ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງແຂວງເງະອານ ແລະຊຽງຂວາງ

11:30 | 26/05/2022

ແຂວງເງະອານ ກໍາລັງຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ເສີມຂະຫຍາຍ ແລະເພີ່ມທະວີການພົວພັນກັບແຂວງຊຽງຂວາງ, ໃນນັ້ນມີການຊາບຊຶມແຜນນະໂຍບາຍ, ແນວທາງ, ທັດສະນະການນໍາຂອງສອງພັກ, ສອງລັດຫວຽດນາມ-ລາວ; ເອົາໃຈໃສ່ຊີ້ນໍາທຸກຂັ້ນ, ທຸກຂະແໜງການໃນແຂວງຕັ້ງໜ້າ, ເປັນເຈົ້າການສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນກັບທຸກຂັ້ນ, ຂະແໜງການຂອງແຂວງຊຽງຂວາງ ໃນທຸກຂົງເຂດຢ່າງເປັນປະຈໍາ; ຫັນບັນດາໂຄງການກະທໍາທີ່ໄດ້ລົງນາມ, ຮ່ວມມືເປັນລະອຽດ.

ແຂວງຊຽງຂວາງ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນນະຄອນໂຮ່ຈີມິນ ແຂວງຊຽງຂວາງ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນນະຄອນໂຮ່ຈີມິນ
ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ

ປະຈຸບັນ, ແຂວງເງະອານ ມີວິສາຫະກິດນໍາເຂົ້າ-ສົ່ງອອກ ແລະລົງທຶນເຂົ້າຕະຫຼາດລາວປະມານ 90 ແຫ່ງໃນຂົງເຂດຕ່າງໆດ້ວຍຍອດເງິນລົງທຶນຂອງບັນດາໂຄງການກວ່າ 200 ລ້ານໂດລາສະຫະລັດ, ລວມມີ: ຂຸດຄົ້ນບໍ່ແຮ່, ໄຟຟ້ານໍ້າຕົກ, ຜະລິດ ແລະດໍາເນີນທຸລະກິດກ່ຽວກັບວັດຖຸກໍ່ສ້າງ, ປູກ ແລະຂຸດຄົ້ນປ່າໄມ້, ການທ່ອງທ່ຽວ, ຂົນສົ່ງຂະໜາດນ້ອຍ...

ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງແຂວງເງະອານ ແລະຊຽງຂວາງ
ມອບຂອງຂວັນໃຫ້ຄະນະຊາວໜຸ່ມເມືອງໜອງແຮດ, ແຂວງຊຽງຂວາງ ຢູ່ດ່ານສາກົນ ນໍ້າກັ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັນນັ້ນ, ແຂວງກໍ່ໜູນຊ່ວຍບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແຂວງຊຽງຂວາງ ຕາມຮູບການທຶນສຶກສາ; ຊ່ວຍບໍາລຸງສ້າງ, ຝຶກອົບຮົມໃຫ້ບັນດານັກກິລາ; ຜັນຂະຫຍາຍໂຄງການລົງທຶນກໍ່ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ ດ້ວຍຂະໜາດ 200 ຕຽງ, ລວມຍອດເງິນລົງທຶນ 497,25 ຕື້ດົ່ງ; ໜູນຊ່ວຍວຽກງານການສຶກສາດ້ານວິຊາສະເພາະ, ວິຊາການໃຫ້ຖັນແຖວແພດໝໍ. ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ແຂວງເງະອານ ໄດ້ໜູນຊ່ວຍສະບຽງອາຫານ, ວັດຖຸອຸປະກອນການແພດໃຫ້ແຂວງຊຽງຂວາງ ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດດ້ວຍມູນຄ່າກວ່າ 1,1 ຕື້ດົ່ງ.

ໃນຂະນະນັ້ນ, ແຂວງຊຽງຂວາງ ກໍ່ຊ່ວຍເຫຼືອກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງເງະອານຢ່າງເປັນປະຈໍາໃນວຽກງານຊອກຫາ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນກັບເມືອປະເທດ. ມາຮອດປະຈຸບັນ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງຊອກຫາ, ທ້ອນໂຮມ, ຍົກຍ້າຍໄດ້ 12.478 ອັດຖິແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບເມືອປະເທດ ແລະປົງໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ.

ທ່ານ ເລຮົ່ງ ວິ້ງ, ຮອງເຈົ້າແຂວງ, ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງເຫງະອານໃຫ້ຮູ້ວ່າ: ໄປພ້ອມໆກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລ້ວ, ບັນດາທ້ອງຖິ່ນຍັງໄດ້ເພີ່ມທະວີປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອດບ້ານລະຫວ່າງສອງແຂວງທີ່ສອດຄ່ອງກັບອາລົມຈິດ, ຄວາມມຸ່ງມາດປາຖະໜາ, ຄວາມວາມາກບົ່ມຊ້ອນ ແລະ ທ່າແຮງຂອງສອງຝ່າຍ. ນີ້ຄືໜ້າທີ່ຍຸດທະສາດທີ່ມີຄວາມໝາຍເລິກເຊິ່ງຕໍ່ພາລະກິດປະຕິວັດຂອງສອງປະເທດເວົ້າລວມ, ແຂວງເຫງະອານ ແລະ ແຂວງຊຽງຂວາງເວົ້າສະເພາະ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.