ຫວຽດນາມ ແລະ ປາແລັດສະຕິນ ຊຸກຍູ້ການພົບປະແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ

09:32 | 18/08/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ປາ​ແລັດ​ສະ​ຕິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ​ຄັ້ງ​ທີ 3 ອາຍຸ​ການ 2022 - 2027 ​ເພື່ອ​ສະຫຼຸບ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັນນັ້ນ ​ກໍວາງ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຕໍ່​ໄປ.

ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ
ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ​ເຈີ່ນຖິເຟຶອງ ​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ປາ​ແລັດ​ສະ​ຕິນ ​ໃນ​ໄລຍະ​ຜ່ານ​ມາມ ແລະ ພ້ອມ​ກັນ​ນັ້ນ ​ກໍ​ສະ​ເໜີ​ບາງ​ການ​ເຄື່ອນ​ໄຫວ​ສຳຄັນ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ສະມາຄົມ​ຄວນ​ໂຄສະນາ​ເຜີຍ​ແຜ່​ ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ປາ​ແລັດ​ສະ​ຕິນ ​ໃນ​ວົງ​ການ​ສື່​ມວນ​ຊົນ, ຊ່ວຍ​ປະຊາຊົນ​ສອງ​ປະ​ເທດ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ; ຮັກສາ​ການ​ພົວພັນ​ກັບ​ສະຖານທູດ ປາ​ແລັດ​ສະ​ຕິນ ​ໃນ​ການ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ ​ແລະ ມິດຕະພາບ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ​ກັບ​ບັນດາ​ອົງການ​ປະຊາຊົນ ​ແລະ ບັນດາ​ອົງການ​ມິດຕະພາບ​ຢູ່ ປາ​ແລັດ​ສະ​ຕີນ; ຕັ້ງໜ້າ​ຊຸກຍູ້​ການພົບປະ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ການທ່ອງທ່ຽວ...

ຫວຽດນາມ ແລະ ປາແລັດສະຕິນ ຊຸກຍູ້ການພົບປະແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ
ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລັດ ປາ​ແລັດ​ສະ​ຕິນ ປະຈຳ ຫວຽດນາມ Saadi Salama (ພາບ: TTXVN)

ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລັດ ປາ​ແລັດ​ສະ​ຕິນ ປະຈຳ ຫວຽດນາມ Saadi Salama ຢືນຢັນ​ວ່າ ປະຊາຊົນ ປາ​ແລັດ​ສະ​ຕິນ ​ຖືເປັນສຳຄັນ​ ແລະ ຕີ​ລາຄາ​ສູງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ກັບ​ປະຊາຊົນ ຫວຽດນາມ. ນີ້​ແມ່ນ​ກຳ​ລັງ​ຊຸກ​ຍູ້​ໃຫ້​ປາ​ແລັດ​ສະ​ຕິນ ​ເຊື່ອ​ໝັ້ນ​ໃນ​ອະ​ນາ​ຄົດ ແລະ ສືບ​ຕໍ່​ສູ້ຊົນ​ພັດ​ທະ​ນາ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຕໍ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ປາ​ແລັດ​ສະ​ຕິນ ນະຄອນ ຮ່າ​ໂນ້ຍ ​ທີ່ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ສຸດຈິດສຸດໃຈ ແລະ ມີ​ຄວາມ​ໝາຍ, ຊ່ວຍເພີ່ມທະສີການ​ຊຸກ​ຍູ້​​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ; ຢືນຢັນ​ວ່າ, ສະຖານທູດ ປາ​ແລັດ​ສະ​ຕິນ ຈະ​ຮ່ວມເດີນທາງ ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.