ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ມືລະຫວ່າງຕໍາຫຼວດ ຫວຽດ​ນາມ-ລາວ

07:40 | 27/10/2022

ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ທ່ານໂຕເລີ່ມ, ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ແລະ ທ່ານວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເປັນປະທານຮ່ວມກອງປະຊຸມສະຫຼຸບການປະຕິບັດແຜນການຮ່ວມມືປີ 2022; ລົງນາມແຜນການຮ່ວມມືປີ 2023 ລະຫວ່າງສອງກະຊວງ.

ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ ​ໃຫ້ເລິກ​ເຊິ່ງຂຶ້ນ​ຕື່ມ ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ ​ໃຫ້ເລິກ​ເຊິ່ງຂຶ້ນ​ຕື່ມ
ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ
ທ່ານໂຕເລີ່ມ ແລະ ທ່ານວິໄລ ຫຼ້າຄຳຟອງ ເຊັນແຜນການຮ່ວມມືປີ 2023 ລະຫວ່າງສອງກະຊວງ (ພາບ: VOV)
ທ່ານໂຕເລີ່ມ ແລະ ທ່ານວິໄລ ຫຼ້າຄຳຟອງ ເຊັນແຜນການຮ່ວມມືປີ 2023 ລະຫວ່າງສອງກະຊວງ (ພາບ: VOV)

ຕາມນັ້ນ, ປີ 2023, ສອງຝ່າຍເປັນເອກະສັນກັນສືບຕໍ່ຊຸກຍູ້ ການປະຕິບັດບັນດາ ຂໍ້ຕົກລົງ, ຂໍ້ຜູກພັນໃນສັນຍາສາກົນທີ່ສອງຝ່າຍກໍ່ເປັນສະມາຊິກຢ່າງມີປະສິດທິຜົນ; ສືບຕໍ່ຊີ້ນຳຕຳຫຼວດບັນດາກົມກອງ, ທ້ອງຖິ່ນສອງຝ່າຍຜັນຂະຫຍາຍປະຕິບັດຂໍ້ຕົກລົງ ຂອງລັດຖະບານສອງປະເທດຢູ່ຂົງເຂດຊາຍແດນ, ເພື່ອຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາ. ພ້ອມກັນນັ້ນ, ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນ, ພິເສດແມ່ນສະພາບການໂລກ, ແລະພາກພື້ນທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ, ການເຄື່ອນໄຫວຂອງບັນດາເປົ້າໝາຍກໍ່ການຮ້າຍ, ອາດຊະຍາກຳ ຢາເສບຕິດ, ການຕາມລ້າ, ບັນຫາການເຂົ້າເມືອງ, ພັກອາໄສ, ອົບພະຍົບຜິດກົດໝາຍ...; ສົມທົບ, ປ້ອງກັນ ແລະ ຕ້ານການກະທົບທີ່ບໍ່ດີບັນດາການນາບຂູ່ ຕໍ່ຄວາມສະຫງົບແບບໃໝ່ທີ່ສົ່ງຜົນກະທົບເຖີງການຮ່ວມມື; ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ ແລະ ຕ້ານການ “ຜັນແປໂດຍສັນຕິ”, ຄົ້ນຄວ້າສ້າງແຜນຈັດຕັ້ງເຄື່ອນໄຫວຝຶກຊ້ອມຕ້ານການກໍ່ການຮ້າຍ. ຢູ່ທີ່ກອງປະຊຸມ, ທ່ານໂຕເລີ່ມ, ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ແລະ ທ່ານວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ລົງນາມແຜນການຮ່ວມມືປີ 2023.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.