ລັດ Tasmania ຂອງ ອົດສະຕາລີ ໃຫ້ບຸລິມະສິດຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ

08:57 | 18/09/2022

ທ່ານຜູ້ວ່າການລັດ Jeremy Rockliff ຊີ້ແຈ້ງວ່າ ອຳນາດການປົກຄອງທ້ອງຖິ່ນນີ້ພວມຍູ້ແຮງການຮ່ວມມືກັບ ອາຊຽນ, ໃນນັ້ນຖືເປັນສຳຄັນການພົວພັນກັບ ຫວຽດນາມ.

ອົດສະຕາລີ ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ອົດສະຕາລີ ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ
ໝາກລຳໄຍ ຫວຽດນາມ ນັບສິບໂຕນ ໄດ້ສົ່ງໄປຍັງຕະຫຼາດ ອົດສະຕາລີ ໝາກລຳໄຍ ຫວຽດນາມ ນັບສິບໂຕນ ໄດ້ສົ່ງໄປຍັງຕະຫຼາດ ອົດສະຕາລີ
ທ່ານຜູ້ວ່າການລັດ Jeremy Rockliff ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ (ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)
ທ່ານຜູ້ວ່າການລັດ Jeremy Rockliff ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ (ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)

ໃນລະຫວ່າງວັນທີ 15 ແລະ 16 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັງ ໄດ້ໄປຢ້ຽມຢາມລັດ Tasmania (ທາງພາກໃຕ້ ອົດສະຕາລີ), ຕາມຄຳເຊື້ອເຊີນຂອງທ່ານຜູ້ວ່າການລັດ Jeremy Rockliff. ການຢ້ຽມຢາມເພື່ອແນໃສ່ຊອກຮູ້, ເພີ່ມທະວີການເຊື່ອມຕໍ່ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ, ທ່ານຜູ້ວ່າການລັດ Jeremy Rockliff ຊີ້ແຈ້ງວ່າ ອຳນາດການປົກຄອງທ້ອງຖິ່ນນີ້ພວມຍູ້ແຮງການຮ່ວມມືກັບ ອາຊຽນ, ໃນນັ້ນຖືເປັນສຳຄັນການພົວພັນກັບ ຫວຽດນາມ. ທ່ານເນັ້ນໜັກວ່າ ຈະປັບປຸງຍຸດທະສາດການຄ້າ Tasmania ໄລຍະ 2019-2025 ຕາມທິດໃຫ້ບຸລິມະສິດກັບບາງປະເທດທີ່ມີຄວາມສາມາດບົ່ມຊ້ອນໂດຍໄວ, ໃນນັ້ນມີ ຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ ສະແດງຄວາມເຊື່ອໝັ້ນວ່າ ລັດ Tasmania ຈະເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ຫວຽດນາມ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າເກົ່າ ເພື່ອຍາດແຍ່ງການເພີ່ມຕື່ມເສດຖະກິດເຊິ່ງກັນແລະກັນໃຫ້ເປັນຢ່າງດີທີ່ສຸດ.

vovworld.vn

302 Found

Found

The document has moved here.