ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ຢາ​ສະ​ໝຸນ​ໄພ​ຫວຽດນາມ ຢູ່​ຕະຫຼາດ​ຍີ່ປຸ່ນ

07:00 | 17/06/2022

ຍ​ສ​ໝ - ຫ້ອງການການຄ້າຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ: ຄວາມສາມາດບົ່ມຊ້ອນດ້ານຢາສະໝຸນໄພຂອງ ຫວຽດນາມ ຢູ່ ຍີ່ປຸ່ນ ແມ່ນໃຫຍ່ຫຼວງ, ບໍລິສັດການຢາ ຍີ່ປຸ່ນ ຫຼາຍແຫ່ງໄດ້ສະແດງຄວາມປາດຖະໜາຢາກນຳເຂົ້າຢາສະໝຸນໄພຂອງ ຫວຽດນາມ.

ຈະ​ມີ​ລົດ​ໃຫຍ່ 1.700 ຄັນ​ເຂົ້າ​ຮ່ວມ​ການຕໍ່ປະກອບເປັນແຜນ​ທີ່​ຂອງ​ຫວຽດ​ນາມ ຈະ​ມີ​ລົດ​ໃຫຍ່ 1.700 ຄັນ​ເຂົ້າ​ຮ່ວມ​ການຕໍ່ປະກອບເປັນແຜນ​ທີ່​ຂອງ​ຫວຽດ​ນາມ
ອ່າວແຫ່ງ​ຄວາມ​ຮັກ ສະ​ຖານ​ທີ່ ທີ່​ເປັນ​ໜ້າ check-in ຢູ່ 'downtown' ໃໝ່​ຂອງນະ​ຄອນ​ໂຮ່​ຈີ​ມິນ ອ່າວແຫ່ງ​ຄວາມ​ຮັກ ສະ​ຖານ​ທີ່ ທີ່​ເປັນ​ໜ້າ check-in ຢູ່ 'downtown' ໃໝ່​ຂອງນະ​ຄອນ​ໂຮ່​ຈີ​ມິນ
ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ຢາ​ສະ​ໝຸນ​ໄພ​ຫວຽດນາມ ຢູ່​ຕະຫຼາດ​ຍີ່ປຸ່ນ
ພາບ​ປະ​ກອບ: TTXVN

ຕາມ​ສະຖິຕິ​ຂອງ​ດ່ານ​ພາສີ​ຍີ່ປຸ່ນ, ປີ 2021, ວົງ​ເງິນ​ສົ່ງ​ອອກ​ຢາສະໝຸນໄພ​ຂອງ​ຫວຽດນາມ​ໄປ​ຍັງ​ຍີ່ປຸ່ນ​ຈະ​ບັນລຸ 8,6 ລ້ານ USD. ຫ້ອງການການຄ້າຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ: ຄວາມສາມາດບົ່ມຊ້ອນດ້ານຢາສະໝຸນໄພຂອງ ຫວຽດນາມ ຢູ່ ຍີ່ປຸ່ນ ແມ່ນໃຫຍ່ຫຼວງ, ບໍລິສັດການຢາ ຍີ່ປຸ່ນ ຫຼາຍແຫ່ງໄດ້ສະແດງຄວາມປາດຖະໜາຢາກນຳເຂົ້າຢາສະໝຸນໄພຂອງ ຫວຽດນາມ.

ຍີ່ປຸ່ນ​ໄດ້​ນຳ​ເຂົ້າ​ຢາ​ສະ​ໝຸນ​ໄພ​ຈາກ​ຫວຽດນາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ນັ້ນ​ມີ​ບັນດາປະເພດຕົ້ນໄມ້ ​ແລະ ສ່ວນ​ຕ່າງໆ​ເຊັ່ນ: ​ຕົ້ນກັນຊາ, ກະທຽມ​ດຳ, ໝາກ​ພິກ​ໄທດຳ, ເຄື່ອງເທບ, ຂີງ, ຂີ້ໝິ້ນ, ໝາກງາ, ໝາກ​ຖົ່ວ, ປາມຶກ, ເປືອກຫອຍ​ນາງ​ລົມ... ບັນດາສະໝຸນໄພ ແລະ ເຄື່ອງເທດຂອງຫວຽດນາມ ທີ່ມີອັດຕາສ່ວນສູງໃນວົງເງິນການນໍາເຂົ້າທັງໝົດຂອງ ຍີ່ປຸ່ນ ແມ່ນເປືອກແຂງຊ້ອນລຽນກັນ (ກວມເອົາ 14,9%), ໝາກພິກໄທດຳ (9,3%) ແລະ ໝາກຖົ່ວດາວ (4,1%).

ຕາມ​ໂຄງການ​ພັດທະນາ​ອຸດສາຫະກຳ​ການ​ຢາ, ຜະລິດ​ຢາສະໝຸນໄພ​ຢູ່​ພາຍ​ໃນ​ປະ​ເທດ​ຮອດ​ປີ 2030, ​ວິ​ໄສ​ທັດ​ຮອດ​ປີ 2045, ​ໄດ້​ປະກາດ​ໃຊ້​ຕາມ​ມະຕິ​ຕົກລົງ​ສະບັບ​ເລກທີ 376 ລົງ​ວັນ​ທີ 17 ມີນາ 2021, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ວາງ​ອອກ​ຄາດໝາຍ​ກໍ່ສ້າງ 8 ຂົງ​ເຂດ​ຂຸດ​ຄົ້ນ​ແບບ​ຍືນ​ຍົງຂອງຢາສະຫມຸນໄພທໍາມະຊາດ ແລະ ຈາກ 2 ຫາ 5 ພື້ນທີ່ສໍາລັບການຜະລິດຢາສະຫມຸນໄພຂະຫນາດໃຫຍ່; ພັດທະນາການຜະລິດສິນຄ້າ ແລະ ຜະລິດຕະພັນຢາຈາກພືດສະໝຸນໄພ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.