ສະມາ​ຄົມ​ປຶ້ມ ຮ່າ​ໂນ້ຍ ກັບ​ຄືນ​ຫາຜູ້ອ່ານນະ​ຄອນຫຼວງ​ໃນ​ເດືອນ​ຕຸ​ລາ​ຈະ​ມາ​ເຖິງ

06:30 | 28/06/2022

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ປະ​ກາດ​ແຜນ​ການ​ຈັດ​ຕັ້ງ​ສະ​ມາ​ຄົມ​ປຶ້ມ​ຮ່າ​ໂນ້ຍຄັ້​ງ​ທີ VII ປີ 2022 ດ້ວຍ​ຫົວ​ຂໍ້ “ການ​ສື່​ສານ ແລະ ການ​ເຊື່ອມ​ໂຍງ” ​ເຊິ່ງຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 7 – 9 ຕຸ​ລາ ​ຢູ່​ເຂດ​ຖະ​ໜົນ​ຄົນ​ຍ່າງ, ເມືອງ​ຮ່​ວານ​ກຽມ.

ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່ ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່
3 ຮ້ານ pub ​ເພື່ອນັ່ງ chill  ​ຢູ່​ ຮ່າ​ໂນ້ຍ​ 3 ຮ້ານ pub ​ເພື່ອນັ່ງ chill ​ຢູ່​ ຮ່າ​ໂນ້ຍ​
ສະມາ​ຄົມ​ປຶ້ມ ຮ່າ​ໂນ້ຍ ກັບ​ຄືນ​ຫາຜູ້ອ່ານນະ​ຄອນຫຼວງ​ໃນ​ເດືອນ​ຕຸ​ລາ​ຈະ​ມາ​ເຖິງ
ພາບ​ປະ​ກອບ​: kinhtedothi.vn

ສະ​ມາ​ຄົມ​ປຶ້ມ ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ສ້າງ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ອ່ານ​ຂອງ​ປະ​ຊາ​ຊົນ​ນະ​ຄອນຫຼວງ, ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ໜູນ​ຊ່ວຍ​ບັນ​ດາ​ໜ່ວຍ​ງານ​ພິມ​ຈຳ​ໜ່າຍ, ແຈກ​ຢາຍ​ປຶ້ມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ມາ​ຄົມ​ປຶ້ມ​ຄັ້ງ​ນີ້​ຈະ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້ “ການ​ສື່​ສານ ແລະ ເຊື່ອມ​ໂຍງ”, ບັນ​ດາ​ເຂດ​ແນະ​ນຳ​ປຶ້ມ​ຂອງ​ບັນ​ດາ​ໂຮງ​ພິມ​ຈຳ​ໜ່າຍ, ວິ​ສາ​ຫະ​ກິດ​​ຈຳ​ໜ່າຍ ຄາດ​ວ່າຈະ​ມີ​ຮ້ານ​ວາງ​ສະ​ແດງບັນ​ລຸ​ມາດ​ຖານ ແຕ່ 200 – 500 ຮ້ານ, ບັນ​ດາ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ເປີດ​ຕົວ​ປຶ້ມ, ການ​ເຄື່ອນ​ໄຫວ​ພົວ​ພັ​ນ​ແລກ​ປ່ຽນ ລິ​ຂະ​ສິດ, ບັນ​ດາ​ລາຍການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ສອບ​ເສັງ ແລະ ການ​ເຄື່ອນ​ໄຫວ​ຕ່າງໆ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.