ແບບຢ່າງອັນດີເດັ່ນໃນວຽກງານປົກປັກຮັກສາຊາຍແດນ ແລະຫຼັກໝາຍຊາຍແດນ

12:03 | 21/08/2019

ຍສໝ - ດຳລົງຊີວິດ ຢູ່ ໝູ່ ບ້ານ 3, ຕາແສງແທັງຮວ່າ, ເມືອງບູ່ດົບ (ບິ່ງເຟືອກ), ທ່ານ ຫງວ໋ຽນ ວັນ ຟືກ (ເກີດປີ 1950) ແມ່ນແບບຢ່າງທີ່ພົ້ນເດັ່ນ ໃນການເຂົ້າຮ່ວມການປ້ອງກັນຊາຍແດນ ແລະ ຫູັກໝາຍຊາຍແດນ ກໍ່ຄືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ. ໃນຊຸມປີທີ່ຜ່ານມາ, ປະຊາຊົນຢູ່ທີ່ນີ້ໄດ້ມອບຄວາມເຄົາລົບ ແລະ ຮັກແພງ ໃຫ້ທ່ານ ຟືກ, ເບິ່ງທ່ານເປັນຕົວຢ່າງທີ່ສ່ອງແສງໃຫ້ທຸກຄົນເຮັດຕາມ.

ແບບຢ່າງອັນດີເດັ່ນໃນວຽກງານປົກປັກຮັກສາຊາຍແດນ ແລະຫຼັກໝາຍຊາຍແດນ

ທ່ານ ຟຶກ ຮ່ວມກັບ ພະນັກງານຄ້າຍທະຫານປ້ອງກັນຊາຍແດນ ແທັງຮວ່າ ໄດ້ກວດກາ ຫຼັກໝາຍຊາຍແດນ 65/30 . ( ພາບ: ໂຮ່ຟຸກ)

ນັບແຕ່ມາອາໄສ ກໍ່ຄືດຳລົງຊີວິດ ຢູ່ ໜ່ວຍ 3, ຕາແສງແທັງຮວ່າ, ທ່ານ ຟຶກ ແມ່ນຜູ້ໜຶ່ງທີ່ເປັນແບບຢ່າງ, ຕື່ນຕົວເຂົ້າໃນຂະບວນການການເຄື່ອນໄຫວຂອງປະຊາຊົນໃນການປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງຊາຍແດນ. ໃນແຕ່ລະມື້, ເພີ່ນໄດ້ໂຄສະນາ, ປຸກລະດົມຍາດພີ່ນ້ອງ, ເພື່ອນບ້ານ ໃຫ້ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງ, ປະຕິບັດຕາມກົດລະບຽບ, ກົດໝາຍຢ່າງເຂັ້ມງວດ, ມີສ່ວນຮ່ວມໃນການປົກປັກຮັກສາຊາຍແດນ ແລະ ຫຼັກໝາຍຊາຍແດນ.

ໂອ້ລົມກັບນັກຂ່າວ, ທ່ານ ຟືກ ໄດ້ໃຫ້ຮູ້ວ່າ: “ ໃນຖານະເປັນສະມາຊິກພັກ, ເຄີຍເປັນທະຫານ ລຸງໂຮ່, ສະນັ້ນເມື່ອມາອາໄສ ຢູ່ ຊາຍແດນແຫ່ງນີ້, ຂ້າພະເຈົ້າຄິດວ່າຕົນເອງຕ້ອງປະຕິບັດຕາມແນວທາງ, ນະໂຍບາຍຂອງພັກ, ຂໍ້ກຳນົດຂອງກົດໝາຍໃຫ້ໄດ້ເປັນຢ່າງດີ, ຮ່ວມແຮງຮ່ວມໃຈຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພໃນພື້ນທີ່ເພື່ອໃຫ້ທຸກຄົນປະຕິບັດຕາມ. ຂ້ອຍຄິດຢູ່ສະເໝີ ຂ້ອຍຍັງມີສຸຂະພາບເຂັ້ມແຂງ, ແມ່ນຍັງສາມາດອຸທິດ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນບ່ອນທີ່ຂ້ອຍອາໄສຢູ່, ຄືຮັກສາຄວາມສະຫງົບໃນຊີວິດການເປັນຢູ່ ແລະ ຄອບຄົວຂອງຍາດຕິພີ່ນ້ອງຂອງຂ້ອຍ”.

ຮູ້ວ່າ, ທ້າວ ຟຶກ, ມີຖິ່ນກຳເນີດ ຢູ່ ແຂວງແທັງຮວ໋າ, ເຂົ້າເປັນທະຫານໃນປີ 1968, ແລະ ຖືກສົ່ງໄປຮ່ວມຕໍ່ສູ້ ຊ່ວຍເຫຼືອເພື່ອນລາວ, ປີ 1983, ທ່ານໄດ້ຮັບແບ່ງປັນໜ້າທີ່ ກັບມາ ແຂວງບິ່ງເຟືອກເ ຮັດວຽກ ຢູ່ ກອງພົນທີ 15. ປີ 2012, ຄອບຄົວຂອງເພິ່ນໄດ້ຍ້າຍໄປ ຢູ່ໜ່ວຍ 3, ຕາແສງແທັງຮວາ..

ເມື່ອເວົ້າເຖິງທ່ານຟຶກ, ພັນເອກ ເລືອງເຊີນ, ສະມາຊິກການເມືອງທະຫານຊາຍແດນແທັງຮວາ ໃຫ້ຮູ້ວ່າ:“ ໃນທຸກໆໄຕມາດ, ທ່ານ ຟຶກ ໄດ້ຮ່ວມກັບ ໜ່ວຍລາດຕະເວນຕາມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ. ພ້ອມກັນນັ້ນ, ທ່ານຍັງໄດ້ຮ່ວມມືຢ່າງຈິງຈັງກັບຄະນະປະຕິບັດງານທ້ອງຖິ່ນ, ໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນໃຫ້ປະຕິບັດຕາມກົດລະບຽບ, ກົດໝາຍຊາຍແດນ ແລະ ບ່ອນທີ່ພວກເຂົາອາໄສຢູ່, ແນະນຳຕັກເຕືອນໃຫ້ປະຊາຊົນ ບໍ່ໃຫ້ຟັງຄົນບໍ່ດີກະຕຸ້ນ, ບໍ່ສ້າງຄວາມແຕກແຍກ ລະຫວ່າງ ປະຊາຊົນທັງສອງຝັ່ງຊາຍແດນ. ໃນແຕ່ລະກິດຈະກຳ ກໍ່ຄືການເຄື່ອນໄຫວ, ລຸງ ຟຶກ ໄດ້ຜັນຂະຫຍາຍໄດ້ເປັນຢ່າງດີ ບົດບາດ, ຄວາມຮັບຜິດຊອບ,ຄວາມເຊື່ອໝັ້ນຂອງຕົນໃນການລະດົມປະຊາຊົນ. ຍ້ອນເຫດຜົນດັ່ງກ່າວ, ປະຊາຊົນເຂົ້າໃຈບົດບາດ ສຳຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນພື້ນທີ່.

ພ້ອມນີ້ກໍ່ຍັງມີການແບ່ງປັນຂອງ ພັນເອກ ເລືອງ ເຊີນ ວ່າ: ກ່ວາ 9 ປີທີ່ຜ່ານມາ, ຄ້າຍທະຫານຊາຍແດນ ແທັງຮວາ ໄດ້ຮ່ວມມືກັບສະຫະພັນແມ່ຍິງເມືອງ ແທັງຮວາ ໄດ້ສ້າງຕັ້ງສະໂມສອນ“ ແສງປະກາຍຢູ່ຊາຍແດນ”, ເພື່ອໂຄສະນາແລະປຸກລະດົມບັນດາຄອບຄົວ ປະຊາຊົນໃນໜ່ວຍຮ່ວມກັນກໍ່ສ້າງຊົນນະບົດໃໝ່, ຕັ້ງໜ້າກ່າວຮ້ອງເຖິງການກະທຳຜິດ ແລະ ລະເມີດກົດໝາຍ.

ເປັນທີ່ຮູ້ກັນວ່ານອກ ເໜືອ ຈາກການໂຄສະນາເຜີຍແຜ່ ສຸມໃສ່ແນວທາງຂອງພັກ, ນະໂຍບາຍກົດໝາຍ ຂອງລັດ ທີ່ ຄ້າຍທະຫານປ້ອງກັນຊາຍແດນ ແທັງຮວ່າ ປະສານສົມທົບກັບຕາແສງ ແທັງຮວາປະຕິບັດ, ທ່ານ ຟືກ ໄດ້ປະສານສົມທົບກັບທີມງານປະຕິບັດງານພາຍໃນເມືອງລົງໄປເຖິງແຕ່ລະຄົວເຮືອນ ເພື່ອໂຄສະນາ ເຜີຍແຜ່ ດຳລັດ ເລກທີ 34, ວັນທີ 29 ເມສາ 2014 ຂອງລັດຖະບານ ວ່າດ້ວຍລະບຽບການກ່ຽວກັບເຂດຊາຍແດນ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຄຳສັ່ງແນະ ນຳຂອງນາຍົກລັດຖະມົນຕີ ສະບັບເລກທີ 01, ວັນທີ 9 ມັງກອນ 2015 "ກ່ຽວກັບການຈັດຕັ້ງຂະບວນການ-ການເຂົ້າຮ່ວມໃນການປົກປ້ອງອະທິປະໄຕດິນແດນ ແລະ ຄວາມ ໝັ້ນຄົງຊາຍແດນແຫ່ງຊາດໃນສະພາບການໃໝ່", ແລະ ບັນດາສົນທິສັນຍາ , ກົດລະບຽບຊາຍແດນ ... ເພື່ອໃຫ້ພໍ່ແມ່ປະຊາຊົນເຂົ້າໃຈຢ່າງຈະແຈ້ງ ແລະ ຈັດຕັ້ງປະຕິບັດ.

ທ່ານ ຟຶກ ກ່າວວ່າ: "ຢູ່ເຂດຊາຍແດນແຫ່ງນີ້ ຊີວິດການເປັນຢູ່ແມ່ນມີຄວາມຫຍຸ້ງຍາກຫຼາຍ, ຫຼາຍຄອບຄົວຕ້ອງເຮັດວຽກ ເປັນກຳ ມະກອນຮັບຈ້າງ ໝົດມື້, ຫຼາຍກອງປະຊຸມຂອງທະຫານຊາຍແດນ, ໜ່ວຍ, ຕາແສງຈັດຂື້ນ ແຕ່ພໍ່ແມ່ປະຊາຊົນ ບໍ່ສາມາດເຂົ້າຮ່ວມໄດ້. ສະນັ້ນ, ການປະສານສົມທົບກັບ ເຈົ້າ ໜ້າທີ່ທະຫານຊາຍແດນ ເພື່ອໂຄສະນາເຜີຍແຜ່ ເປັນແຕ່ລະບຸກຄົນ, ແຕ່ລະຄົວເຮືອນ ໄດ້ຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ປະຕິບັດຕາມແນວທາງຂອງພັກ, ນະໂຍບາຍ, ກົດໝາຍ ຂອງພັກ-ລັດ ຢ່າງເຂັ້ມງວດ ກ່ຽວກັບລະບຽບການ, ກົດລະບຽບກ່ຽວກັບຊາຍແດນ, ຈາກນັ້ນ ເປັນບ່ອນອີງໃຫ້ພໍ່ແມ່ປະຊາຊົນ ບໍ່ຫູເບົາຟັງການຕວະຍວົະຫຼອກ ລວງຂອງຄົນບໍ່ດີ.

ແບບຢ່າງອັນດີເດັ່ນໃນວຽກງານປົກປັກຮັກສາຊາຍແດນ ແລະຫຼັກໝາຍຊາຍແດນ

ທ່ານ ຟຶກ ຮ່ວມກັບບັນດາສະມາຊິກຂອງສະໂມສອນ“ ແສງປະກາຍຢູ່ຊາຍແດນ” ຊ່ວຍເຫຼືອ ແລະ ອຸ້ມຊູຍູ້ໜູນ ແບ້ແນວພັນໃຫ້ແກ່ປະຊາຊົນ ຢູ່ ໜ່ວຍ 3, ຕາແສງແທັງຮວາ. (ພາບ: ໂຮ່ຟຸກ)

ທ່ານນາງ ຫງວຽ໋ນ ທິ ກິມ ລວານ (ເກີດປີ 1970), ປະທານສະໂມສອນ“ ແສງປະກາຍຢູ່ຊາຍແດນ” ໃຫ້ຮູ້ວ່າ:“ ບັນດາການເຄື່ອນໄຫວຂອງສະໂມສອນ“ ແສງປະກາຍຢູ່ຊາຍແດນ” ໃນຊຸມປີມໍ່ໆມານີ້ໄດ້ ນຳມາເຊິ່ງ ຜົນສຳເລັດ ແລະ ໝາກຜົນຕົວຈິງ, ອຳນາດການປົກຄອງຕາແສງ, ເມືອງ ຕີລາຄາສູງ. ເພື່ອຈະໃຫ້ໄດ້ຜົນສຳເລັດ ກໍ່ຄື ໝາກຜົນນັ້ນ, ມັນຈຳ ເປັນຕ້ອງເວົ້າເຖິງບົດບາດຂອງ ທ່ານ ຟຶກ. ໃນໄລຍະທີ່ຜ່ານມາ, ຫຼາຍກໍລະນີເຊັ່ນ: ຂໍ້ພິພາດ, ຂໍ້ຂັດແຍ່ງ ລະຫວ່າງ ຄົວເຮືອນ ຫຼື ສະມາຊິກຄອບຄົວ ກໍ່ເກີດຂື້ນໃນທ້ອງຖິ່ນ, ທ່ານ ຟຶກ ໄດ້ຕື່ຕົວເສນາທິການ ຢ່າງຈິງຈັງໃຫ້ແກ່ສະໂມສອນ, ກໍ່ຄື ອຳ ນາດການປົກຄອງບ້ານ. ວິທີແກ້ໄຂໃຫ້ທັນເວລາ. ໂດຍສະເພາະ, ທ່ານ ຟຶກ ຍັງເປັນບຸກຄົນທີ່ມີຄວາມຫ້າວຫັນຮ່ວມມືກັບ ກຳລັງປ້ອງກັນຊາຍແດນໃນການໂຄສະນາ ແລະ ປຸກລະດົມ ຄອບຄົວທີ່ອາໄສຢູ່ໃກ້ເຂດຊາຍແດນ ໜ່ວຍ 3 ຈຳນວນ 25 ຄອບຄົວ ລົງນາມໃນຄຳໝັ້ນສັນຍາ ໃນການຄຸ້ມຄອງຊາຍແດນ ແລະ ຫຼັກໝາຍຊາຍແດນ ແຫ່ງຊາດໂດຍອີງຕາມຄຳສັ່ງເລກທີ 01 ຂອງນາຍົກລັດຖະມົນຕີ. ບັນດາຄວາມພະຍາຍາມຂອງທ່ານໄດ້ປະກອບສ່ວນສ້າງຄວາມສາມັກຄີ, ຮັດແໜ້ນ ລະຫວ່າງ ລັດຖະບານ ແລະ ປະຊາຊົນ ກໍ່ຄືສະມາຊິກສະໂມສອນໃນການຮ່ວມມືກັນ, ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງ. ລຸງ ຟຶກ ແມ່ນຕົວຢ່າງທີ່ສະຫວ່າງສະໄຫວໃນການປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງຊາຍແດນເພື່ອໃຫ້ປະຊາຊົນປະຕິບັດຕາມ.”

ປີນີ້ເຖິງວ່າເພິ່ນຈະມີອາຍຸເກືອບ 70 ປີ ແລ້ວ, ແຕ່ບັນຫາການເຈັບເສັ້ນ, ຫຼັງແອວ ບໍ່ສາມາດກີດຂວາງຄວາມກະຕືລືລົ້ນ ແລະ ຄວາມຮູ້ສຶກຂອງຄວາມຮັບຜິດຊອບຂອງ ທ່ານ ຟຶກ ຕໍ່ກັບພາລະກິດປົກປ້ອງອະທິປະໄຕດິນແດນ ແລະ ຄວາມໝັ້ນຄົງຊາຍແດນແຫ່ງຊາດ. ສົມທົບກັບອຳ ນາດການປົກຄອງທ້ອງຖິ່ນ ແລະ ພະນັກງານຄ້າຍທະຫານປ້ອງກັນຊາຍແດນ ແທັງຮວາ, ທ່ານ ຟຶກແມ່ນ ກຳລັງ ໜູນ ທີ່ໜ້າເຊື່ອຖື ແມ່ນປັດໃຈ ສຳຄັນປະກອບສ່ວນຮັບປະກັນຄວາມສະຫງົບສຸກຂອງປະຊາຊົນພາຍໃນເມືອງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.