ກວາງ​ຈີ້-​ສະຫວັນນະເຂດ: ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຕາມ​ຮູບ​ແບບ​ແຮກ​ສ່ຽວ

18:56 | 28/09/2022

ຍ​ສ​ໝ - ໂດຍແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ທີ່​ສຳຄັນ ​ແລະ ​ແທດ​ຈິງ​ໃນ​ການ​ກໍ່ສ້າງ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ອັນຍິ່ງ​ໃຫຍ່​ລະຫວ່າງ​ຫວຽດນາມ - ລາວ ​ເຊິ່ງແມ່ນ​ຄະນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ​ແລະ ທະຫານ​ປະຊາຊົນ​ບັນດາ​ແຂວງ, ນະຄອນທີ່​ມີ​ເສັ້ນ​ຊາຍ​ແດນຮ່ວມ​ກັບ​ປະ​ເທດ​ເພື່ອນ. ນີ້​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ມິດ​ຕະ​ພາບ, ສັນ​ຕິ​ພາບ, ຄວາມ​ເປັນມິດສະໜິດສະໜົມ, ເຕັມໄປດ້ວຍຄວາມໝາຍ ແລະ ວັດ​ທະ​ນະ​ທຳ​ຫວຽດ​.

ກວາງ​ນາມ: ນັກ​ຊ່ຽວ​ຊານ​ຍີ່​ປຸ່ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກໍານົດຍຸກສະໄໝ​ຢູ່​ເຂດວິຫານທາດມິເຊີນ ກວາງ​ນາມ: ນັກ​ຊ່ຽວ​ຊານ​ຍີ່​ປຸ່ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກໍານົດຍຸກສະໄໝ​ຢູ່​ເຂດວິຫານທາດມິເຊີນ
ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ

ເສັ້ນ​ຊາຍແດນແຫ່ງຄວາມສຸກ

ຫ່າງຈາກດ່ານຊາຍແດນລາວບາວໄປທາງ ກຳ​ປູ​ເຈຍ ປະມານ 200 ແມັດ, ປ່າຕົ້ນ Listea ທີ່ກຳລັງອອກໃບສີຂຽວ, ມີເນື້ອທີ່ກວ່າ 10 ເຮັກຕາ. ຜືນປ່າແຫ່ງນີ້ໄດ້ເອີ້ນວ່າ: “ສວນຕົ້ນ​ໄມ້ມິດຕະພາບ” ເພາະວ່າ ​ປ້ອມທະ​ຫານ​ປ້ອງ​ກັນ​ຊາຍ​ແດນຂອງດ່ານສາກົນ ລາວບາວ ແລະ ເທດ​ສະ​ບານ ລາວບາວ ໜູນຊ່ວຍບ້ານກາຕັງ (ຫວຽດນາມ) ມອບ​ໃຫ້​ບ້ານ ແດນ​ສະ​ຫວັນ (ລາວ).

ກວາງ​ຈີ້-​ສະຫວັນນະເຂດ: ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຕາມ​ຮູບ​ແບບ​ແຮກ​ສ່ຽວ
ທະ​ຫານ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ

ມາ​ຮອດ​ປັດ​ຈຸ​ບັນ, ພາຍຫຼັງ 5 ປີ, ປ່າດັ່ງ​ກ່າວ​ໄດ້​ນຳ​ມາ​ເຊິ່ງ​ລາຍ​ຮັບ ປະ​ມານ 150 – 200 ລ້ານ​ດົ່ງ. ທ່ານ ໂກ້ ຖັັນ​ທາ​ເທບ ນາຍ​ບ້ານ​ແດນ​ສະ​ຫວັນ ເວົ້າ​ວ່າ: “ສະ​ເລ່ຍ​ແຕ່​ລະ​ເທື່ອ​ເມື່ອ​ຂາຍ​ຕົ້ນ​ໄມ້ນີ້, ພວກ​ຂ້າ​ພະ​ເຈົ້າ​ມີ​ລາຍ​ຮັບ​ປະ​ມານ 200 ລ້ານ​ດົ່ງ. ຈຳ​ນວນ​ເງິນ​ນີ້ ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບ້ານໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພື່ອ​ລົງ​ທຶນ​ກໍ່​ສ້າງ​ໂຮງ​ຮຽນ, ຖະ​ໜົນ​ຫົນ​ທາງ, ກໍ່​ສ້າງ​ເຮືອນ​ໃຫ້​ແກ່​ຄົນ​ທຸກ​ຍາກ, ໜູນ​ຊ່ວຍ​ນ້ອງໆ​ນັກ​ຮຽນທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກໃນການ​ມາ​ໂຮງ​ຮຽນ”.

ນັບແຕ່​ປີ 2013 ມາ​ຮອດ​ປະຈຸ​ບັນ, ນອກຈາກ​ຮູບ​ແບບ “ສວນຕົ້ນ​ໄມ້​ມິດຕະພາບ”, ​ປ້ອມ​ປ້ອງ​ກັນ​ຊາຍ​ແດນດ່ານ​ຊາຍ​ແດນ​ສາກົນ​ລາວ​ບາວ ຍັງ​ໄດ້​ລະດົມ​ທຸກ​ແຫຼ່ງກຳລັງ​ຈາກ​ບັນດາ​ອົງການ, ຫົວໜ່ວຍ, ວິ​ສາ​ຫະກິດ ​ແລະ ຈາກ​ເຈົ້າ​ໜ້າ​ທີ່, ພະ​ນັກ​ງານ, ນັກ​ຮົບ ​ເພື່ອ​ປະກອບສ່ວນ ​ແລະ ມອບ​ໃຫ້​ບ້ານ​ກາ​ຕູບ 1, ບ້ານ​ເຟື່ອງ ​ແລະ ​ບ້ານແດນ​ສະຫວັນ, ​ແຕ່ລະ​ບ້ານ​ມີ​ງົວ 12 ​ໂຕ, ແບ້ 20 ​ໂຕ, ​ເປັດ, ໄກ່, ແນວພັນ 5.000 ກວ່າ​ໂຕ, ພ້ອມ​ກັນ​ນັ້ນ​ ກໍໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ມາ​ແນະ​ນຳ ​ແລະ ເບິ່ງ​ແຍງດູ​ແລ. ມາ​ຮອດ​ປະຈຸ​ບັນ, ຈຳ​ນວນສັດ​ປີກ​ໄດ້​ເຕີບ​ໂຕ​ເປັນ​ຢ່າງ​ດີ, ​ນຳ​ມາ​ເຊິ່ງ​ລາຍ​ຮັບ​ທີ່​ດີ​ພໍ​ສົມ​ຄວນໃຫ້​ແກ່​ບັນ​ດາ​ຄອບ​ຄົວຝ່າຍບ້ານ​ເພື່ອນ.

ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 28 ເມ​ສາ 2005, ຄູ່​ບ້ານ ກາ​ຕັງ (ເທດ​ສະ​ບານ ລາວ​ບາວ, ເມືອງ ເຮືອງ​ຮ​ວາ) ແລະ ບ້ານ ແດນ​ສະ​ຫວັນ (ເມືອງ​ເຊ​ໂປນ, ແຂວງ​ສະ​ຫວັນ​ນະ​ເຂດ) ແມ່ນ​ຄູ່​ບ້ານ​ທຳ​ອິດ​ໃນ​ເສັ້ນ​ຊາຍ​ແດນ​ທີ່ໄດ້​ຈັດ​ຕັ້ງ​ພິ​ທີ​ລົງນາມ​ແຮກ​ສ່ຽວ, ເພື່ອ​ຖອດ​ຖອນບົດ​ຮຽນ​ປະ​ສົບ​ການ ແລະ ທະ​ວີ​ຄູນ​ເປັນວົງ​ກວ້າງ​ໃນ​ທົ່ວ​ເຂດ.

ຮູບ​ແບບ​ແຮກ​ສ່ຽວ​ບ້ານຕໍ່ບ້ານ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ແຕ່​ປີ 2005, ມາ​ຮອດ​ປັດ​ຈຸ​ບັນ​ມີ 24/24 ຄູ່​ບ້ານ​ໄດ້​ຮັບ​ການ​ແຮກ​ສ່ຽວ​ລະ​ຫວ່າງ​ແຂວງກວາງ​ຈິ (ຫວຽດ​ນາມ) ກັບ​ແຂວງສະ​ຫວັນ​ນະເຂດ.

​ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ສົ​ມ​ທັບ​ກັນ​ຢ່າງ​ອຸ​ດົມ​ສົມ​ບູນ

ໃນ​ໄລ​ຍະ 15 ປີ​ແຫ່ງ​ການ​ແຮກ​ສ່ຽວ​ລະ​ຫວ່ງ​ສອງ​ບ້ານ ກາ​ຕຽງ (ຫວຽດ​ນາມ) ແລະ ບ້ານ ອາ​ເວຍ (ລາວ), ທຸກ​ໄຕ​ມາດ​ໃນ​ປີ, ສອງ​ຝ່າຍ​ຈະ​ຈັດ​ຕັ້ງ​ພິ​ທີ​ມອບ​ຮັບ, ແລກ​ປ່ຽນ​ສະ​ພາບ​ການ, ກຳ​ນົດການຈັດ​ຕັ້ງ​ການ​ຖອດ​ຖອນ​ບົດ​ຮຽນ​ປະ​ສົບ​ການໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຮູບ​ແບບ​ແຮກ​ສ່ຽວ​ບ້ານຕໍ່ບ້ານ​ຂອງ​ສອງ​ທ້ອ​ງ​ຖິ່ນ 5 ປີ​ເທື່ອ​ໜຶ່ງ.

ພິ​ເສດ, ຜ່ານ​ການ​ເຄື່ອນ​ໄຫວ​​ແຮກ​ສ່ຽວ, 2 ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ໂຄສະນາ​ ​ສຶກສາອົບຮົມ​ກົດໝາຍ​ໃຫ້​ປະຊາຊົນ 2 ບ້ານ, ດ້ວຍ 50 ​ໃນ​ຈຳນວນ 2.020 ເທື່ອປະຊາຄົມກ່ຽວ​ກັບ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ຈິດ​ໃຈ​ຂອງ​ຊາດ, ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ, ປະຕິບັດ​ລະບຽບ​ການ ​ແລະ ກົດໝາຍຂອງແຕ່ລະປະເທດ; ​ເຜີຍ​ແຜ່​ຄວາມ​ໝາຍ​ຂອງ​ວຽກ​ງານ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ປະ​ຕິ​ສັງ​ຂອນ​ລະບົບ​ຫຼັກ​ໝາຍຊາຍ​ແດນ​ແຫ່ງ​ຊາດ. ​​ການ​ເຄື່ອນ​ໄຫວ​ຍັງ​ໄດ້​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ກະສິກຳ, ການປ້ອງ​ກັນ​ຕ້ານພະຍາດ... ໃຫ້​ປະຊາຊົນ​ສອງຟາກ​ຊາຍ​ແດນ.

ໃນກອງປະຊຸມສະຫຼຸບວຽກງານ 15 ປີ ແຫ່ງການແຮກ​ສ່ຽວເຂດ​ຊຸມ​ຊົນ ໄດ້ໄຂຂຶ້ນໃນວັນທີ 10 ສິງຫາ 2022, ທ່ານ ບຸນສູງ ໄຊຍະວົງ, ຮອງເລຂາພັກເມືອງ, ປະທານຄ​ະ​ນະ​ກຳ​ມະ​ການກວດກາ, ຫົວໜ້າກວດສອບເມືອງເຊໂປນແບ່ງ​ປັນ​ວ່າ: ​ໂດຍ​ຜ່ານ​ລະບຽບ​ການ​ແຮກ​ສ່ຽວບ້ານຕໍ່ບ້ານ, ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຄອບຄົວ​ທີ່​ດຳລົງ​ຊີວິດ​ຢູ່​ສອງຟາກຊາຍ​ແດນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຈາກ​ຊີວິດ​ຕົວ​ຈິງ ​ແລະ ບັນດາ​ບັນຫາ​ກ່ຽວ​ກັບ​ເຂດ​ຊາຍ​ແດນ​ໂລກດ້ວຍ​ຕົນ​ເອງ, ຈາກ​ນັ້ນ ​ແລກປ່ຽນ​ບົດຮຽນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ພັດ​ທະ​ນາ​ການ​ຜະ​ລິດ, ແຜ່​ຂະ​ຫຍາຍ ​ແລະ​ ຍົກ​ເລີກ​ການ​ປະ​ຕິ​ບັດ​ທີ່​ຫຼ້າ​ສະ​ໄຫມ...

ຜ່ານ​ນັ້ນ, ກໍຍົກ​ສູງ​ຈິດ​ໃຈ​​ແຫ່ງ​ຊາດ ​ແລະ ຂອບເຂດຄວາມ​ຮັບຜິດຊອບ​ແຫ່ງ​ຊາດ​ຂອງ​ພົນລະ​ເມືອງ​ແຕ່ລະຄົນ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ເຂດ​ຊາຍ​ແດນ, ສະໝັກ​ໃຈ ​ແລະ ປະຕິບັດ​ບັນດາ​ຂໍ້​ກຳນົດ​ການແຮກ​ສ່ຽວ, ລະບຽບ​ການ​ຊາຍ​ແດນ​ແຫ່ງ​ຊາດ ຫວຽດນາມ ​ແລະ ລາວ ຢ່າງເຂັ້ມງວດ.

ທ່ານພັນເອກພິເສດ ເລວັນເຟືອງ, ຜູ້ບັນຊາການກອງບັນຊາການທະຫານຊາຍແດນແຂວງ ກວາງຈິ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຮູບແບບແຮກ​ສ່ຽວບ້ານຕໍ່ບ້ານ ຈະສືບຕໍ່ໄດ້ຮັບການຮັກສາ, ຍົກສູງປະສິດທິຜົນ; ​ໂດຍ​ສະ​ເພາະ​ແມ່ນ​ການ​ຊຸກຍູ້​ວຽກ​ງານ​ໜູນ​ຊ່ວຍ​ປະຊາຊົນ​ຂອງ​ປະ​ເທດລາວ​ໃນ​ການ​ພັດທະນາ​ເສດຖະກິດ​ຄອບຄົວ ​ແລະ ທ້ອງ​ຖິ່ນ. ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ກໍ່ຍູ້​ແຮງວຽກ​ງານໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ສອງ​ຟາກ​ຊາຍ​ແດນ​ປະຕິບັດ​ກົດໝາຍ​ຊາຍ​ແດນ​ໃຫ້ເປັນ​ຢ່າງ​ດີ, ​ເປັນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້ໃນການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ, ປະກອບສ່ວນ​ກໍ່ສ້າງ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.