ເປີດກວ້າງຫຼາຍເນື້ອໃນ ແລະຂົງເຂດຮ່ວມມືຊາວໜຸ່ມ ຫວຽດນາມ - ລາວ

16:30 | 15/09/2022

ຕອນບ່າຍວັນທີ 13 ກັນຍາ, ຢູ່ທີ່ສຳນັກງານສູນກາງຊາວໜຸ່ມ (ຮ່າໂນ້ຍ), ສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ມີການພົບປະກັບສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ
ໄທ ເຊີດຊູການຮ່ວມມືດ້ານອຸດສາຫະກໍາ ກັບຫວຽດນາມ ໄທ ເຊີດຊູການຮ່ວມມືດ້ານອຸດສາຫະກໍາ ກັບຫວຽດນາມ

ເມື່ອເຕື້ອງເຖິງຂໍ້ຕົກລົງຮ່ວມມື ໄລຍະ 2022-2027 ລະຫວ່າງສູນກາງຊາວໜຸ່ມສອງປະເທດ ທີ່ໄດ້ລົງນາມໃນເດືອນກໍລະກົດ ຜ່ານມາ, ສະຫາຍ ບຸ່ຍກວາງຮຸຍ ໄດ້ສະແດງຄວາມປິຕິຊົມຊື່ນ, ໂດຍໃຫ້ຮູ້ວ່າ ໄດ້ມີເນື້ອໃນ ແລະກິດຈະກໍາການຮ່ວມມືຫຼາຍດ້ານຂອງຊາວໜຸ່ມ ຫວຽດນາມ - ລາວ ໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ, ບັນລຸໄດ້ບັນດາການພັດທະນາໃໝ່ທັງລວງກວ້າງ ແລະລວງເລິກ, ເປັນສັນຍານໃຫ້ແກ່ການຮ່ວມມືໃນໄລຍະໃໝ່ເຕັມໄປດ້ວຍການຈະເລີນເຕີບໂຕ ແລະໝັ້ນຄົງ.

ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ປະຕິບັດບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມື ໄລຍະ 2022-2027 ຢ່າງມີປະສິດທິຜົນ, ຄົບຊຸດ, ໃນນັ້ນ ສຸມໃສ່ເພີ່ມທະວີການໂຄສະນາ ແລະຍົກສູງຄວາມຮັບຮູ້ໃຫ້ແກ່ຊາວໜຸ່ມສອງປະເທດກ່ຽວກັບການພົວພັນແບບພິເສດລະຫວ່າງສອງປະເທດ. ຫວຽດນາມ ແລະ ລາວ; ສືບຕໍ່ຊຸກຍູ້ການກໍ່ສ້າງພະນັກງານ, ພົບປະແລກປ່ຽນຊາວໜຸ່ມ, ນັກສຶກສາ, ນັກທຸລະກິດໜຸ່ມ ກໍ່ຄືການເຄື່ອນໄຫວອາສາສະໝັກ, ໜູນຊ່ວຍນັກສຶກສາຕ່າງປະເທດ...

ສະຫາຍ ບຸ່ຍກວາງຮຸຍ ສະເໜີວ່າ: ໃນໄລຍະຈະມາເຖິງ, ສອງອົງການຈັດຕັ້ງຊາວໜຸ່ມຈະພິຈາລະນາ, ຄົ້ນຄວ້າເປີດກວ້າງເປົ້າໝາຍ ແລະຂົງເຂດການຮ່ວມມືເປັນຫຼາຍຮູບຫຼາຍແບບ ລະອຽດຄື: ພະຍາບານ, ທ່ານໝໍໜຸ່ມ, ນັກສິລະປິນໜຸ່ມ, ນັກຂ່າວໜຸ່ມ,... ; ກິດຈະກໍາການເລີ່ມທຸລະກິດ, ປະດິດສ້າງ, ເຕັກໂນໂລຢີດີຈີຕອນ, ການຫັນເປັນດີຈີຕອນ, ...

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເຫັນດີສືບຕໍ່ຕັ້ງໜ້າຜັນຂະຫຍາຍໂຄງການກໍ່ສ້າງ ແລະພັດທະນາສູນກໍ່ສ້າງ ແລະບຳລຸງຊາວໜຸ່ມເຍົາວະຊົນລາວ-ຫວຽດນາມ ຢູ່ປະເທດເພື່ອນລາວ; ຊີ້ນຳຄະນະຊາວໜຸ່ມທຸກຂັ້ນ (ໂດຍສະເພາະຢູ່ເຂດຊາຍແດນສອງປະເທດ) ແຮກສ່ຽວ ເພື່ອຍົກສູງຄວາມຮັບຜິດຊອບ, ບົດບາດປະຈັນບານ ແລະເປັນເຈົ້າການໃນການຈັດຕັ້ງ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະມີປະສິດທິຜົນ ເພື່ອເພີ່ມທະວີຄວາມເຂົ້າໃຈລະຫວ່າງຊາວໜຸ່ມ ແລະໜູນຊ່ວຍຊີວິດການເປັນຢູ່ໃຫ້ແກ່ປະຊາຊົນສອງປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.