ລາວ, ຫວຽດນາມ ແລະ ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

07:00 | 16/09/2022

ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 3 ປະເທດ ໄດ້ຕີລາຄາສູງຄວາມໝາຍຂອງການພົບປະປະຈຳປີ 3 ຝ່າຍ.

ກອງທັບ ກຳປູເຈຍ - ລາວ - ຫວຽດນາມ ຈັດການຊ້ອມຮົບຮ່ວມ ກອງທັບ ກຳປູເຈຍ - ລາວ - ຫວຽດນາມ ຈັດການຊ້ອມຮົບຮ່ວມ
ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ
ທີ່ການພົບປະ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 3 ປະເທດ
ທີ່ການພົບປະ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 3 ປະເທດ

ຕອນບ່າຍວັນທີ 14 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ລາວ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ. ທີ່ການພົບປະ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 3 ປະເທດ ໄດ້ຕີລາຄາສູງຄວາມໝາຍຂອງການພົບປະປະຈຳປີ 3 ຝ່າຍ, ຖືນີ້ແມ່ນການເຄື່ອນໄຫວຢ່າງແທດຈິງເພື່ອປັບປຸງສາຍພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບ 3 ປະເທດໃຫ້ຫຼາຍກວ່າເກົ່າ. ບັນດາລັດຖະມົນຕີພ້ອມກັນແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງກວ່າອີກ ຄື ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດການການຝຶກຊ້ອມຊອກຫາກູ້ໄພກູ້ຊີບ, ຮ່ວມມືດ້ານອາດຊະຍາກຳຂ້າມຊາດ; ແບ່ງປັນຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງບັນດາກຳລັງຫວັງມ້າງທຳລາຍ 3 ປະເທດ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີໃຫ້ກະຊວງປ້ອງກັນປະເທດ 3 ປະເທດ ຄວນເພີ່ມທະວີການແບ່ງປັນວິໄສທັດຍຸດທະສາດ; ຮັກສາການພົບປະປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ; ຍົກສູງຄວາມສາມາສົມທົບກັນລະຫວ່າງກອງທັບ 3 ປະເທດໃນການຮັບມືກັບອາດຊະຍາກຳແບບໃໝ່; ຖືເປັນສຳຄັນເລື່ອງໂຄສະນາ, ສຶກສາໃຫ້ກອງທັບ ແລະ ປະຊາຊົນກວ່າອີກ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບປະຫວັດສາດຄວາມສາມັກຄີລະຫວ່າງ 3 ປະເທດ; ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.