ພິທີມອບ-ຮັບ ແລະຈັດສົ່ງອັດຖິນັກຮົບເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ

06:30 | 20/05/2022

ຍສໝ - ວັນທີ 18 ພຶດສະພາ, ທີ່ກອງບັນຊາການທະຫານແຂວງສາລະວັນ, ແຂວງສາລະວັນ ໄດ້ຈັດພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ.

ພິທີມອບ ແນວພັນໄມ້ກິນໝາກ ໃຫ້ແກ່ ສູນສົ່ງເສີມກະສິກຳອ່າງນ້ຳຫີນ ພິທີມອບ ແນວພັນໄມ້ກິນໝາກ ໃຫ້ແກ່ ສູນສົ່ງເສີມກະສິກຳອ່າງນ້ຳຫີນ
ພິທີມອບ - ຮັບ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ພິທີມອບ - ຮັບ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ພິທີໄດ້ດຳເນີນໄປໃນບັນຍາກາດອັນເຄັ່ງຂຶມ ແລະເຄົາລົບນັບຖື. ບັນດາຜູ້ແທນໄດ້ວາງພວງມາລາ, ຈູດທູບທຽນ ແລະກົ້ມຫົວໄວ້ອາໄລຕໍ່ດວງວິນຍານຂອງບັນດານັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ; ພ້ອມທັງຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ.

ພິທີມອບ-ຮັບ ແລະຈັດສົ່ງອັດຖິນັກຮົບເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ
ພິທີມອບ-ຮັບ ແລະຈັດສົ່ງອັດຖິນັກຮົບເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ.

ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ, ໄດ້ຂຶ້ນຜ່ານບົດສະດຸດີ ໂດຍມີເນື້ອໃນວ່າ: ພວກເຮົາຂໍສະແດງຄວາມໄຫວ້ອາໄລ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ດວງວິນຍານຂອງບັນດາພະນັກງານ - ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ເຊິ່ງຕະຫຼອດໄລຍະຜ່ານມາປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ປະຊາຊົນຊາວແຂວງສາລະວັນ, ແຂວງເຊກອງ ມີຄວາມຊາບຊຶ້ງ ແລະ ຈົດຈຳຈາລຶກບຸນຄຸນຢ່າງບໍ່ມີວັນຫຼົງລືມໄດ້, ມູນເຊື້ອການຮ່ວມມືສໍາພັນສູ້ຮົບລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນເປັນສັນຍາລັກທີ່ສະຫວ່າງສະໄຫວ ແລະຢືນຢັນໄດ້ວ່າ: ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ເຊິ່ງແມ່ນການປະສານສົມທົບທີ່ມີປະສິດທິຜົນສູງ ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ້ນຫຼັງໄດ້ຮໍ່າຮຽນ ແລະ ສືບທອດເອົາຊົ່ວກາລະນານ.

ພາຍຫຼັງພິທີມອບ-ຮັບ ແລະຈັດສົ່ງອັດຖິນັກຮົບເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ອັດຖິນັກຮົບເສຍສະຫຼະຊີວິດ 16 ຊຸດໄດ້ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ສົ່ງກັບເມືອປະເທດ ເພື່ອຈັດຕັ້ງພິທີ່ໄຫ້ວອາໄລ ແລະປົງອັດຖິທີ່ບ້ານເກີດເມືອງນອນ ທີ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງເທື່ອທຽນເຫ້ວ.

ບູນມີ

ເຫດການ
302 Found

Found

The document has moved here.