ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

16:49 | 18/11/2019

ຍສໝ - ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນວົງແຄບ (ADMM ວົງແຄບ) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+) ຄັ້ງທີ 6 ໄດ້ຈັດຕັ້ງຢູ່ ບາງກອກ, ປະເທດໄທ.

ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາສິ່ງທ້າທາຍຂອງຄວາມໝັ້ນຄົງທາງທະເລ, ໃນນັ້ນມີທະເລຕາເວັນອອກ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນ ຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກສຳລັບຄວາມໝັ້ນຄົງໃນພາກພື້ນ ແລະ ໂລກ.

ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານ Prawit Wongsuwan ຮອງນາຍົກລັດຖະມົນຕີໄທ.(ພາບ:thanhnien.vn)

ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ກົດໝາຍສາກົນອາດຈະຍັງບໍ່ທັນສົມບູນແບບ ຍ້ອນສະພາບການໂລກພວມພັດທະນາຢ່າງວ່ອງໄວ, ແຕ່ນີ້ແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອແນໃສ່ດັດສົມການພົວພັນລະຫວ່າງບັນດາປະເທດເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ. ເລື່ອງບໍ່ປະຕິບັດຕາມກົດໝາຍສາກົນ, ອະຟິບັດຫຼືພຽງແຕ່ນຳໃຊ້ກົດໝາຍສາກົນເມື່ອມີຜົນປະໂຫຍດໃຫ້ແກ່ຕົນເອງນັ້ນ, ຈະສ້າງຄວາມລະແວງສົງໄສ, ເສຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະ ກັນ, ຊ້ຳບໍ່ໜຳ ອາດເຮັດໃຫ້ຄວາມເຄັ່ງຕຶງ, ສູ້ຢັນກັນປີນຂັ້ນໄດ.


ທີ່ກອງປະຊຸມບໍ່ເປັນທາງການລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ໄດ້ຍົກອອກບັນດາຄວາມວິຕົກກັງວົນສຳລັບຄວາມເສລີພາບໃນການເດີນເຮືອຢູ່ທະເລຕາເວັນອອກໂດຍກົງ, ພ້ອມກັນນັ້ນຮັບຮູ້ບັນດາຄວາມຄືບໜ້າຫວ່າງແລ້ວນີ້ໃນວິວັດການເຈລະກາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ແລະ ຈີນ (COC).

ໃນບົດປະກອບຄຳເຫັນຢູ່ກອງປະຊຸມບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ແລະ ອາເມລິກາ, ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ສະແດງຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງ ເປັນຕົ້ນແມ່ນຢູ່ເຂດ ມະຫາສະມຸດອິນເດຍ - ປາຊີຟິກ, ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ ທີ່ມີເສລີພາບ ແລະ ເປີດກ້ວາງ, ບົນພື້ນຖານເຄົາລົບເອກະລາດ ອະທິປະໄຕບັນດາປະເທດເຖິງວ່າ ໃຫຍ່ ຫຼືນ້ອຍ ກໍ່ຕາມ ແລະ ເຄົາລົບກົດໝາຍສາກົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.