ເສດຖະກິດນະຄອນໂຮ່ຈິມິນ ສືບຕໍ່ເຕີບໂຕຢ່າງຕັ້ງໜ້າ

07:30 | 06/06/2022

ຍສໝ-ເສດຖະກິດໃນ 5 ​ເດືອນ​ຕົ້ນ​ປີຂອງ ນະຄອນໂຮ່ຈິມິນ ​ໄດ້​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ ​ແລະ ມີການຟື້ນ​ຟູ​ຢ່າງ​ວ່ອງ​ໄວ. ນັ້ນ​ແມ່ນ​ການ​ຕີ​ລາຄາ​ຂອງ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໃນ​ກອງ​ປະຊຸມ​ເສດຖະກິດ - ສັງຄົມ 5 ​ເດືອນ​ຕົ້ນ​ປີ.

ໂຮນລັງ ແລະ UNDP ຮ່ວມມືຊຸກຍູ້ການຫັນເປັນເສດຖະກິດໝູນວຽນຢູ່ຫວຽດນາມ ໂຮນລັງ ແລະ UNDP ຮ່ວມມືຊຸກຍູ້ການຫັນເປັນເສດຖະກິດໝູນວຽນຢູ່ຫວຽດນາມ
ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ
ເສດຖະກິດນະຄອນໂຮ່ຈິມິນ ສືບຕໍ່ເຕີບໂຕຢ່າງຕັ້ງໜ້າ

ພາບປະກອບ (ພາບ: congan.com.vn)

ລະອຽດ, ອັດຕາການເຕີບໂຕເສດຖະກິດໃນໄຕມາດ 2 ປີ 2022 ຂອງ ນະຄອນໂຮ່ຈິມິນ ຄາດວ່າເພີ່ມຂຶ້ນ 5,73% ແລະ ຄາດວ່າໃນທັງ 2 ໄຕມາດຕົ້ນປີກໍເພີ່ມຂຶ້ນ 3,85%.

5 ເດືອນ​ຜ່ານ​ມາ, ມູນ​ຄ່າ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ ເພີ່ມ​ຂຶ້ນ 2,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ. ​ໃນ​ນັ້ນ, 4 ກຸ່ມ​ອຸດສາຫະກຳ​ຕົ້ນຕໍ​ແມ່ນ​ເອ​ເລັກ​ໂຕຼນິກ; ການຢາ; ທັນຍາຫານ ແລະ ສະບຽງອາຫານ, ເຄື່ອງດື່ມ ແລະ ກົນຈັກ ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ນະຄອນ​ໃນ 5 ​ເດືອນ ​ບັນລຸໄດ້ 20,7 ຕື້ USD, ​ເພີ່ມ​ຂຶ້ນ 7,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ. ໜ້າສົນໃຈແມ່ນ ​ ​ຍອດ​ວົງ​ເງິນ​ຂາຍ​ຍ່ອຍ​ສິນຄ້າ ​ແລະ ການ​ບໍລິການ​ຂອງ​ນະຄອນ​ບັນລຸ​ໄດ້ 456.000 ກວ່າຕື້​ດົງ, ​ເພີ່ມ​ຂຶ້ນ 0,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ. ຕາມ​ທ່ານ ບູຍ​ຕ໋າ​ຮ່ວາງ​ຫວູ, ຜູ້ອໍານວຍການພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນ​ໂຮ່​ຈິ​ມິນ​ແລ້ວ, ກຳ​ລັງ​ຊື້​ໄດ້​ຟື້ນ​ຟູ, ແຕ່​ຍັງ​ຕ່ຳ​ກວ່າ​ກ່ອນ​ເກີດໂລກ​ລະ​ບາດ. ນະຄອນ​ຈະ​ສືບ​ຕໍ່ຜັນຂະຫຍາຍບັນດາວິທີການ​ແກ້​ໄຂ​​ກະຕຸກຊຸກຍູ້​ຄວາມ​ຕ້ອງການເພື່ອ​ເພີ່ມ​ກຳລັງ​ການ​ຊື້.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.