ໂດຍນອນໃນບັນຊີລາຍຊື່ 4 ອ່າວທີ່ສວຍງາມທີ່ສຸດຂອງຫວຽດນາມ, ອ່າວ ຫວິງຮີ່ ອາດແມ່ນຈຸດໝາຍທີ່ “ບໍ່ຄວນພາດ” ເມື່ອໄປຢ້ຽມຢາມເຂດທີ່ເຕັມໄປດ້ວຍແດດ ແລະ ລົມແຮງຂອງ ນິງທ້ວນ. ເນື່ອງຈາກວ່າມັນບໍ່ໄດ້ຖືກຂຸດຄົ້ນ ເພື່ອພັດທະນາການທ່ອງທ່ຽວ, ສະນັ້ນສະຖານທີ່ແຫ່ງນີ້ຍັງຄົງຮັກສາລັກສະນະທີ່ເປັນທໍາມະຊາດ.
ຫວິງຮີ່ ແມ່ນອ່າວນ້ອຍຢູ່ບ້ານ ຫວິງຮີ່ (ຕາແສງ ຫວິງຮີ່, ເມືອງ ນີງຫາຍ, ແຂວງ ນິງທ້ວນ); ຫ່າງຈາກໃຈກາງເມືອງ ພານຣາງ - ທາບຈ່າງ ປະມານ 42 ກິໂລແມັດ. ອ້ອມຮອບອ່າວແມ່ນພູຜາປ່າດົງອັນກວ້າງໃຫຍ່ໄພສານ, ແນວປະກາລັງທີ່ຫຼາກຫຼາຍ, ຖ້ໍາລຶກລັບທີ່ດຶງດູດນັກພະຈົນໄພ.
 |
ທັດສະນີຍະພາບຂອງອ່າວ ຫວິງຮີ່ ຈາກຄວາມສູງ 100 ແມັດ. ພາບ: baotintuc.vn |
 |
ອ່າວ ຫວິງຮີ່ ຕັ້ງຢູ່ຕິດກັບປ່າສະຫງວນແຫ່ງຊາດ ນຸ໊ຍຈົ໊ວ, ອ້ອມຮອບໄປດ້ວຍພູຜາປ່າໄມ້ 3 ດ້ານ. ພາບ: baotintuc.vn |
 |
ສະຖານທີ່ແຫ່ງນີ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ນັກທ່ອງທ່ຽວດ້ວຍຫາດຊາຍທີ່ສວຍງາມ, ນ້ໍາໃສສະອາດ ແລະ ແນວປະກາລັງທີ່ມີສີສັນຫຼາກຫຼາຍ. ພາບ: baotintuc.vn |
 |
ກ່ອນໜ້ານີ້, ກວ່າ 90% ຂອງປະຊາຊົນຢູ່ໝູ່ບ້ານຫາປາຫວິງຮີ່ ດຳລົງຊີວິດດ້ວຍອາຊີບປະມົງ. ພາບ: baotintuc.vn |
 |
ປະຊາຊົນຍັງດຳເນີນຊີວິດການເປັນຢູ່ໂດຍເຮັດກະຊັງເພື່ອລ້ຽງຫອຍນາງລົມ ແລະ ສິນທະເລອື່ນໆ. ພາບ: baotintuc.vn |
 |
... ປະຊາຊົນຢູ່ທີ່ນີ້ດຳລົງຊີວິດໂດຍອາຊີບປະມົງ... ພາບ: baotintuc.vn |
 |
ໃນ 2 ປີທີ່ຜ່ານມາ, ຊາວເມືອງ ຫວິງຮີ ໄດ້ຫັນໄປເຮັດວຽກໃຫ້ບັນດາບໍລິສັດທ່ອງທ່ຽວ, ໂຮງແຮມ ແລະ ເຮືອນພັກ ຢູ່ທ້ອງຖິ່ນ. ພາບ: baotintuc.vn |
 |
ຍ້ອນແນວປະກາລັງທີ່ມີຄວາມຫຼາກຫຼາຍ ກວ່າ 300 ຊະນິດ, ສະຖານທີ່ແຫ່ງນີ້ ໄດ້ເກີດມີການບໍລິການເຮືອຄວາມໄວສູງໃຫ້ຜູ້ໂດຍສານໄດ້ ສຳຜັດກັບການລອຍນ້ຳ, ດຳນ້ຳເບິ່ງປະກາລັງ... ພາບ: baotintuc.vn |
ບູນມີ