ຫວຽດນາມ-ໄທ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

19:00 | 30/10/2022

ວັນທີ 27 ຕຸລາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບ ແລະເຮັດວຽກກັບທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະທະຫານບົກ, ທີ່ປຶກສາທູດຝ່າຍທະຫານເຮືອ ແລະທີ່ປຶກສາທູດຝ່າຍທະຫານອາກາດ ໄທ ປະຈໍາ ຫວຽດນາມ.

ລາວ, ຫວຽດນາມ ແລະ ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
ຫວຽດນາມ-ອິນໂດເນເຊຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອິນໂດເນເຊຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
ຫວຽດນາມ-ໄທ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ໂດຍເນັ້ນໜັກວ່າ ຫວຽດນາມ ແລະໄທ ແມ່ນສອງປະເທດສະມາຊິກອາຊຽນ ມີການພົວພັນມິດຕະພາບອັນດີງາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດໃນການພັດທະນາການພົວພັນກັບໄທ; ປາດຖະໜາຢາກນໍາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ນັບມື້ນັບພັດທະນາໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ໃນສະພາບການປີ 2023 ເປັນຂີດໝາຍ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ-ໄທ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ບັນດາທ່ານທີ່ປຶກສາທູດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍເນື້ອໃນການຮ່ວມມື ເຊິ່ງສອງຝ່າຍໄດ້ຕົກລົງ, ສຸມໃສ່ຂົງເຂດ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນລະດັບສູງ; ຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ໄທ ຄັ້ງທີ 4 ໃຫ້ປະສົບຜົນສໍາເລັດ; ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ; ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ເພີ່ມທະວີການຮ່ວມມືກໍ່ສ້າງ.

ຕາງໜ້າໃຫ້ບັນດາທີ່ປຶກສາທູດ, ທ່ານພັນເອກ Anupon Naksut, ທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະທະຫານບົກ ໄທ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຈະສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ໄທ ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ໃຫ້ນັບມື້ນັບພັດທະນາກວ່າອີກ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ໂດຍໃຫ້ຮູ້ວ່າ ຝ່າຍ ໄທ ຈະສົ່ງຄະນະຜູ້ແທນມາເຂົ້າຮ່ວມງານວາງສະແດງການປ້ອງກັນຊາດສາກົນຫວຽດນາມ 2022 ໂດຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງຢູ່ຮ່າໂນ້ຍ ໃນເດືອນທັນວາ ຈະມາເຖິງ.

la.qdnd.vn

ເຫດການ
302 Found

Found

The document has moved here.