົດ, ສ້າງວຽກເຮັດງານທຳ, ປົກປັກຮັກສາສິ່ງແວດລ້ອມ, ຮັກສາເອກະລັກວັດທະນະທຳ,... ໝາຍຄວາມວ່າ ຂະບວນວິວັດການພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່ຕ້ອງສ້າງໂອກາດດີຕ່າງໆ ໃຫ້ຊາວນາເສີມຂະຫຍາຍໄດ້ບົດບາດຂອງຕົນ ທັງໃນການອຸທິດເຫື່ອແຮງ ກໍ່ຄືໃນການຊົມໃຊ້ບັນດາຜົນສຳເລັດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດ, ແນໃສ່ເຮັດໃຫ້ຊາວນາກາຍເປັນເຈົ້າພາບທີ່ແທ້ຈິງຂອງພາລະກິດການກໍ່ສ້າງຊົນນະບົດໃໝ່.
ທີສີ່, ຊາວນາເປັນຜູ້ກໍ່ສ້າງ, ປະກອບສ່ວນ, ຮັກສາ, ບຳລຸງຮັກສາ, ປົກປັກຮັກສາ, ຂັບເຄື່ອນໂຄງສ້າງພື້ນຖານຊົນນະບົດໂດຍກົງ.
ຊົນນະບົດໃໝ່ບໍ່ອາດຈະຂາດລະບົບໄຟຟ້າ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ຊົນລະປະທານຕາມທົ່ງນາ... ບັນດາພື້ນຖານວັດຖຸດັ່ງກ່າວນັ້ນ ຕ້ອງແມ່ນກະໂຕຊາວນາຢູ່ເຂດຊົນນະບົດ ພ້ອມກັບລັດກໍ່ສ້າງຂຶ້ນ, ໃນນັ້ນໂຄງສ້າງພື້ນຖານຄົມມະນາຄົມທີ່ກໍ່ສ້າງດ້ວຍເບຕົງ, ປູຢາງ ທີ່ເຊື່ອມຕິດລະຫວ່າງບ້ານ, ໝູ່ບ້ານ, ຕາແສງນຳກັນ ແມ່ນເນື້ອໃນໜຶ່ງໃນການກໍ່ສ້າງຊົນນະບົດໃໝ່. ຈະສາມາບັນລຸສິ່ງດັ່ງກ່າວນັ້ນໄດ້ຢ່າງໄວວາ ກໍຕໍ່ເມື່ອຊາວນາຮັບຮູ້ໄດ້ຄວາມສຳຄັນຂອງບັນດາກິດຈະກຳຄົມມະນາຄົມໃນການພັດທະນາເສດຖະກິດ - ສັງຄົມ, ຕື່ນຕົວສະໝັກໃຈປະກອບສ່ວນກໍ່ສ້າງ ພ້ອມກັນກັບການຊ່ວຍເຫຼືອຂອງລັດ, ຂອງທ້ອງຖິ່ນ. ການກໍ່ສ້າງແມ່ນຫຍຸ້ງຍາກ ແຕ່ການປົກປັກຮັກສາ, ເສີມສ້າງລະບົບກິດຈະກຳມີຄວາມສຳຄັນຍິ່ງກວ່າອີກ, ການຂັບເຄື່ອນດຳເນີນງານ ຮັກສາລະບົບໂຄງສ້າງພື້ນຖານຊົນນະບົດ ຕ້ອງແມ່ນວຽກງານຂອງກະໂຕພີ່ນ້ອງຊາວນາເອງ. ຊາວນາຄວນອັບເດດຄວາມຮູ້, ຄວາມເຂົ້າໃຈ ແລະ ສະຕິເກັບຮັກສາລະບົບໂຄງສ້າງພື້ນຖານ ເພື່ອຮັບໃຊ້ໃຫ້ກະໂຕຕົວເອງ.
ໃນຊຸມປີທີ່ຜ່ານມາ ມີຫຼາຍຄົນທີ່ສຸດທີ່ໄດ້ສະໝັກໃຈບໍລິຈາກທີ່ດິນ, ບໍລິຈາກເງິນ ເພື່ອກໍ່ສ້າງໂຮງຮຽນ, ສຸກສາລາ, ສະຖານີໄຟຟ້າ, ຂົວ ທໍ່ລະບາຍນ້ຳ, ທາງຄົມມະນາຄົມໃຫ້ທ້ອງຖິ່ນ; ກຽມຄວາມພ້ອມທີ່ຈະຊ່ວຍເຫຼືອແນວພັນ, ທຶນ, ວັດຖຸອຸປະກອນ, ບົດຮຽນໃຫ້ຄອບຄົວຊາວນາທີ່ພົບຄວາມຫຍຸ້ງຍາກ, ຊ່ວຍໃຫ້ເຂົາພົ້ນອອກຈາກຄວາມທຸກຍາກໂດຍໄວ ແລະບືນຕົວຂຶ້ນສ້າງຄວາມຮັ່ງມີ. ອາດຈະເວົ້າໄດ້ວ່າ, ພາຍຫຼັງ 5 ປີແຫ່ງການປະຕິບັດແຜນງານກໍ່ສ້າງຊົນນະບົດໃໝ່ ຊຶ່ງໄດ້ບັນລຸຜົນສຳເລັດທີ່ພົ້ນເດັ່ນຄື ພັດທະນາລະບົບໂຄງສ້າງພື້ນຖານ; ບໍ່ພຽງແຕ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມເທົ່ານັ້ນ ຫາກຍັງໄດ້ເພີ່ມການຊົມໃຊ້ໂດຍກົງຂອງປະຊາຊົນ. ຫຼາຍທ້ອງຖິ່ນໄດ້ໃຊ້ 70% - 75% ຂອງງົບປະມານກໍ່ສ້າງຊົນນະບົດໃໝ່ ໃຫ້ແກ່ການພັດທະນາໂຄງສ້າງພື້ນຖານ ແລະ ເກືອບທັງໝົດສ່ວນບໍລິຈາກຂອງປະຊາຊົນກໍ່ໄດ້ໃຊ້ເຂົ້າໃນຂົງເຂດນີ້.
ມາຮອດປີນີ້, ທົ່ວປະເທດກໍ່ສ້າງເສັ້ນທາງຄົມມະນາຄົມປະເພດຕ່າງໆໄດ້ 47.436 ກມ; ສ້ອມແປງເສັ້ນທາງຕ່າງໆໄດ້ 103.394 ກມ, ກໍ່ສ້າງໃໝ່ແລະສ້ອມແປງຂົວທັງໝົດ 26.997 ແຫ່ງ...; ປັບປຸງລຳຄອງ ຮ່ອງເໝືອງໃຫ້ແໜ້ນແກ່ນໄດ້ 50.246 ກມ; ກໍ່ສ້າງ, ສ້ອມແປງ, ປັບປຸງຍົກລະດັບກິດຈະກຳຊົນລະປະທານໄດ້ 28.765 ແຫ່ງ ປະກອບດ້ວຍເຂື່ອນ, ປະຕູນ້ຳ, ສະຖານີສູບນ້ຳ ທີ່ຮັບໃຊ້ໃຫ້ແກ່ການຫົດນ້ຳແລະລະບາຍນ້ຳ, ແລະ ເຂື່ອນ, ຄັນຄູກັນນ້ຳຖ້ວມ 6.070 ກມ ຢູ່ໃນຂອບເຂດທີ່ຕາແສງຄຸ້ມຄອງ; ພື້ນຖານວັດຖຸຂອງໂຮງຮຽນຕ່າງໆໃນຕາແສງ ໄດ້ຮັບການລົງທຶນກໍ່ສ້າງ, ໂດຍສະເພາະແມ່ນໂຮງຮຽນອະນຸບານ, ໂຮງຮຽນກິນນອນ, ຕອບສະໜອງຄວາມຕ້ອງການສິດສອນແລະຮ່ຳຮຽນໄດ້ໂດຍພື້ນຖານ; ປະຈຸບັນ ໃນ 4.998 ຕາແສງມີສູນວັດທະນະທຳ - ກິລາ, ໃນນັ້ນ ປະມານ 30% ຂອງຈຳນວນດັ່ງກ່າວບັນລຸມາດຕະຖານຕາມກຳນົດຂອງກະຊວງວັດທະນາະທຳ, ກິລາ ແລະ ທ່ອງທ່ຽວ; ໃນ 54.391 ບ້ານ (ກວມ 46% ຂອງຈຳນວນບ້າງທັງໝົດໃນປະເທດ - 118.034 ບ້ານ) ມີຫໍວັດທະນະທຳ, ໃນນັ້ນ ຫໍວັດທະນະທຳທີ່ບັນລຸມາດຕະຖານກວມອັດຕາສ່ວນ 47%; ມີ 5.177 ຕາແສງ (ກວມເອົາ 61,6%) ໄດ້ບັນລຸມາດຕະຖານກ່ຽວກັບຕະຫຼາດຊົນນະບົດ; ໝົດທຸກຕາແສງໄດ້ມີສຸກສາລາ.
ທີຫ້າ, ຊາວນາເປັນຜູ້ທີ່ໄດ້ປະກອບສ່ວນໂດຍກົງ ໃນນການເອົາແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ເຂົ້າສູ່ຊີວິດຕົວຈິງ.
ບັນດາປັດໄຈທີ່ຂຶ້ນກັບການນຳພາ ຄຸ້ມຄອງຄື ແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ແມ່ນມີຄວາມສຳຄັນທີ່ສຸດສຳລັບການວາງກຳນົດເນື້ອໃນ, ບາດກ້າວ ແລະ ການປະຕິບັດຢ່າງສຳເລັດມີໄຊ ເປົ້າໝາຍພັດທະນາກະສິກຳ, ຊົນນະບົດ, ກໍ່ສ້າງຊົນນະບົດໃໝ່ຢູ່ປະເທດຫວຽດນາມ. ແຕ່, ຊາວນາເປັນກຳລັງທີ່ມີບົດບາດສຳຄັນໃນການປະຕິບັດ ເຮັດໃຫ້ບັນດາແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບກະສິກຳ, ຊົນນະບົດ, ກໍ່ສ້າງຊົນນະບົດໃໝ່ ກາຍເປັນຄວາມຈິງ. ບັນດາມະຕິຕໍ່ໄປຂອງພັກ ກ່ຽວກັບການກໍ່ສ້າງ, ພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ໄດ້ສົ່ງເສີມໃຫ້ຊາວນາຕັ້ງໜ້າເຂົ້າຮ່ວມການສ້າງສາພັດທະນາປະເທດ. ເສດຖະກິດຄອບຄົວຖືກຮັບຮອງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຜົນປະໂຫຍດຂອງຜູ້ອອກແຮງງານທີ່ໄດ້ຮັບຄວາມເຄົາລົບນັບຖື ແລະ ໄດ້ຮັບປະກັນນັ້ນ ໄດ້ກາຍເປັນແຮງຈູງໃຈທີ່ສຳຄັນທີ່ສຸດສຳລັບຊາວນາ ຊຶ່ງໄດ້ຊຸກຍູ້ໃຫ້ຊາວນາລົງທຶນ, ທຳການກະເສດສຸມເພີ່ມລະດູການ, ຍົກສູງປະສິດທິພາບການຜະລິດ, ຍົກສູງຄຸນນະພາບຂອງຜະລິດຕະພັນ. ບົດບາດເປັນເຈົ້າການ, ຕັ້ງໜ້າຂອງຊາວນາໄດ້ຮັບການເພີ່ມທະວີຢ່າງແຂງແຮງໃນການຜະລິດ ແລະ ໄດ້ສ້າງການຫັນປ່ຽນທີ່ສຳຄັນທາງດ້ານປະສິດທິພາບແຮງງານ ແລະ ປະສິດທິຜົນເສດຖະກິດ - ສັງຄົມ.
ໃນຂະບວນວິວັດການກໍ່ສ້າງ, ວາງກຳນົດແຜນນະໂຍບາຍ, ແນວທາງນັ້ນ ຄວນເກັບກຳຄວາມຄິດຄວາມເຫັນຂອງພີ່ນ້ອງຊາວນາ, ຍ້ອນວ່າ ຊາວນາ ຈາກພຶດຕິກຳຊີວິດປະຈຳວັນ, ອາດຈະປະກອບຄວາມຄິດຄວາມເຫັນທີ່ດີ, ບົດຮຽນທີ່ອຸດົມສົມບູນ ໃຫ້ແກ່ຜູ້ນຳ ຜູ້ບໍລິຫານຄຸ້ມຄອງ. ເມື່ອແຜນນະໂຍບາຍ ແນວທາງຖືກຮັບຮອງເປັນທາງການແລ້ວ ແມ່ນຕ້ອງຍູ້ແຮງວຽກງານໂຄສະນາເຜີຍແຜ່, ຂົນຂວາຍໃຫ້ຊາວນາເຂົ້າໃຈ ແລະ ຮູ້ເຫັນຜົນປະໂຫຍດທີ່ແທດຈິງ, ຊ່ວຍໃຫ້ເຂົາຕື່ນຕົວສະໝັກໃຈປະຕິບັດ.
ພັກຈະປະຕິບັດບົດບາດນຳພາຂອງຕົນໄດ້ ກໍຕໍ່ເມື່ອ “ຄວາມຄິດຂອງພັກຖືກໃຈປະຊາຊົນ”, ໄດ້ຮັບຄວາມສະໜັບສະໜູນຢ່າງສຸດໃຈຂອງປະຊາຊົນ. ທ່ານປະທານໂຮ່ຈີມິນ ເຄີຍເຕືອນວ່າ: ວຽກງານເບົາພໍກຼາມຖ້າບໍ່ມີປະຊາຊົນກໍ່ຈະເຮັດບໍ່ໄດ້, ວຽກງານໜັກເທົ່າໂຕນຖ້າປະຊາຊົນລົງມືກໍ່ຈະແລ້ວ. ຖ້າຫາກແນວທາງ, ແຜນນະໂຍບາຍຂອງພັກ ຖືກໃຈປະຊາຊົນ, ປະຊາຊົນເຂົ້າໃຈດີ, ເຖິງວ່າແນວທາງ ແຜນນະໂຍບາຍນັ້ນຈະຫຍຸ້ງຍາກປານໃດກໍ່ຕາມ ແຕ່ປະຊາຊົນກໍ່ຈະຫາວິທີປະຕິບັດໃຫ້ຈົນໄດ້. ປະຊາຊົນສະໜັບສະໜູນຫຼາຍ ພວກເຮົາຈະໄດ້ຮັບໄຊຊະນະຫຼາຍ, ປະຊາຊົນສະໜັບສະໜູນໜ້ອຍ ພວກເຮົາຈະໄດ້ຮັບໄຊຊະນະໜ້ອຍ. ປະຊາຊົນບໍ່ສະໜັບສະໜູນ ພວກເຮົາຈະປະລາໄຊ. ໃນການວາງແຜນກຳນົດກໍ່ສ້າງຊົນນະບົດໃໝ່ ກໍ່ຕ້ອງທາບທາມຄວາມຄິດຄວາມເຫັນຂອງພີ່ນ້ອງຊາວນາ; ຕ້ອງວາງແຜນກຳນົດຄືແນວໃດ ເພື່ອໃຫ້ຊົນນະບົດໃໝ່ສືບທອດມູນເຊື້ອຂອງຊາດໄດ້ ທັງຮັບເອົາປັດໄຈທັນສະໄໝ, ສະດວກດີໃຫ້ແກ່ການດຳລົງຊີວິດ ແລະ ການຜະລິດຂອງຊາວນາ.
ທີຫົກ, ຊາວນາເປັນຜູ້ປະກອບສ່ວນໂດຍກົງໃຫ້ແກ່ການກໍ່ສ້າງພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງ ອົງຄະນະການເມືອງ - ສັງຄົມ.
ຕ້ອງໂຄສະນອົບຮົມ, ຂົນຂວາຍ ເຮັດໃຫ້ຊາວນາຫຼາຍຄົນຕື່ນຕົວ ສະໝັກໃຈສູ້ຊົນ ເພື່ອກາຍເປັນສະມາຊິກພັກ, ເຮັດໃຫ້ກຳລັງສະມາຊິກພັກຢູ່ຊົນນະບົດນັບມືນັບຫຼວງຫຼາຍ. ຊາວນາຕ້ອງຕັ້ງໜ້າເຂົ້າຮ່ວມການປະກອບຄວາມຄິດຄວາມເຫັນໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ບັນດາອົງຄະນະການເມືອງສັງຄົມຢູ່ເຂດຊຸມຊົນ; ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ຕ້ານສິ່ງຫຍໍ້ທໍ້ ເຮັດໃຫ້ພັກນັບມື້ນັບສະອາດປອດໃສ, ໝັ້ນຄົງເຂັ້ມແຂງ. ຊາວນາຕ້ອງຕັ້ງໜ້າເຂົ້າຮ່ວມການປະກອບຄວາມຄິດຄວາມເຫັນ ໃນຂະບວນວີວັດການກໍ່ສ້າງທັດສະນະ, ແນວທາງຂອງພັກ, ບັນດານະໂຍບາຍ, ກົດໝາຍຂອງລັດ, ພິເສດແມ່ນບັນດາບັນຫາທີ່ພົວພັນໂດຍກົງກັບກະສິກຳ, ຊາວນາ ແລະ ຊົນນະບົດ, ປະກອບສ່ວນເຮັດໃຫ້ບັນດາທັດສະນະດັ່ງກ່າວສອດຄ່ອງກັບເງື່ອນໄຂຂອງຫວຽດນາມ, ຂອງແຕ່ລະທ້ອງຖິ່ນ ແລະ ຕອບສະໜອງໄດ້ກັບຄວາມຕ້ອງການ, ຄວາມປາຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງຊາວນາ.
ຊົນຊັ້ນຊາວນາຕ້ອງຕັ້ງໜ້າເຂົ້າຮ່ວມການກໍ່ສ້າງອຳນາດການປົກຄອງໃນແຕ່ລະບ້ານ, ຕາແສງ ໃຫ້ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ຮັກສາ “ລະບຽບວິໄນແຫ່ງຊາດ” ຢ່າງເຂັ້ມງວດ, ປະຕິບັດປະຊາທິປະໄຕຢ່າງກວ້າງຂວາງໃນປະຊາຊົນ. ຊາວນາບໍ່ພຽງແຕ່ກໍ່ສ້າງ ຫາກຍັງເປັນຜູ້ປົກປັກຮັກສາອຳນາດການປົກຄອງ - ອຳນາດລັດ. ໃນປະຈຸບັນ, ບັນດາອິດທິກຳລັງສັດຕູພວມຫາທຸກວິທີເພື່ອແບ່ງແຍກຊາດ, ສາສະໜາ, ແບ່ງແຍກລັດ ແລະ ປະຊາຊົນ. ພວກເຂົາຫາທຸກວິທີທາງເພື່ອກໍ່ກວນ, ໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງ, ຕີຄ້ອງຮ້ອງປ່າວກ່ຽວກັບຄວາມຂັດແຍ່ງ, ຄວາມແຕກຕ່າງກັນ ລະຫວ່າງຜົນປະໂຫຍດຂອງຊາວນາ ກັບຜົນປະໂຫຍດຂອງຊົນຊັ້ນອື່ນໃນສັງຄົມ ເພື່ອກໍ່ຄວາມສັບສັນ ວຸ່ນວາຍໃນສັງຄົມ. ໃນຊຸມປີທີ່ປ່ານມາ, ຫຼາຍອົງຄະນະພັກຮາກຖານຢູ່ທ້ອງຖິ່ນ ໄດ້ຖືບົດບາດເປັນແກ່ນສານໃນການນຳພາປະຕິບັດບັນດາໜ້າທີ່ກໍ່ສ້າງຊົນນະບົດໃໝ່. ບັນດາກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆທີ່ຜ່ານມາ ລ້ວນແຕ່ເອົາໃຈໃສ່, ຕີລາຄາສູງວຽກງານກໍ່ສ້າງຊົນນະບົດໃໝ່ ແລະ ຖືວ່າ ນີ້ເປັນໜ້າທີ່ຈຸດໜັກໃຈກາງຂອງບັນດາອົງການຈັດຕັ້ງພັກໃນສະໄໝນີ້. ຍ້ອນແນວນັ້ນ, ອິດທິພົນຂອງຫຼາຍອົງການຈັດຕັ້ງພັກຈຶ່ງໄດ້ຮັບການຍົກສູງຂຶ້ນ. ຜ່ານການເຄື່ອນໄຫວຕົວຈິງ, ຖັນແຖວພະນັກງານຕາແສງໄດ້ເຕີບໃຫຍ່ຢ່າງໄວ, ຄວາມສາມາ, ຈິດໃຈຮັບຜິດຊອບ, ຄວາມສາມາດ ທັກສະຂົນຂວາຍປະຊາຊົນໄດ້ຮັບການຍົກສູງຂຶ້ນ. ວຽກງານອົບຮົມສຶກສາ, ບຳລຸງສ້າງຖັນແຖວພະນັກງານຮາກຖານຕາມມາດຕະຖານ ໄດ້ຮັບຄວາມເອົາໃຈໃສ່, ຫຼາຍແຫ່ງໄດ້ຈັດວາງພັດປ່ຽນພະນັກງານ, ເພີ່ທະວີພະນັກງານໃຫ້ຕາແສງ. ປະຕິບັດເປັນຢ່າງດີ ແຜນງານແຕ່ງຕັ້ງນັກຮຽນຮູ້ໜຸ່ມໄປເປັນປະທານຕາແສງທີ່ທຸກຍາກ ແລະ ຕາແສງທີ່ມີຄວາມຫຍຸ້ງຍາກພິເສດ ຢູ່ເຂດຊົນເຜົ່າສ່ວນນ້ອຍ ແລະ ເຂດພູດອຍ. ການປະສານສົມທົບລະຫວ່າງພັກ, ອຳນາດການປົກຄອງ, ບັນດາອົງຄະນະການເມືອງ - ສັງຄົມ ໃນການຊີ້ນຳປະຕິບັດແຜນງານກໍ່ສ້າງຊົນນະບົດໃໝ່ ນັບມື້ນັບລະອຽດຕົວຈິງ ແລະ ມີປະສິດທິຜົນ. ມີ 72,4% ຈຳນວນຕາແສງໄດ້ບັນລຸມາດຕະຖານກ່ຽວກັບລະບົບການຈັດຕັ້ງການເມືອງ - ສັງຄົມ.
ທີເຈັດ, ຊາວນາເປັນເຈົ້າພາບໃນການກໍ່ສ້າງຊີວິດວັດທະນະທຳຈິດໃຈ, ພູມິປະເທດ ແລະ ສິ່ງແວດລ້ອມຊົນນະບົດ ຢູ່ບັນດາເຂດຊົນນະບົດ.
ຊີວິດວັດທະນະທຳຈິດໃຈຢູ່ຊົນນະບົດ ແມ່ນບັນດາການເຄື່ອນໄຫວຈິດໃຈທັງໝົດຂອງພົນລະເມືອງຊົນນະບົດ ຊຶ່ງຕົ້ນຕໍແມ່ນຊາວນາ, ປະກອບດ້ວຍ: ຮີດຄອງປະເພນີ, ແບບແຜນດຳລົງຊີວິດ, ຄວາມສຳພັນລະຫວ່າງພຶດຕິກຳຂອງມະນຸດກັບມະນຸດ, ແບບຈິນຕະນາການ, ການເຄື່ອນໄຫວສິລະປະ - ວັນນະຄະດີ ຢູ່ເຂດຊົນນະບົດ,... ຄວາມພົວພັນລະຫວ່າງຊາວນານຳກັນ ແມ່ນຄວາມຮັກແພງ ມິດຈິດມິດໃຈ ຊ່ວຍເຫຼືອຊຶ່ງກັນແລະກັນ, ເຄົາລົບນັບຖືກັນ; ຄວາມພົວພັນໃກ້ຊິດສະໜິດແໜ້ນ “ບ້ານໃກ້ເຮືອນຄຽງ” ລະຫວ່າງພີ່ນ້ອງຊາວນານີ້ ຕ້ອງໄດ້ຮັກສາ, ເສີມຂະຫຍາຍ ເພື່ອຊ່ວຍເຫຼືອຊຶ່ງກັນແລະກັນໃນການພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງບ້ານວັດທະນະທຳໃນເຂດຊົນນະບົດ.
ຮັກສາຄຸນຄ່າວັດທະນະທຳ ແມ່ນເນື້ອໃນໜຶ່ງໃນການກໍ່ສ້າງຊົນນະບົດໃໝ່, ແນໃສ່ກໍ່ສ້າງຊີວິດວັດທະນະທຳຈິດໃຈທີ່ດີງາມ ຢູ່ເຂດຊົນນະບົດ. ການຟື້ນຟູ, ຮັກສາບັນດາຄຸນຄ່າວັດທະນະທຳຄື ງານບຸນ, ບັນດາການເຄື່ອນໄຫວສິລະປະແບບດັ້ງເດີມຄື ແຕ່ງອ່ານບົດກະວີ, ຂັບລຳ... ແມ່ນວຽກງານຂອງພີ່ນ້ອງຊາວນາ, ຊຶ່ງຕ້ອງໄດ້ຮັບການສົ່ງເສີມຕາມທິດຕັ້ງໜ້າ, ເພີ່ມທະວີການຄຸ້ມຄອງ ເພື່ອບໍ່ມີການເຄື່ອນໄຫວເຊື່ອຖືງົມງວາຍ ເຊື່ອລາງຖືຜີ, ການຫຼອກລວງຫາກຳໄລ ທີ່ລົບກວນການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຄວາມສະຫງົບປອດໄພຢູ່ເຂດຊົນນະບົດ. ການຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ” ພວມໄດ້ຍົກສູງຄຸນນະພາບນັ້ນ ໄດ້ລະດົມ ສົ່ງເສີມຈິດໃຈສາມັກຄີຊ່ວຍເຫຼືອຊຶ່ງກັນແລະກັນໃນບັນດາຊັ້ນຄົນປະຊາຊົນ ເພື່ອພັດທະນາເສດຖະກິດ, ຮ່ວມແຮງກັນກໍ່ສ້າງຊົນນະບົດໃໝ່. ມີ 66,7% ຈຳນວນຕາແສງໄດ້ບັນລຸມາດຕະຖານກ່ຽວກັບວັດທະນະທຳ ແລະ ປະຊາຊົນປະມານ 40,8 ລ້ານເທື່ອຄົນ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສິລະປະ, ວັດທະນະທຳ, ກິລາ ກາຍະບໍລິຫານ, ເຄື່ອນໄຫວສະໂມສອນຢູ່ຊົນນະບົດ (ຢູ່ບັນດາແຂວງທົ່ງພຽງ ມີ 27% ຈຳນວນປະຊາຊົນຝຶກແອບກິລາ ກາຍະບໍລິຫານຢ່າງເປັນປະຈຳ; ຢູ່ເຂດພູດອຍມີ 11%).
ກ່ຽວກັບພູມິປະເທດ ແລະ ສິ່ງແວດລ້ອມຊົນນະບົດ, ໄດ້ກໍ່ສ້າງກິດຈະກຳນ້ຳສະອາດລວມສູນຢູ່ 1.000 ແຫ່ງ, ເຂດເກັບຂີ້ເຍື່ອສິ່ງເສດເຫຼືອ 500 ແຫ່ງ, ລະບົບລະບາຍນ້ຳເສຍ 1.200 ແຫ່ງ. ຮອດປີ 2015, ອັດຕາສ່ວນພົນລະເມືອງຊົນນະບົດໃຊ້ນ້ຳສະອາດປະມານ 86%, ໃນນັ້ນ 45% ບັນລຸມາດຕະຖານ QCVN 02/2009/BYT ຂອງກະຊວງສາທາລະນະສຸກ; ປະມານ 65% ຈຳນວນຫ້ອງນ້ຳບັນລຸມາດຕະຖານດ້ານອະນາໄມ; 93% ຈຳນວນໂຮງຮຽນອະນຸບານ, ສາມັນສຶກສາ ແລະ 95% ຈຳນວນສຸກສາລາຕາແສງມີກິດຈະກຳນ້ຳສະອາດ(2).
ທີແປດ, ຊາວນາເປັນເຈົ້າພາບໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ບັນດາເຂດຊົນນະບົດ.
ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ບັນດາເຂດຊົນນະບົດ, ຮັບປະກັນຊີວິດສະຫງົບສຸກ ໃຫ້ແກ່ພີ່ນ້ອງຊາວນາ ແມ່ນເນື້ອໃນທີ່ສຳຄັນໜຶ່ງໃນການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ. ຢາກຮັກສາບັນຍາກາດສັນຕິສຸກຢູ່ບັນດາເຂດຊົນນະບົດ ແລະ ເສີມຂະຫຍາຍດ້ານຕັ້ງໜ້າ, ຈຳກັດດ້ານຫຍໍ້ທໍ້, ແຕ່ລະຄອບຄົວຢູ່ຊົນນະບົດຕ້ອງເອົາໃຈໃສ່ເບິ່ງແຍງດູແລ ສັ່ງສອນລູກເຕົ້າ, ອົບຮົມສຶກສາຄຸນສົມບັດສິນທຳ ພ້ອມດ້ວຍມູນເຊື້ອທີ່ດີງາມຂອງບ້ານເກີດເມືອງນອນ; ຕໍ່ສູ້ກັບການດຳລົງຊີວິດແບບສອດກະຈາ, ເຫັນແຕ່ຜົນປະໂຫຍດຕົວຈິງ ທີ່ບໍ່ສອດຄ່ອງກັບຮີດຄອງປະເພນີອັນດີງາມຢູ່ທ້ອງຖິ່ນ. ເຂດຊົນນະບົດຕ້ອງເພີ່ມທະວີການເຄື່ອນໄຫວປະສານສົມທົບ ພ້ອມກັນປົກປັກຮັກສາ ປົກປ້ອງຊັບສິນ, ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນແຕ່ລະທ້ອງຖິ່ນ.
ໃນຊຸມປີທີ່ຜ່ານມາ, ການກໍ່ສ້າງຊົນນະບົດໃໝ່ ໄດ້ເອົາໃຈໃສ່ເປັນສຳຄັນເຖິງການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດເນື້ອໃນ, ຄວາມຮຽກຮ້ອງຕ້ອງການຂອງມາດຕະການກ່ຽວກັບຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃນປະມວນມາຕະຖານແຫ່ງຊາດ ກ່ຽວກັບຊົນນະບົດໃໝ່, ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການ “ທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ”; ກໍ່ສ້າງ ແລະ ແຜ່ຂະຫຍາຍຫຼາຍຕົວແບບຄຸ້ມຄອງຕົນເອງທາງດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເຊັ່ນ “ຊາວນາກັບກົດໝາຍ”, “ໝູ່ບ້ານສາສະໜາທີ່ສະຫງົບສຸກ”, “ວົງຕະກູນບໍ່ມີອາດຊະຍາກອນ ແລະ ບໍ່ມີຄວາມຊົ່ວຮ້າຍທາງສັງຄົມ”... ເຊື່ອມຕິດຂະບວນການ “ທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ” ກັບຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງກໍ່ສ້າງຊົນນະບົດໃໝ່” ແລະ ການຂົນຂວາຍ “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ”. ເອົາໃນໃສ່ກໍ່ສ້າງ, ປັບປຸງກຳລັງເຮັດໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊົນນະບົດ.
ເສີມຂະຫຍາຍກຳລັງແຮງສັງລວມຂອງທັງລະບົບການເມືອງ, ເກັບກຳຄວາມຄິດຈິດໃຈ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ຢ່າງແໜ້ນແຟ້ນ ທັນການ; ຍູ້ແຮງວຽກງານໂຄສະນາ, ອົບຮົມສຶກສາ, ຂົນຂວາຍປະຊາຊົນຢູ່ເຂດຊົນນະບົດ ເພື່ອເຮັດເປັນຢ່າງດີ ວຽກງານປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ, ປ້ອງກັນແລະຕ້ານອາດຊະຍາກຳ ແລະ ຄວາມຊົ່ວຮ້າຍທາງສັງຄົມ. ຫຼາຍທ້ອງຖິ່ນໄດ້ຈັດຕັ້ງເປັນຢ່າງດີຕົວແບບຄຸ້ມຄອງຕົນເອງທາງດ້ານລະບຽບຄວາມສະຫງົບ, ໃນເບື້ອງຕົ້ນໄດ້ມີແຮງແຜ່ຂະຫຍາຍໃນຊຸມຊົນ (ບັນດາແຂວງຖາຍບິ່ງ, ບິ່ງທ້ວນ, ກວ໋າງນາມ...).
ຊາວນາຫວຽດນາມເຄີຍມີມູນເຊື້ອຮັກຊາດ ແລະ ປະຕິວັດ, ໄດ້ມີສ່ວນປະກອບທີ່ໃຫຍ່ຫຼວງທີ່ສຸດໃນຕະຫຼອດລວງຍາວປະຫວັດສາດແຫ່ງການສ້າງຕັ້ງປະເທດ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ປະຈຸບັນນີ້ ພວມສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງທີ່ສຳຄັນໃນພາລະກິດຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ, ກໍ່ສ້າງຊົນນະບົດໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຊົນຊັ້ນຊາວນາຫວຽດນາມຈະຂຽນຕໍ່ບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດ ໃນສະໄໝແຫ່ງການຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ, ປະກອບສ່ວນທີ່ສົມກຽດເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວແທດຄັ້ງທີ XII ຂອງພັກຢ່າງສຳເລັດມີໄຊ, ເຮັດໃຫ້ປະເທດຊາດນັບທື້ນັບຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ກ້າວຢ່າງໜັກແໜ້ນຂຶ້ນສູ່ສັງຄົມນິຍົມ. /.
ໂດຍ ເຈືອງຮວ່າບິ່ງ
ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການລັດຖະບານ
-------------
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 890 (ເດືອນທັນວາ 2016).
(1) ປະຈຸບັນ, ຊາວນາກວມເອົາຫຼາຍກວ່າ 70% ຈຳນວນພົນລະເມືອງ ແລະ ຫຼາຍກວ່າ 50 % ກຳລັງແຮງງານສັງຄົມຢູ່ຫວຽດນາມ.
(2) ແຕ່, ອະນາໄມສິ່ງແວດລ້ອມພວມເປັນບັນຫາຮ້ອນເຄືອງຂອງສັງຄົມ, ຄຸນນະພາບສິ່ງແວດລ້ອມຍັງບໍ່ທັນບັນລຸໄດ້ຕາມມາຕະຖານ. ມາຮອດປະຈຸບັນ, ໃນທົ່ວປະເທດມີປະມານ 44% ຈຳນວນຕາແສງບັນລຸມາດຕະຖານທີ 17 ກ່ຽວກັບສິ່ງແວດລ້ອມ.