ເຊກອງສະເໜີງົບໃຊ້ຈ່າຍກອບກູ້ສຸກເສີນ 650 ລ້ານກີບ

21:11 | 30/09/2019

ຍສໝ - ແຂວງເຊກອງໄດ້ສະເໜີຕໍ່ຄະນະກຳ ມະການສະເພາະກິດແກ້ໄຂໄພພິບັດ ແຫ່ງຊາດຂໍຄວາມຊ່ວຍເຫຼືອດ້ານວັດຖຸຕ່າງໆ ເພື່ອສືບຕໍ່ຊ່ວຍເຫຼືອປະຊາ ຊົນໄປໃຫ້ກ້າວໄປສູ່ສະພາວະປົກກະຕິ ແລະ ມີຊີວິດທີ່ດີຂຶ້ນເທື່ອລະກ້າວ, ສະເໜີງົບປະມານໃນການໃຊ້ຈ່າຍ ກອບກູ້ສຸກເສີນ ປະມານ 650 ລ້ານ ກີບ.

ໃນອາທິດທີ່ຜ່ານມາແຂວງເຊກອງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນ ໄຫວວຽກງານໄພພິບັດນໍ້າຖ້ວມ ຢູ່ແຂວງເຊກອງ ໂດຍການເປັນ ປະທານຂອງ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ທັງເປັນປະທານຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນ ແຂວງ.

ເຊກອງສະເໜີງົບໃຊ້ຈ່າຍກອບກູ້ສຸກເສີນ 650 ລ້ານກີບ

ຊກອງສະເໜີງົບໃຊ້ຈ່າຍກອບກູ້ສຸກ ເພື່ອຜ່ານຜົນສະທ້ອນພາຍຫລັງນ້າຖ້ວມ. (ພາບ: ໜັງສືພິມວຽງຈັນທາຍ)


ທ່ານ ຄຳສອນ ກອນເຢີ ຫົວໜ້າພະ ແນກແຮງງານ ແລະ ສະຫວັດດີ ການສັງຄົມ ທັງເປັນຮອງປະທານຄະນະກຳ ມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ໄດ້ລາຍງານບົດສະຫຼຸບການເຄື່ອນ ໄຫວວຽກງານໄພພິບັດນໍ້າຖ້ວມ ພາຍໃນແຂວງວ່າ: ຜົນເສຍຫາຍ ຈາກການເກີດໄພພິບັດນໍ້າຖ້ວມໃນຄັ້ງນີ້ ໄດ້ມີຜົນກະທົບຕໍ່ ປະຊາຊົນຫຼາຍກວ່າ 86,000 ຄົນ ໃນ 4 ຕົວເມືອງ, 145 ບ້ານ ກວມເອົາ 73% ຂອງບ້ານທັງໝົດໃນທົ່ວແຂວງ. ມີ 2 ເມືອງທີ່ເສຍຫາຍໜັກຄື ເມືອງ ດາກຈຶງ ແລະ ບ້ານກະລຶມ. ລວມມູນຄ່າຄວາມເສຍຫາຍທັງໝົດ 124 ຕື້ກວ່າກີບ, ໜັກກວ່າໝູ່ແມ່ນ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ເສຍຫາຍ 92,54 ຕື້ກີບ, ຮອງລົງມາແມ່ນຂະແໜງກະສິກໍາ ແລະ ປ່າໄມ້ ເສຍຫາຍ 18 ຕື້ກີບ, ສາທາລະນະສຸກ 5,46 ຕື້ກີບ, ສຶກສາທິການ ແລະ ກິລາ 1,94 ຕື້ກີບ, ພະລັງງານ ແລະ ບໍ່ແຮງ 3,5 ຕື້ກີບ, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 1,4 ຕື້ກີບ ແລະ ອື່ນໆ.


ຜ່ານມາໄດ້ຮັບການຊ່ວຍເຫຼືອຈາກທົ່ວສັງຄົມ ເປັນເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ ຫຼາຍກວ່າ 578 ລ້ານກີບ, ເປັນເງິນສົດ 822,511,300 ກີບ ໃນນີ້ໄດ້ຮັບຈາກງົບປະມານຂອງລັດ 69,811,300 ກີບ ແລະ ຈາກການປະ ກອບສ່ວນຂອງສັງຄົມ 752,700,000 ກີບ. ທ່ານ ຄຳສອນ ຍັງໄດ້ລາຍງານຕື່ມ ອີກວ່າ: ຈະປະສານສົມທົບກັບຄະ ນະກກຳມະການສະເພາະກິດແກ້ໄຂ ໄພພິບັດແຫ່ງຊາດ ໃນການຂໍຄວາມ ຊ່ວຍເຫຼືອດ້ານວັດຖຸຕ່າງໆ ເພື່ອສືບຕໍ່ຊ່ວຍເຫຼືອປະຊາຊົນ, ສະເໜີງົບປະມານໃນການໃຊ້ຈ່າຍ ກອບກູ້ສຸກເສີນ ປະມານ 650 ລ້ານກີບ ແລະ ສືບຕໍ່ແບ່ງງົບປະມານທີ່ໄດ້ຈາກ ການປະກອບສ່ວນໃຫ້ແກ່ ບັນດາເມືອງທີ່ໄດ້ຮັບຜົນກະທົບ ເພື່ອສືບຕໍ່ແກ້ໄຂສຸກເສີນໃຫ້ທັນເວ ລາ, ແກ້ໄຂຟື້ນຟູລະບົບຄົມມະນາຄົມ ເສັ້ນທາງ - ຂົວ ແລະ ທຸກວຽກງານ ກ່ຽວຂ້ອງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.