ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ເກາະ ບາລີ (ອິນໂດເນເຊຍ)

17:08 | 30/01/2020

ຍສໝ - ວັນທີ 28 ມັງກອນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມກວາງວິງ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາລີ ເພື່ອເພີ່ມທະວີການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເກາະ ບາລີ ໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ.

ທີ່ການເຮັດວຽກກັບທ່ານ Wayan Koster ຜູ້ວ່າການແຂວງ ບາລີ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ບາລີ ແມ່ນສະຖານທີ່ນິຍົມຂອງແຂກທ່ອງທ່ຽວ ຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນພາກພື້ນ.

ທີ່ການພົບປະກັບຜູ້ວ່າການແຂວງ ບາລີ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໃຫ້ຮູ້ວ່າ ປີ 2019, ດ້ວຍສອງສາຍການບິນ Vietjet Air ແລະ Vietnam Airlines ເປີດສາຍການບິນໂດຍກົງເຖິງນະຄອນໂຮ່ຈີມິນ - ບາລີ ແລະ ຮ່າໂນ້ຍ - ບາລີ, ຈຳນວນນັກທ່ອງທ່ຽວ ຫວຽດນາມ ໄປເກາະບາລີ ໄດ້ເພີ່ມຂື້ນຈາກ 1000-2000 ຄົນ/ເດືອນ ໃນຕົ້ນປີ ຫາ 4.000-5000 ຄົນ/ເດືອນ ໃນທ້າຍປີ, ເຮັດໃຫ້ຈຳນວນນັກທ່ອງທ່ຽວຫວຽດນາມໄປເກາະບາລີ ໃນປີ 2019 ບັນລຸ 40.000 ຄົນ, ກວມເອົາ 50% ນັກທ່ອງທ່ຽວຫວຽດນາມໄປອິນໂດເນເຊຍ.

ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ເກາະ ບາລີ (ອິນໂດເນເຊຍ)

ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ແລະ ທ່ານ Wayan Koster ຜູ້ວ່າການແຂວງ ບາລີ. (ພາບ: VOV)

ສ່ວນທ່ານ Wayan Koster ຜູ້ວ່າການແຂວງ ບາລີ ໄດ້ເຫັນດີເປັນເອກະພາບວ່າຈະພ້ອມກັນຊຸກຍູ້ການຮ່ວມມືກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ. ເລື່ອງເປີດສາຍການບິນໂດຍກົງຈາກ ຫວຽດນາມ ໄປຍັງ ບາລີ ໄດ້ອຳນວຍຄວາມສະດວກໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ເກາະແຫ່ງນີ້.

ທ່ານຜູ້ວ່າການແຂວງ ບາລີ ກໍ່ແບ່ງປັນວ່າ, ຫວຽດນາມ ມີສາຍພົວພັນສະໜິດສະໜົມ ແລະ ໃກ້ຊິດກັບ ອິນໂດເນເຊຍ ແລະ ເກາະບາລີ, ພິເສດແມ່ນຜ່ານການພົວພັນມິດຕະພາບລະຫວ່າງຜູ້ນຳສອງປະເທດ ເຊິ່ງແມ່ນປະທານາທິບໍດີຄົນທຳອິດຂອງອິນໂດເນເຊຍ, ທ່ານ Soekarno ແລະ ປະທານ ໂຮ່ຈີມິນມິນ.

ຄາດວ່າໃນເດືອນພະຈິກປີ 2020, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຈະສົມທົບກັບອຳ ນາດການປົກຄອງ ແຂວງ ບາລີ ຈັດຕັ້ງງານວາງສະແດງພາບແຕ້ມ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງ ວັນປະທານໂຮ່ຈີມິນ ໄປອິນໂດເນເຊຍ ແລະ ການເດີນທາງຂອງປະທານາທິບໍດີ Soekarno ໄປຢ້ຽມຢາມ ຫວຽດນາມ. ງານວາງສະແດງພາບແຕ້ມ ແມ່ນຢູ່ໃນບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (1955-2020).

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.