ໜູນ​ຊ່ວຍ​ການ​ລ້ຽງ​ສັດ​ໃຫ້​ແກ່​ຄອບ​ຄົວ​ຢູ່​ເມືອງ ເທື່ອງ​ຊວນ, ແຂວງ ແທງ​ຮວ໋າ

06:57 | 08/06/2022

ຍສໝ - ການເຄື່ອນໄຫວນີ້ແມ່ນຢູ່ໃນຂອບເຂດໂຄງການໜູນຊ່ວຍຊີວິດການເປັນຢູ່ຂອງ ບັນດາຄອບຄົວທຸກຍາກ, ດ້ວຍມູນຄ່າກວ່າ 2,29 ຕື້ດົ່ງ, ໂດຍອົງການ World Vision ຫວຽດນາມ ແລະ ກຸ່ມບໍລິສັດ Mavin ສົມທົບກັນປະຕິບັດໃນໄລຍະ ໄລຍະ 2022 – 2024.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ຈະ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 27-29 ເມສາ
EU ໜູນ​ຊ່ວຍ​ກວາງ​ບິ່ງ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວດ​ລ້ອມ​ໃຫ້​ແກ່​ແມ່​ຍິງ, ເດັກ​ນ້ອຍ ແລະ ພໍ່ແມ່ປະຊາຊົນຊົນ​ເຜົ່າ​ສ່ວນ​ໜ້ອຍ EU ໜູນ​ຊ່ວຍ​ກວາງ​ບິ່ງ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວດ​ລ້ອມ​ໃຫ້​ແກ່​ແມ່​ຍິງ, ເດັກ​ນ້ອຍ ແລະ ພໍ່ແມ່ປະຊາຊົນຊົນ​ເຜົ່າ​ສ່ວນ​ໜ້ອຍ

​ເດືອນ​ພຶດສະພາ​ຜ່ານ​ມາ, ຢູ່​ເມືອງ​ ເທື່ອງ​ຊວນ, ອົງການ World Vision ຫວຽດນາມ ​ໄດ້ສົມທົບ​ກັບ​ກຸ່ມ​ບໍລິສັດ Mavin ໜູນ​ຊ່ວຍອາຫານສັດໃຫ້​ຄອບຄົວ​ລ້ຽງ​ເປັດ​ທີ່​ມີ​ອາຍຸ​ແຕ່ 22-30 ວັນ​ ຈຳນວນ 19.760 ກິ​ໂລ, ລວມມູນ​ຄ່າ​ເກືອບ 242,2 ລ້ານ​ດົ່ງ.

ໜູນ​ຊ່ວຍ​ການ​ລ້ຽງ​ສັດ​ໃຫ້​ແກ່​ຄອບ​ຄົວ​ຢູ່​ເມືອງ ເທື່ອງ​ຊວນ, ແຂວງ ແທງ​ຮວ໋າ
ໜູນ​ຊ່ວຍ​ການ​ລ້ຽງ​ສັດ​ໃຫ້​ແກ່​ຄອບ​ຄົວ​ຢູ່​ເມືອງ ເທື່ອງ​ຊວນ, ແຂວງ ແທງ​ຮວ໋າ. ພາບ: thoidai.com.vn

ຄຽງ​ຄູ່​ກັບ​ການ​ໜູນ​ຊ່ວຍ​ອາຫານ​ສັດ, ອົງການ World Vision ຫວຽດນາມ, ກຸ່ມບໍລິສັດ Mavin ​ແລະ ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ຍັງ​ດຳ​ເນີນ​ການ​ກວດກາ ​ແລະ ຊີ້​ນຳ​ປະຊາຊົນ​ນຳ​ໃຊ້​ຢາ​ບາງຊະນິດ​ເພື່ອ​ປ້ອງ​ກັນ​ພະຍາດ​ເປັດ. ພາຍຫຼັງ​ລ້ຽງ​ເປັດ​ໄດ້ 15 ວັນ, ນ້ຳ​ໜັກ​ສະ​ເລ່ຍ​ຂອງ​ເປັດ​ໃນບັນດາຕາແສງ​ບັນ​ລຸ 900-950 ກຣາມ/ໂຕ.

ການເຄື່ອນໄຫວນີ້ແມ່ນຢູ່ໃນຂອບເຂດໂຄງການໜູນຊ່ວຍຊີວິດການເປັນຢູ່ຂອງ ບັນດາຄອບຄົວທຸກຍາກ, ດ້ວຍມູນຄ່າກວ່າ 2,29 ຕື້ດົ່ງ, ໂດຍອົງການ World Vision ຫວຽດນາມ ແລະ ກຸ່ມບໍລິສັດ Mavin ສົມທົບກັນປະຕິບັດໃນໄລຍະ ໄລຍະ 2022 – 2024.

​ໃນ​ປີ 2022 ນີ້, ​ໂຄງການ​ຈະ​ສະໜອງ​ຊຸດ​ໜູນ​ຊ່ວຍ​ລວມມີ ​ເປັດ 12.000 ​ໂຕ, ອາຫານ​ສັດກວ່າ 40 ​ໂຕນ ພ້ອມດ້ວຍ​ຢາ​ສັດຕະວະ​ແພດ ​ແລະ ຝຶກ​ອົບຮົມ​ການ​ຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ໃຫ້ 120 ຄອບຄົວ​ທຸກ​ຍາກ​ຢູ່​ທ້ອງ​ຖິ່ນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.