ມານະພະຍາຍາມ ເພື່ອເຊື່ອມຕໍ່ບັນດາຫົວໃຈມຸ່ງໄປສູ່ເຂດໝູ່ເກາະຮ່​ວາງ​ຊາ - ເຈື່ອງ​ຊາ ຂອງ ປະເທດຊາດ

16:27 | 12/11/2019

ຍສໝ - ວັນທີ 10 ພະຈິກ, ທີ່ຮ່າໂນ້ຍ, ສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ (2014-2019).

ວັນທີ 1 ສິງຫາ ປີ 2014, ກອງທຶນການສຶກສາ ວືຶອາຢິ໊ງ ຂຶ້ນກັບສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໄດ້ສ້າງຕັ້ງສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ດ້ວຍເປົ້າໝາຍເຊື່ອມຕໍ່ບັນດາຫົວໃຈມຸ່ງໄປສູ່ທະເລໝູ່ເກາະຂອງປະເທດຊາດ. ພາຍຫຼັງແຫ່ງ 5 ປີການເຄື່ອນໄຫວ, ສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ມີການຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງ. ມາຮອດປັດຈຸບັນ, ສະໂມສອນມີສະມາຊິກບຸກຄົນເກືອບ 1500 ຄົນ, ສະມາຊິກທີ່ເປັນໝູ່ຄະນະ 93 ຄະນະ ໃນທົ່ວປະເທດ ແລະ ຢູ່ເອີລົບ, ທະວີບອົດສະຕາລີ, ສ.ເກົາຫຼີ, ໄທ ພ້ອມກັບ ສະມາຊິກກ່ວາ 2.300 ຄົນທີ່ເຊື່ອມຕໍ່ໃນສື່ສັງຄົມອອນລາຍ facebook.

ມານະພະຍາຍາມ ເພື່ອເຊື່ອມຕໍ່ບັນດາຫົວໃຈມຸ່ງໄປສູ່ເຂດໝູ່ເກາະຮ່​ວາງ​ຊາ - ເຈື່ອງ​ຊາ ຂອງ ປະເທດຊາດ

ພິທີ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ”

(ພາບ: Tuoitre.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີ ແຫ່ງວັນສ້າງຕັ້ງ, ສະໂມສອນ“ເພື່ອໝູ່ເກາະ ຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ປຸກລະດົມການສອບເສັງ “ຂຽນ, ແຕ້ມພາບກ່ຽວກັບທະເລໝູ່ເກາະຂອງປະເທດຊາດຂອງນ້ອງ” ໂດຍສະຫງວນໃຫ້ແກ່ບັນດານ້ອງນັກຮຽນ ແລະ ບັນດາໂຮງຮຽນໃນທົ່ວປະເທດ.

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ເຈືອງໝີຮວາ, ອະດີດຮອງປະທານປະເທດ, ປະທານກອງທຶນສຶກສາວື່ອາຢີ໊ງ, ປະທານສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ໃຫ້ຮູ້ວ່າ: ພາຍຫຼັງ 5 ປີແຫ່ງວັນສ້າງຕັ້ງ ແລະເຄື່ອນໄຫວ, ສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ມີການເຕີບໃຫຍ່ເຂັ້ມແຂງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ບັນດາລາຍການ, ກິດຈະກໍາຂອງສະໂມສອນໄດ້ຮັບການຈັດຕັ້ງດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ປະດິດຄິດສ້າງ, ປະກອບສ່ວນປະຕິບັດວຽກງານແນວຫຼັງກອງທັບເປັນຢ່າງດີ ແລະຮັກສາທ່າສະໜາມຮົບທາງດ້ານຈິດໃຈປະຊາຊົນໄວ້ໃຫ້ໝັ້ນຄົງ.

ສະໂມສອນໄດ້ຮັບການສະໜັບສະໜູນບໍລິຈາກເງິນຈາກບັນດາໝູ່ຄະນະ ແລະບຸກຄົນໄດ້ຫຼາຍກວ່າ 90 ຕື້ດົ່ງ, ສ້າງເງື່ອນໄຂໃຫ້ແກ່ສະມາຊິກຫຼັກແຫຼ່ງ 235 ຄົນໄປຢ້ຽມຢາມ, ມອບຂອງຂວັນຢູ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK; ຢ້ຽມຢາມ ແລະລະດົມກໍາລັງໃຈບັນດາຄອບຄົວພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດຢູ່ເກາະກາກມາ ແລະຮ້ານເວນຍາມ DK...

ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ, ສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາທີ່ຮັກແພງ” ໄດ້ສົມທົບກັບກອງທຶນສຶກສາວື່ອາຢີ໊ງ, ສະມາຄົມເພື່ອນຮ່ວມກອງສູນກາງ ແລະໜັງສືພິມທ໊ຽວນຽນຕ່ຽນຟອງ ປຸກລະດົມການແຂ່ງຂັນ “ຂຽນ, ແຕ້ມຮູບກ່ຽວກັບທະເລ, ໝູ່ເກາະປະເທດຊາດຂອງນ້ອງ” ສໍາລັບນັກຮຽນ ແລະບັນດາໂຮງຮຽນໃນທົ່ວປະເທດ.

(ຄໍາຮຸ່ງ)

ເຫດການ
302 Found

Found

The document has moved here.