ຍົກລະດັບຄວາມຮູ້ການເຂົ້າເຖິງບໍລິການ-ການເງິນ ຜ່ານລະບົບ ດີຈີຕອນ

16:27 | 05/01/2020

ເມື່ອບໍ່ດົນມານີ້, ສະ​ມາ​ຄົມ​ການ​ເງິນ​ຈຸ​ລະ​ພາກ(ສກມ​ຈ) ຮ່ວມ​​ກັບທະນາຄານແຫ່ງ ສປປ ລາວ(ທຫລ) ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກ ອົງ​ການ ADA ໄດ້ສຳເລັດການດຳເນີນກອງ​ປະ​ຊຸມ ລະດັບຊາດ ເພື່ອໃຫ້ຄວາມຮູ້ການ​ເຂົ້າ​ເຖິງ​ການບໍ​ລິ​ການ​ທາງ​ດ້ານ​ການ​ເງິນ​ ປະ​ຈຳ​ປີ 2019 ໂດຍສະເພາະຂົງ​ເຂດການ​ນຳ​ໃຊ້​ລະ​ບົບ ​ດີ​ຈິີຕອ​ນ ເຂົ້າ​ໃນ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ(Fintech) ແລະ ທ່າ​ອ່ຽງ​ໃນ​ການ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຢູ່ ສ​ປ​ປ ລາວ; ທັງຮັບ​ຮູ້​ ຍຸດ​ທະ​ສາດ​ທາງ​ດ້ານ ​ດີ​ຈິີຕອ​ນ ຂອງ​ສະ​ຖາ​ບັນ​ການ​ເງິນ ແລະ ວິ​ເຄາະ​ເຖິງ​ຜົນ​ປະ​ໂຫຍດ​ຂອງ ດີ​ຈິີຕອ​ນ ​ສຳ​ລັບການ​ເຂົ້າ​ເຖິງ​ການບໍ​ລິ​ການ​​ທາງດ້ານ​ການ​ເງິນ;ສ້າງ​ຄວາມ​ຮັບ​ຮູ້ ແລະ ເຂົ້າ​ໃຈ​​ພື້ນ​ຖານ ທາງດ້ານ​ການ​ເງິນ​ຜ່ານລະ​ບົບ​ ດີ​ຈິີຕອ​ນ ແລະ ການ​ປຶກ​ສາ​ຫາ​ລື​ເຖິງ​​ສິ່ງ​ທ້າ​ທາຍ​ສຳ​ລັບ​ລູກ​ຄ້າ​ ກ່ຽວ​ກັບ​ຄວາມ​ເຂົ້າ​ໃຈ​ໃນ​ການ​ບໍ​ລິ​ການ​ການ​ເງິນ​ແບບ ດີ​ຈີ​ຕອ​ນ.

ຍົກລະດັບຄວາມຮູ້ການເຂົ້າເຖິງບໍລິການ-ການເງິນ ຜ່ານລະບົບ ດີຈີຕອນ

ກອງ​ປະ​ຊຸມ ລະດັບຊາດ ເພື່ອໃຫ້ຄວາມຮູ້ການ​ເຂົ້າ​ເຖິງ​ການບໍ​ລິ​ການ​ທາງ​ດ້ານ​ການ​ເງິນ​ ປະ​ຈຳ​ປີ 2019

ພ້ອມນີ້, ຍັງ​ປູກ​ຈິດ​ສຳ​ນຶກ​ ໃນ​ການບໍ​ລິ​ການ​ທາງ​ດ້ານ​ການ​ເງິນ ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ ຂອງ​ຂະ​ແໜງ​ການ​ເງິນ​ຈຸ​ລະ​ພາກ​ໃນ ສ​ປ​ປ ລາວ ໃຫ້​ສູງ​ຂຶ້ນ. ທ່ານ ສົມ​ພອນ ສີ​ແສງ​ລັດ ປະ​ທານ ສກມ​ຈ ກ່າວວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງ​ໄດ້​ສົນ​ທະ​ນາ​ກັນ​ກ່ຽວ​ກັບລະ​ບຽບ​ການ​ທີ່​ສະ​ໜັບ​ສະ​ໜູນ​ ສຳ​ລັບ​ການ​ພັດ​ທະ​ນາການ​ເງິນ​ ດີ​ຈີ​ຕອ​ນ​ໃນ ສ​ປ​ປ ລາວ ຈາກ​ພາກ​ລັດ ລະຫວ່າງ​ກົມ​ຊຳ​ລະ​ສະ​ສາງ ທ​ຫລ, ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ສະ​ຫະ​ກອນ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ກົມ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ນ້ອຍ ກະ​ຊວງ​ອຸດ​ສາ​ຫະ​ກຳ ​ແລະ ການ​ຄ້າ, ລວມທັງກົມ​ສ່ວຍ​ສາ​ອາ​ກອນ ກະ​ຊ​ວງ​ການ​ເງິນ. ໃນຂະນະທີ່ ບັນ​ດາ​ທະ​ນາ​ຄານ, ລວມທັງພາກ​ສ່ວນ​ກ່ຽວ​ຂ້ອງ ​ແລະ ບໍ​ລິ​ສັດ​ ໃນຂົງເຂດ​ເທັກ​ໂນ​ໂລ​ຊີ ​ຍັງໄດ້​ວິ​ເຄາະ​ກ່ຽວ​ກັບ​ ລະ​ບົບ​ນິ​ເວດ​ຂອງການ​ເງິນ ແລະ ຜົນ​ກະ​ທົບ​ຂອງ ດີ​ຈິີຕອ​ນ ເພື່ອຫລຸດ​ຊ່ອງ​ຫວ່າງ​ ແລະ ຄວາມສ່ຽງ ໃນກາ​ນ​ເຂົ້າ​ເຖິງ​ການບໍ​ລິ​ການ​ທາງ​ດ້ານ​ການ​ເງິນ​ຢູ່ ສ​ປ​ປ ລາວ. ນອກນີ້, ຍັງ​ມີ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ສັງ​ຄົມ​ຂອງ​ຂະ​ແໜງ​ການ​ເງິນ​ຈຸ​ລະ​ພາກ​ ໃນ ສ​ປ​ປ ລາວ, ຜົນ​ກະ​ທົບ​ຕໍ່​ລູກ​ຄ້າ ແລະ ຄວາມ​ຍືນ​ຍົງ.

ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງກາຍ​ເປັນ​ເວ​ທີ​ສະ​ແດງ​ອອກ​ຢ່າງ​ແຈ່ມ​ແຈ້ງ​ ໃນຫລາຍ​ດ້ານ​ທີ່​ຕິດ​ພັນ​ກັບການ​ເຂົ້າ​ເຖິງ​ການບໍ​ລິ​ການ​​ດ້ານ​ການ​ເງິນ ແລະ ຂົງ​ເຂດ​ໃນ​ການ​ນຳ​ໃຊ້ລະ​ບົບ​​ ດີ​ຈີ​ຕອ​ນ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ ໃນການ​ເຂົ້າ​ເຖິງ​ການບໍ​ລິ​ການ​ດ້ານ​ການ​ເງິນ ຂອງຂະ​ແໜງ​ການ​ເງິນ​ຈຸ​ລະ​ພາກ​ໃນ ສ​ປ​ປ ລາວ, ທັງ​ເປັນ​ການ​ສ້າງ​ສາຍ ​ສຳ​ພັນ​ກັບ​ຜູ້​ມີ​ສ່ວນ​ຮ່ວມ​ຕ່າງໆ ​ໃນ​ການ​ແລກ​ປ່ຽນ​ຄວາມ​ຮູ້ ແລະ ຮຽນ​ຮູ້​ກ່ຽວ​ກັບ​ທ່າ​ອ່ຽງ ​ຂອງຂົງ​ເຂດ​ໃນ​ການ​ນຳ​ໃຊ້ ​ເທັກ​ໂນ​ໂລ​ຊີ​ໃໝ່ໆ ​ຂອງ​ສະ​ຖາ​ບັນການ​ເງິນ​ຈຸ​ລະ​ພາກ ​ໃນການໃຫ້ບໍ​ລິ​ການ​​ການ​ເງິນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.