ປີ 2020 ລັດ­ຖະ­ບານ ລາວ ​ໄດ້​ມີ​ໂກ​ຕ້າ​ຮັບລັດຖະກອນ ຈຳນວນ 2.000 ຄົນ

16:57 | 30/12/2019

ປີ 2020 ລັດ­ຖະ­ບານ​ໄດ້​ມີ​ໂກ​ຕ້າ​ອອກ​ມາ​ແລ້ວ​ຈຳ­ນວນ 2.000 ຄົນ ທຽບ­ໃສ່​ປີ 2019 ແມ່ນ​ເພີ່ມ​ຂຶ້ນ 500 ຄົນ ໂດຍ​ໄດ້​ແບ່ງ​ໃຫ້​ບັນ­ດາ​ກະ­ຊວງ ອົງ­ການ​ທຽບ​ເທົ່າ ແລະ ທ້ອງ­ຖິ່ນ​ຕາມ​ເງື່ອນ­ໄຂ​ຕົວ​ຈິງ.

ປີ 2020 ລັດ­ຖະ­ບານ ລາວ ​ໄດ້​ມີ​ໂກ​ຕ້າ​ຮັບລັດຖະກອນ ຈຳນວນ 2.000 ຄົນ

ພາບປະກອບ

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ອອກ​ຂໍ້​ຕົກ­ລົງ ວ່າ​ດ້ວຍ​ການ​ແບ່ງ​ຕົວ​ເລກ​ລັດ­ຖະ­ກອນ​ໃໝ່ ປີ 2020 ສະ­ບັບ​ລົງ​ວັນ​ທີ 19 ທັນ­ວາ 2019 ເຫັນ​ດີ​ອະ­ນຸ­ມັດ​ແບ່ງ​ຈຳ­ນວນ​ຕົວ​ເລກ​ລັດ­ຖະ­ກອນ​ໃໝ່ (ໂກ​ຕ້າ) ໃຫ້​ບັນ­ດາ​ກະ­ຊວງ ອົງ​ການ­ຈັດ­ຕັ້ງ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ ໃນ​ປີ 2020 ຈຳ­ນວນ 2.000 ຄົນ ດັ່ງ­ນີ້: ກະ­ຊວງ​ການ​ຕ່າງ­ປະ­ເທດ 11 ຄົນ ກະ­ຊວງ​ຍຸ­ຕິ​ທຳ 10 ຄົນ ກະ­ຊວງ​ການ​ເງິນ 30 ຄົນ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ 20 ຄົນ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ 1.070 ຄົນ ໃນ​ນັ້ນ ລັດ­ຖະ­ກອນ​ຄູ 1.040 ຄົນ ແລະ ລັດ­ຖະ­ກອນ​ບໍ­ລິ­ການ 30 ຄົນ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ 38 ຄົນ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ 20 ຄົນ ອົງ­ການ​ກາ­ແດງ​ລາວ 3 ຄົນ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ 300 ຄົນ ໃນ​ນັ້ນ ລັດ­ຖະ­ກອນ​ແພດ 280 ຄົນ ແລະ ລັດ­ຖະ­ກອນ​ບໍ­ລິ­ຫານ 20 ຄົນ ກະ­ຊວງ​ໄປ­ສະ­ນີ ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ 9 ຄົນ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ 10 ຄົນ ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ 5 ຄົນ ກະ­ຊວງ​ພາຍ​ໃນ 21 ຄົນ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ 21 ຄົນ ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ 5 ຄົນ ອົງ­ການ​ກວດ­ກາ​ພັກ-ລັດ­ຖະ­ບານ 20 ຄົນ ສະ­ພາ​ແຫ່ງ​ຊາດ 24 ຄົນ ຫ້ອງ​ວ່າ­ການ​ປະ­ທານ​ປະ­ເທດ 3 ຄົນ ສານ​ປະ­ຊາ­ຊົນ​ສູງ​ສຸດ 14 ຄົນ ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ສູງ​ສຸດ 12 ຄົນ ອົງ­ການ​ກວດ​ສອບ​ແຫ່ງ​ລັດ 7 ຄົນ ຫ້ອງ​ວ່າ­ການ​ສູນ​ກາງ​ພັກ 5 ຄົນ ຄະ­ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ 6 ຄົນ ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ 3 ຄົນ ຄະ­ນະ​ພົວ­ພັນ​ຕ່າງ­ປະ­ເທດ​ສູນ​ກາງ​ພັກ 4 ຄົນ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ 4 ຄົນ ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ 3 ຄົນ ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ 3 ຄົນ ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ 3 ຄົນ ສະ­ຫະ­ພັນ​ນັກ­ຮົບ​ເກົ່າ​ແຫ່ງ​ຊາດ 3 ຄົນ ສະ​ຖາ​ບັນ​ການ­ເມືອງ ແລະ ການ​ປົກ­ຄອງ​ແຫ່ງ​ຊາດ 3 ຄົນ ສະ​ຖາ​ບັນ​ວິ­ທະ­ຍາ­ສາດ-ສັງ­ຄົມ​ແຫ່ງ​ຊາດ 3 ຄົນ ແລະ ຄະ­ນະ​ຮັບ​ຜິດ ຊອບ​ພິ​ພິ​ທະ​ພັນ ໄກ­ສອນ ພົມ­ວິ­ຫານ 3 ຄົນ. ພາກ­ສ່ວນ​ທ້ອງ­ຖິ່ນ: ນະ­ຄອນ­ຫຼວງ​ວຽງ​ຈັນ 12 ຄົນ ແຂວງ​ຜົ້ງ​ສາ­ລີ 10 ຄົນ ແຂວງ​ຫຼວງ​ນ້ຳ​ທາ 10 ຄົນ ແຂວງ​ອຸ­ດົມ​ໄຊ 11 ຄົນ ແຂວງ​ບໍ່​ແກ້ວ 11 ຄົນ ແຂວງ​ຫຼວງ​ພະ​ບາງ 10 ຄົນ ແຂວງ​ໄຊ​ຍະ​ບູ​ລີ 11 ຄົນ ແຂວງ​ຫົວ­ພັນ 11 ຄົນ ແຂວງ​ຊຽງ​ຂວາງ 11 ຄົນ ແຂວງ​ໄຊ​ສົມ­ບູນ 30 ຄົນ ແຂວງ​ວຽງ​ຈັນ 10 ຄົນ ແຂວງ​ບໍ​ລິ​ຄຳ​ໄຊ 10 ຄົນ ແຂວງ​ຄຳ​ມ່ວນ 10 ຄົນ ແຂວງ​ສະ­ຫວັນ​ນະ​ເຂດ 14 ຄົນ ແຂວງ​ສາ­ລະ​ວັນ 11 ຄົນ ແຂວງ​ຈຳ­ປາ​ສັກ 11 ຄົນ ແຂວງ​ເຊ​ກອງ 10 ຄົນ ແລະ ແຂວງ​ອັດ​ຕະ​ປື 10 ຄົນ.

ໃນວັນທີ 23 ທັນວາ 2019 ກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈຳ ປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ຂຶ້ນໂດຍການເປັນປະທານຂອງ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ບັນດາກະຊວງ ແລະ ອົງການທຽບເທົ່າ, ມີບັນດາຫົວໜ້າກົມ, ຫ້ອງການ ແລະ ສະຖາບັນ, ພ້ອມດ້ວຍພະນັກງານຫລັກແຫລ່ງ ກະຊວງພາຍໃນເຂົ້າຮ່ວມ. ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ ໄດ້ໂອ້ລົມຕໍ່ກອງປະຊຸມ, ໂດຍທ່ານໄດ້ທົບທວນຄືນ ເຖິງຄໍາຂວັນທີ່ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃນກອງປະຊຸມປະຈໍາ ປີ 2018 ຂອງກະຊວງພາຍໃນ ວ່າ “ກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ມີປະສິດທິຜົນ, ໂປ່ງໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ”, ເຊິ່ງຕໍ່ກັບຄໍາຂວັນດັ່ງກ່າວນີ້ ຂະແໜງພາຍໃນ ໄດ້ພະຍາຍາມ ແລະ ເອົາໃຈໃສ່ໃນການຜັນຂະຫຍາຍຄໍາຂວັນດັ່ງກ່າວ ເຂົ້າໃນການປະຕິບັດວຽກງານຕົວຈິງ ໃນການ ຄົ້ນຄວ້າ ແລະ ປັບປຸງວຽກງານຕ່າງໆ ໂດຍສະເພາະແມ່ນ ເນື້ອໃນຈິດໃຈຂອງຄໍາສັ່ງ ເລກທີ 03/ນຍ ໃຫ້ປາກົດຜົນເປັນຈິງ ເທື່ອລະກ້າວ, ການຄົ້ນຄວ້າປັບປຸງກົງຈັກ ຕິດພັນກັບການກໍານົດຕໍາແໜ່ງງານຄືນ ໃໝ່ໃຫ້ສອດຄ່ອງກັບພາລະບົດບາດ ຂອງແຕ່ລະການ ຈັດຕັ້ງ.

ສໍາລັບປີ 2020 ຊຶ່ງເປັນປີສຸດທ້າຍ ຂອງແຜນການ 5 ປີຄັ້ງທີ I ຂອງຂະແໜງການພາຍໃນ, ທ່ານ ຄຳໝັ້ນ ສູນວິເລີດ ໄດ້ເນັ້ນໃຫ້ແຕ່ ລະພາກສ່ວນ ເອົາໃຈໃສ່ກວດກາຄືນ ບັນຫາທີ່ຍັງເປັນຈຸດຄົງຄ້າງຕ້ອງໄດ້ແກ້ໄຂ ແລະ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ປະຕິບັດຄໍາຂວັນດັ່ງກ່າວ ໃຫ້ປາກົດຜົນເປັນຈິງ ແລະ ເຮັດໃຫ້ການປັບປຸງວຽກງານ ໄດ້ຮັບຜົນດີກວ່າເກົ່າ ເພື່ອປະຕິບັດພາ ລະບົດບາດ ເປັນເສນາທິການ ໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຕາມຄວາມຮັບຜິດຊອບ ຂອງຂະແໜງ ການພາຍໃນ ໂດຍສະເພາະ ກ່ຽວກັບການຄົ້ນຄວ້າ ປັບປຸງກົງຈັັກການຈັດຕັ້ງ ຂອງອົງການບໍລິຫານລັດ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ແລະ ບັນຫາອື່ນໆ ທີ່ປີ່ນອ້ອມລວມທັງ ວຽກລັດຖະກອນ, ວຽກເຕັກນິກການປົກຄອງ ແລະ ການຮ່ວມມືສາກົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.