ຊຸກຍູ້ການໝູນໃຊ້ວິທະຍາສາດ ແລະເຕັກໂນໂລຢີ ປະກອບສ່ວນພັດທະນາປະເທດ

16:34 | 20/07/2022

ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນປັນຍາຊົນໜຸ່ມພາຍໃນ ແລະຕ່າງປະເທດ ຈໍານວນ 200 ຄົນ.

ຍູ້ແຮງການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ-ລາວ ຍູ້ແຮງການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ-ລາວ
ກອງປະຊຸມສະພາວິທະຍາສາດ ແລະເຕັກໂນໂລຢີ ຕີລາຄາຄຸນນະພາບຫົວເລື່ອງລະດັບຊາດ“ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ກໍາປູເຈຍ ກອງປະຊຸມສະພາວິທະຍາສາດ ແລະເຕັກໂນໂລຢີ ຕີລາຄາຄຸນນະພາບຫົວເລື່ອງລະດັບຊາດ“ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ກໍາປູເຈຍ"

ເພື່ອແນໃສ່ສືບຕໍ່ປັບປຸງ ແລະຍົກສູງບົດບາດຂອງເຄືອຂ່າຍປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ, ເພີ່ມທະວີການເຊື່ອມຕໍ່, ຮ່ວມມືພົບປະແລກປ່ຽນລະຫວ່າງຊາວໜຸ່ມ, ປັນຍາຊົນໜຸ່ມຫວຽດນາມ ພາຍໃນ ແລະຕ່າງປະເທດ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງເວທີປາໄສປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ ຄັ້ງທີ V ໃນເດືອນ ພະຈິກ 2022. ເວທີປາໄສປີນີ້ມີຫົວຂໍ້ “ປັນຍາຊົນໜຸ່ມຊຸກຍູ້ການໝູນໃຊ້ວິທະຍາສາດ ແລະເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ປະກອບສ່ວນຟື້ນຟູພັດທະນາເສດຖະກິດປະເທດ ຫຼັງໂລກລະບາດ” ເພື່ອແນໃສ່ປັບປຸງ ແລະຍົກສູງບົດບາດຂອງເຄືອຂ່າຍປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ; ເພີ່ມທະວີການເຊື່ອມຕໍ່, ຮ່ວມມືພົບປະແລກປ່ຽນລະຫວ່າງຊາວໜຸ່ມ, ປັນຍາຊົນໜຸ່ມຫວຽດນາມ ຢູ່ພາຍໃນ ແລະຕ່າງປະເທດ.

ຊຸກຍູ້ການໝູນໃຊ້ວິທະຍາສາດ ແລະເຕັກໂນໂລຢີ ປະກອບສ່ວນພັດທະນາປະເທດ
ຜູ້ແທນກົດປຸ່ມເປີດເວທີປາໄສປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ ຄັ້ງທີ IV ປີ 2021. ພາບ: vovworld.vn

ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນປັນຍາຊົນໜຸ່ມພາຍໃນ ແລະຕ່າງປະເທດຈໍານວນ 200 ຄົນ. ບັນດາຜູ້ແທນຈະສຸມໃສ່ປຶກສາຫາລື 4 ກຸ່ມຫົວຂໍ້: ສະເໜີຮູບແບບເຕີບໂຕ, ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຊຸກຍູ້ການເຕີບໂຕໄວ ແລະຍືນຍົງ; ການວາງແຜນຜັງ ແລະມາດຕະການນໍາໃຊ້ບັນດາແຜນຜັງທ້ອງຖິ່ນ, ເຂດ, ປະເທດຢ່າງມີປະສິດທິຜົນ, ຄົບຊຸດ; ເສີມຂະຫຍາຍບົດບາດຂອງປັນຍາຊົນໜຸ່ມຫວຽດນາມ ໃນການກໍ່ສ້າງພື້ນຖານວັດທະນະທໍາຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ຍົກສູງກໍາລັງຄວາມສາມາດສະກັດກັ້ນ ແລະຕ້ານໂລກລະບາດ, ຕິດພັນກັບການປ່ຽນແປງໃໝ່ລະບົບສາທາລະນະສຸກ.

ແຕ່ເດືອນ ກັນຍາ ຫາ ເດືອນ ຕຸລາ 2022, ຄະນະຈັດຕັ້ງຈະຜັນຂະຫຍາຍກອງປະຊຸມສໍາມະນາສາຂາທີ່ກ່ຽວຂ້ອງເຖິງບັນດາກຸ່ມຫົວຂໍ້ນີ້ແບບທາງໄກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.